ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ລາຍ​ງານ ຂອງ ສ​ປ​ຊ ວ່າ ມີພົນ​ລະ​ເຮືອນ ຖືກ​ຂ້າ​ຕາຍ ແລະ ​ບາດ​ເຈັບ ຫຼາຍກວ່າ 10,000 ຄົນ ໃນ​ປີ 2019,


ຊາຍ​ຄົນ​ນຶ່ງ ອ່ານ​ໜັງ​ສື​ພິມ ກ່ຽວ​ກັບ ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ໃນ​ນະ​ຄອນຫຼວງ​ກາ​ບູ​ລ ຂອງ​ອັ​ຟ​ກາ​ນິ​ສ​ຖານ. ວັນ​ເສົາ ທີ 22 ກຸມ​ພາ 2020.
ຊາຍ​ຄົນ​ນຶ່ງ ອ່ານ​ໜັງ​ສື​ພິມ ກ່ຽວ​ກັບ ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ໃນ​ນະ​ຄອນຫຼວງ​ກາ​ບູ​ລ ຂອງ​ອັ​ຟ​ກາ​ນິ​ສ​ຖານ. ວັນ​ເສົາ ທີ 22 ກຸມ​ພາ 2020.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ລາຍ​ງານ​ໃນ​ວັນ​ເສົາ​ວານນີ້ ວ່າ ບັນ​ຫາ​ຂັດ​ແຍ້ງ​ໃນ​ອັ​ຟ​ກາ​ນິ​ສ​ຖານ ໄດ້​ສັງ​ຫານ​ພົນ​ລະ​ເຮືອນ ຫຼາຍກວ່າ 3,400 ຄົນ ແລະ ​ເກືອບ 7,000 ຄົນ​ໄດ້​ຮັບ​ບາດ​ເຈັບ ໃນ​ປີ 2019.

ຄະນະທູດຊ່ວຍເຫຼືອ ຂອງອົງການສະຫະປະຊາຊາດ ໃນອັຟການິສຖານ ຫຼື UNAMA ໄດ້​ຖິ້ມ​ໂທດ​ໃສ່​ກຸ່ມ​ຕາ​ລີ​ບານ ກຸ່ມ​ລັດ​ອິ​ສ​ລາມ ແລະ ກຸ່ມ​ຫົວ​ຮຸນ​ແຮງ​ອື່ນໆ ສຳ​ລັບສາ​ເຫດ​ທີ່ກໍ່​ໃຫ້​ເກີດ​ການ​ເສຍ​ຊີ​ວິດ ເຖິງ 49 ເປີ​ເຊັນ ໂດຍ​ກ່າວ​ວ່າ ກຳ​ລັງ​ທີ່​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ ​ລວມ​ທັງ ກຸ່ມ​ພັນ​ທະ​ມິດ​ທີ່​ນຳ​ພາ​ໂດຍ​ສະ​ຫະ​ລັດ ແມ່ນ​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ເສຍ​ຊີ​ວິດ 43 ເປີ​ເຊັນ. ​ສັດສ່ວນ​ທີ່​ເຫຼືອ​ນັ້ນ ເປັນ​ການ​ເສຍ​ຊີ​ວິດ​ຍ້ອນ​ຖືກ​ລູກຫຼົງ​ຈາກ​ການ​ສູ້​ລົບ​ກັນ​ຂອງ​ທັງ​ສອງ​ຝ່າຍ ແລະໃນ​ເຫດ​ການ​ທີ່​ກ່ຽວ​ຂ້ອງ​ກັບ​ບັນ​ຫາ​ຂັດ​ແຍ້ງນີ້.

ລາຍ​ງານ​ດັ່ງ​ກ່າວ ໄດ້​ອອກ​ມາ ໃນ​ຂະນະ​ທີ່ ​ສັນ​ຍາ​ຕົກ​ລົງຮ່ວມ​ກັນສະ​ຫງົບ​ເສິກ ​ໄລ​ຍະ 7 ວັນ ທີ່​ໄດ້​ຖືກ​ບັງ​ຄັບ​ໃຊ້​ໃນ​ວັນ​ເສົາ​ວານນີ້ ເພື່ອ​ແຜ້ວ​ທາງ​ໃຫ້​ ສະ​ຫະ​ລັດ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ ກັບ ກຸ່ມ​ຕາ​ລີ​ບານ ໃນ​ວັນ​ທີ 29 ກຸມ​ພາ ຈະ​ມາ​ເຖິງນີ້ ໂດຍ​ມີ​ເປົ້າ​ໝາຍ ໃນ​ການ​ຍຸ​ຕິ​ສົງ​ຄາມ ​ອັ​ຟ​ກາ​ນິ​ສ​ຖານ ​ທີ່​ແກ່​ຍາວ​ມາ​ໄດ້ 18 ປີ ​ອັນ​ເປັນ​ສົງ​ຄາມຍາ​ວ​ນານ​ທີ່ສຸດ​ຂອງ​ອາ​ເມ​ຣິ​ກາ.

