ປະຊາຊົນ 15 ຄົນ ໄດ້ເສຍຊີວິດ ແລະ 60 ຄົນ ໄດ້ຮັບບາດໃນວັນເສົາວານນີ້ ເມື່ອມື
ລະເບີດສະຫຼະຊີບ ໄດ້ພະຍາຍາມເຂົ້າໄປໃນສະຖານທີ່ປ່ອນບັດເລືອກຕັ້ງໃນພາກ
ເໜືອຂອງນະຄອນຫຼວງ ກາບູລ.
8 ຄົນທີ່ໄດ້ເສຍຊີວິດນັ້ນ ແມ່ນຕຳຫຼວດ ຜູ້ທີ່ໄດ້ຢຸດຜູ້ໂຈມຕີ ຢູ່ດ່ານກວດຄວາມປອດ
ໄພ ບ່ອນທຳອິດ ບໍ່ດົນກ່ອນຄົນຮ້າຍໄດ້ກົດປຸ່ມລະເບີດ, ອີງຕາມທ່ານ
ນັສຣາທູລລາ ຣາຮີມີ, ໂຄສົກຊ່ວຍວ່າການ ສຳລັບກະຊວງພາຍໃນ ອັຟການິສຖານ.
ການເລືອກຕັ້ງສະພາແຫ່ງຊາດໃນວັນເສົາວານນີ້ ໃນ ອັຟການິສຖານ ມີລາຍງານວ່າ
ໄດ້ຖືກລົບກວນ ໂດຍການໂຈມຕີຢ່າງກະແຈກກະຈາຍ ຕະຫຼອດວັນດັ່ງກ່າວ, ພ້ອມ
ກັບມີລາຍງານ ກ່ຽວກັບ ປະຊາຊົນຫຼາຍລ້ານຄົນທີ່ລຽນແຖວກັນຍາວຢຽດ ເພື່ອປ່ອນ
ບັດຄະແນນສຽງຂອງເຂົາເຈົ້າ.
ພວກຕາລີບານ ໄດ້ປະກາດເຕືອນຢ້ຳຫຼາຍຄັ້ງ ກ່ຽວກັບ ການໂຈມຕີຢູ່ສະຖານທີ່ປ່ອນ
ບັດ ແລະ ທຸກໆກິດຈະກຳ ທີ່ກ່ຽວຂ້ອງກັບການເລືອກຕັ້ງ, ແຕ່ແນວໃດກໍຕາມ, ການ
ຂົ່ມຂູ່ຕ່າງໆນັ້ນ ແມ່ນບໍ່ເປັນຕາຢ້ານພໍ ທີ່ຈະເຮັດໃຫ້ຜູ້ມີສິດປ່ອນບັດຫຼາຍຄົນ ບໍ່ກ້າ
ອອກຈາກບ້ານ.
ນາງ ຟາຣີບາ, ຜູ້ລົງຄະແນນສຽງໃນນະຄອນຫຼວງ ກາບູລ ກ່າວວ່າ “ພວກເຮົາບໍ່ຢ້ານ
ການຂົ່ມຂູ່ທັງຫຼາຍນັ້ນ ຍ້ອນວ່າ ພວກເຮົາຢາກສ້າງສາປະເທດຊາດຂອງເຮົາ. ທຸກມື້
ນີ້ ພວກເຮົາຖືກຂົ່ມຂູ່ຫຼາຍຢ່າງ, ແຕ່ພວກເຮົາຍັງມາທີ່ນີ້ ເພື່ອລົງຄະແນນສຽງ.”
ທີມນັກຂ່າວ ວີໂອເອ ໃນທົ່ວປະເທດໄດ້ລາຍງານວ່າ ມີຜູ້ອອກໄປລົງຄະແນນສຽງຈຳ
ນວນຫຼາຍ, ຈາກການຕັດສິນຕົວເລກຂອງຜູ້ທີ່ໄປລົງຄະແນນສຽງ ໃນສະຖານທີ່ປ່ອນ
ບັດທັງຫຼາຍນັ້ນ.
ປະທານຂອງຄະນະກຳມາທິການເລືອກຕັ້ງອິດສະຫຼະ ແຫ່ງ ອັຟການິສຖານ ທ່ານ
ກູລາຈານ ບາເດ ຊາຢາດ, ກ່າວວ່າ ຮອດຕອນບ່າຍສອງໂມງ ຕາມເວລາໃນທ້ອງຖິ່ນ
ມີຊາວ ອັຟການິສຖານ ຫຼາຍກວ່າ 2 ລ້ານຄົນ ລົງຄະແນນສຽງຢູ່ໃນ 27 ແຂວງ, ຈຳ
ນວນຄົນທີ່ໄປລົງຄະແນນສຽງຫຼາຍສຸດ, ເຊິ່ງແມ່ນ 638,000 ຄະແນນສຽງນັ້ນ, ແມ່ນ
ໃນນະຄອນຫຼວງ ກາບູລ. ເມືອງ ຟາຢັບ ແມ່ນເມືອງທີ່ມີບັດຄະແນນສຽງທີ່ຖືກປ່ອນ
ໜ້ອຍທີ່ສຸດ.
ທ່ານໄດ້ເວົ້າວ່າ ລາຍງານຈາກຫ້າແຂວງອື່ນໆ, ແມ່ນຍັງບໍ່ທັນອອກມາເທື່ອ ແລະ ໄດ້
ສັນຍາວ່າ ຈະໃຫ້ຂໍ້ມູນຕື່ມອີກ ໃນຕອນແລງຂອງວັນເສົາວານນີ້.