ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

21 ຄົນຖືກຍິງ ເສຍຊີວິດ ໃນງານແຕ່ງດອງ ອັຟການິສຖານ


ແຜນທີ່ນະຄອນຫຼວງ Kabul ປະເທດ ອັຟການິສຖານ.
ແຜນທີ່ນະຄອນຫຼວງ Kabul ປະເທດ ອັຟການິສຖານ.

ການ​ຍິງ​ປະທ​ະກັນ ​ໃນ​ງານ​ແຕ່ງດອງຕອນ​ຄ່ຳ​ຂອງ​ວັນ​ອາ​ທິດ​ວານ​ນີ້​ໃນ​ແຂວງ Baghlan ທາງ​ພາກ​ເໜືອ​ຂອງ ອັຟກາ​ນິສ​ຖານ​ ​ໄດ້​ເຮັດ​ໃຫ້ 21 ຄົນ​ເສຍ​ຊີວິດ ​ແລະ ຫຼາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ພັນ​ເອ​ກ Gulistan Qasani, ຜູ້​ບັນຊາ​ການ​ຕຳ​ຫຼວດເມືອງ Dih Salah ​ໄດ້​ກ່າວ​ຕໍ່​ສື່​ຂ່າວ​ເອພີ​ວ່າ “ການ​ປະ​ທະ​ກັນ​ໄດ້​ເກີດ​ຂຶ້ນ​ຫຼັງຈາກ​ພີ່​ນ້ອງ​ຄົນ​ໜຶ່ງ​ຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດແຂວງ ​ໄດ້​ຖືກ​ລອບ​ສັງຫານ​ໃນ​ລະຫວ່າງ​ພິທີ ​ແຕ່​ງງານ​ດັ່ງກ່າວ.”

ຫົວໜ້າ​ຕຳຫຼວດຜູ້​ນັ້ນກ່າ​ວວ່າ ຄວາມ​ບໍ່​ເປັນ​ມິ​ດກັນ​ຂອງ​ທັງ​ສອງ​ກຸ່ມ​ທີ່​ນຳ​ໄປ​ສູ່​ການ​ຍິງ​ປະ​ທະ​ກັນ ​ໄດ້ມີ​ມາ​ເປັນ​ເວລາຫຼາຍ​ປີ​ແລ້ວ.

ທ່ານ Qasani ​ຄຳນວນ​ວ່າ​ມີຄົນ​ປະມານ 400 ຄົນມາ​ຮ່ວມ​ສະ​ເຫຼີມສະຫຼອງ​ການ​ແຕ່ງດອງດັ່ງກ່າວ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຄົນ​ສ່ວນ​ໃຫຍ່​ທີ່​ໄດ້​ເສຍ​ຊີວິດ​ແມ່ນ​ແຂກ​ທີ່​ມາ​ຮ່ວມ​ ພິທີອາຍຸ​ລະ​ຫວ່າງ 14 ຫາ 60 ປີ.

ອຳນາດ​ການ​ປົກຄອງ​ກ່າວ​ວ່າ ​ເຈົ້າ​ບ່າວ ​ແລະ ​ເຈົ້າ​ສາວ​ແມ່ນ​ປອດ​ໄພ​ຈາກ​ການ​ຍິງ​ປະ​ທະ​ກັນ​ໃນ​ຄັ້ງ​ນີ້.

ພິທີແຕ່ງ​ງານທີ່​ຫຼູຫຼາ​ໄດ້​ກາຍມາ​ເປັນ​ເລື່ອງ​ປົກກະຕິ​ນັບຕັ້ງ​ແຕ່​ພວກ​ຫົວ​ຮຸນ​ແຮງ​ ຕາ​ລິ​ບານ ​ໄດ້​ຖືກ​ໂຄ່ນ​ລົ້ມ​ໃນ​ປີ 2001, ກົງກັນຂ້າມ​ກັບ​ຍຸກ​ກຳ​ອຳນາດ​ຂອງ​ພວກ​ ຕາ​ລິ​ບານ ຊ່ຶງ​ເວ​ລາ​ນັ້ນຄວາມ​ສະໜຸກ​ສະໜານ ​ແລະ ການເຕັ້ນ​ລຳ​ແມ່ນ​ຖືກ​ຫ້າມ​ໝົດ.

XS
SM
MD
LG