ອົງ​ການ UNAMA ໄດ້​ໃຫ້ຂໍ້​ສັງ​ເກດ​ໃນ​ບົດ​ລາຍ​ງານ​ຂອງ​ຕົນ​ເຖິງ ຈຳ​ນວນ​ພົນ​ລະ​ເຮືອນ ທີ່​ໄດ້​ຖືກ​ຂ້າ​ຕາຍ ຫຼື ໄດ້​ຮັບ​ບາດ​ເຈັບ ໃນ​ເຫດ​ການ​ທັງຫຼາຍ​ທີ່​ກ່ຽວ​ຂ້ອ​ງ​ກັບ​ບັນ​ຫາ​ຂັດ​ແຍ້ງ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ຕະຫຼອດ​ໄລ​ຍະ 10 ປີ​ທີ່​ຜ່ານ​ເທົ່າ​ນັ້ນ ຊຶ່ງ​ໄດ້​ກາຍ “ຂີດ​ໝາຍ​ສຳ​ຄັນ​ທີ່​ໜ້າ​ຢ້ານ” ຫຼາຍກວ່າ 100,000 ຄົນ​ທີ່​ໄດ້ ​ລົ້ມ​ຕາຍ​ຈາກ​ສົງ​ຄາມ​ດັ່ງ​ກ່າວ.

ຫົວ​ໜ້າ​ອົງ​ການ UNAMA ທ່ານ ທາ​ດາ​ມິຈິ ຢາ​ມາ​ໂມ​ໂຕະ ໄດ້​ກ່າວ​ວ່າ “ເກືອບ​ວ່າ ບໍ່​ມີ​ພົນ​ລະ​ເຮືອນ​ຜູ້​ໃດ ​ທີ່​ລອດ​ຈາກ​ການໄດ້​ຮັບ​ຜົນ​ກະ​ທົບ​ແບບ​ສ່ວນ​ຕົວ ໃນ​ທາງ​ໃດ​ທາງ​ນຶ່ງ​ ໂດຍ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນຢ່າງ​ຕໍ່​ເນື່ອງ.”

ທ່ານ​ຢາ​ມາ​ໂມ​ໂຕະ ໄດ້​ເນັ້ນ​ຢ້ຳ​ອີກວ່າ “ມັນ​ເປັນ​ເລື້ອງ​ທີ່​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ ເພື່ອ​ໃຫ້​ທຸກ​ຝ່າຍ​ຍຶດ​ເອົາຊ່ວງ​ເວ​ລານີ້ ເພື່ອ​ຢຸດ​ເຊົາ​ການ​ສູ້​ລົບ​ກັນ ໃນ​ຂະ​ນະ​ທີ່​ສັນ​ຕິ​ພາບນັ້ນ ແມ່ນຄວນ​ເກີດ​ຂຶ້ນແລ້ວ, ຊີ​ວິດ​ຂອງ​ພົນ​ລະ​ເຮືອນ ຕ້ອງ​ໄດ້​ຖືກ​ປົກ​ປ້ອງ ແລະ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສັນ​ຕິ​ພາບ ແມ່ນ​ກຳ​ລັງດຳ​ເນີນ​ໄປ​ຢູ່.”

ກຸ່ມ​ຕາ​ລີ​ບານ ໄດ້​ປະ​ຕິ​ເສດ​ຢ່າງວ່ອງ​ໄວ ຕໍ່​ລາຍ​ງານ​ຂອງ​ອົງ​ການ UNAMA ທີ່​ວ່າ ກຸ່ມ​ກະ​ບົດ ຮັບ​ຜິດ​ຊອບ​ສຳ​ລັບ​ການ​ລົ້ມ​ຕາ​ຍ​ຂອງ​ພົນ​ລະ​ເມືອງ​ໂດຍ​ສ່ວຍ​ໃຫຍ່. ຕົນ​ໄດ້​ກ່າວ​ອ້າງໃນ​ຖະ​ແຫລງ​ການ​ວ່າ ຄະນະທູດຊ່ວຍເຫຼືອ ຂອງ ສະຫະປະຊາຊາດໃນ​ອັ​ຟ​ກາ​ນິ​ສ​ຖານ ພຽງ​ແຕ່​ດຳ​ເນີນ​ການ​ຄວາມ​ພະ​ຍາ​ຍາມ ສະ​ໜັບ​ສະ​ໜຸນ​ການ “​ຍຶດ​ຄອງໂດຍ​ກຳ​ລັງ” ຂອງ​ອາ​ເມ​ຣິ​ກາ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG