ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້​ປ່ອນ​ບັດ ອັ​ຟ​ກາ​ນິ​ສ​ຖານ ບໍ່​ຢ້ານ ການ​ຂົ່ມ​ຂູ່ ຂອງ​ພວກຕາ​ລີ​ບານ


ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ ອັ​ຟ​ກາ​ນິ​ສ​ຖານ ກວດ​ບັນ​ຊີ​ລາຍ​ຊື່ ຜູ້​ມີ​ສິດ​ປ່ອນ​ບັດ ໃນ​ຂະ​ນະ​ທີ່ ການ​ເລືອກ​ຕັ້ງ ຢູ່​ບາງ​ເຂດ ມີ​ການ​ຊັກ​ຊ້າ ຫຼາຍ​ຊົ່ວ​ໂມງ. (ວັນ​ທີ 20 ຕຸ​ລາ 2018)
ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ ອັ​ຟ​ກາ​ນິ​ສ​ຖານ ກວດ​ບັນ​ຊີ​ລາຍ​ຊື່ ຜູ້​ມີ​ສິດ​ປ່ອນ​ບັດ ໃນ​ຂະ​ນະ​ທີ່ ການ​ເລືອກ​ຕັ້ງ ຢູ່​ບາງ​ເຂດ ມີ​ການ​ຊັກ​ຊ້າ ຫຼາຍ​ຊົ່ວ​ໂມງ. (ວັນ​ທີ 20 ຕຸ​ລາ 2018)

ບັນ​ດາ​ຜູ້​ມີ​ສິດ​ປ່ອນ​ບັດ ໄດ້​ພາ​ກັນ​ເຂົ້າ​ແຖວ​ ຢູ່​ຕາມ​ໜ່ວຍ​ປ່ອນ​ບັດ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ເພື່ອໃຊ້​ສິດ​ໃຊ້​ສຽງ ​ຂອງ​ພວກ​ເຂົາ​ເຈົ້າ ເຖິງ​ແມ່ນ​ໄດ້​ມີການ​ຂົ່ມ​ຂູ່​ຊ້ຳ​ແລ້ວ​ຊ້ຳ​ອີກ​ຈາກ​ພວກ​ຕາ​ລີ​ບານ ຮວມ​ທັງ​ການ​ຂົ່ມ​ຂູ່​ຄັ້ງ​ໃໝ່​ໃນ​ເຊົ້າ​ວັນເສົາ​ມື້ນີ້ ທີ່​ວ່າ ພວກ​ເຂົາ​ອາດ​ຈະ​ໂຈມ​ຕີ​ໜ່ວຍ​ປ່ອນ​ບັດ.

ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ບັນ​ດາ​ຜູ້​ມີ​ສິດ​ປ່ອນ​ບັດ ແມ່ນ​ມີ​ນ້ຳ​ສຽງ​ ແບບ​ບໍ່​ສະ​ທ້ານ​ຢ້ານ​ກົວ.

ນາງ​ຟາ​ຣິ​ບາ ຜູ້​ມີ​ສິດ​ປ່ອນ​ບັດ​ໃນ​ເຂດ​ນະ​ຄອນ​ຫຼວງ​ກາ​ບູ​ລ ກ່າວ​ວ່າ “ພວກ​ເຮົາ​ບໍ່​ຢ້ານ​ການ​ຂົ່ມ​ຂູ່ດ​ອກ ຍ້ອນ​ພວກ​ເຮົາ​ຕ້ອງ​ການ​ຢາກ​ສ້າງ​ສາ​ປະ​ເທດ​ຊາດ​ຂອງພວກ​ເຮົາ. ທຸກມື້ນີ້ ພວກ​ເຮົາ​ຖືກ​ຂົ່ມ​ຂູ່​ຢູ່​ເລື້ອຍໆ ແຕ່​ພວກ​ເຮົາ​ກໍ​ຍັງ​ພາ​ກັນ​ມາ​ທີ່ນີ້ ເພື່ອ​ປ່ອນ​ບັດ.”

ສ່ວນ​ຢູ່​ໃນ​ເຂດ​ອື່ນໆ​ຂອງ​ປະ​ເທດນັ້ນ ເຈົ້າ​ໜ້າ​ທີ່​ເບິ່ງ​ຄື​ວ່​າ​ມີ​ຄວາມ​ເຊື່ອ​ໝັ້ນ ກ່ຽວກັບ​ມາດ​ຕະ​ການ​ຄວາມ​ປອດ​ໄພ​ທີ່​ພວກ​ເຂົາ​ເຈົ້າ​ຈັດ​ຕັ້ງ​ປະ​ຕິ​ບັດ.

ພວກ​ແມ່​ຍິງ ທີ່​ເຂົ້າ​ແຖວ​ຍາວ ເພື່ອ​ລໍ​ຖ້າ ການ​ປ່ອນ​ບັດ ໃນ​ເຂດ​ຊານ​ເມືອງ ນະ​ຄອນ​ຫຼວງ​ກາ​ບູ​ລ
ພວກ​ແມ່​ຍິງ ທີ່​ເຂົ້າ​ແຖວ​ຍາວ ເພື່ອ​ລໍ​ຖ້າ ການ​ປ່ອນ​ບັດ ໃນ​ເຂດ​ຊານ​ເມືອງ ນະ​ຄອນ​ຫຼວງ​ກາ​ບູ​ລ

ທ່ານ​ໂມ​ຮຳ​ມັດ ຣາ​ຊູ​ລ ໂອ​ມາ ຫົວ​ໜ້າ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ທີ່​ເປັນ​ອິດ​ສະ​ຫຼະ ​ຢູ່​ເມືອງ​ຄຸນ​ດຸ​ສ​ ກ່າວວ່າ “ມີ​ການ​ຈັດ​ຕັ້ງ​ມາດ​ຕະ​ການ​ຄວາມ​ປອດ​ໄພ​ຢູ່​ທຸກ​ບ່ອນ ພວກ​ເຮົາ​ໄດ້​ມີ​ການ​ປະ​ສານ​ງານ​ກັນ​ເປັນ​ຢ່າງ​ດີກັບ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ” ເຖິງ​ແມ່ນ​ທາງ​ການ​ໄດ້​ລາຍ​ງານ​ວ່າ ພວກ​ຕາ​ລີ​ບານ ​ໄດ້​ລັກ​ຂະ​ໂມຍ​ເອົາ​ອຸບ​ປະກອນ​ໃນ​ການ​ປ່ອນ​ບັດໄປຈາກ​ໜ່ວຍ​ປ່ອນ​ບັດ​ຢ່າງ​ໜ້ອຍນຶ່ງ​ແຫ່ງ​ຢູ່​ໃນ​ແຂວງ​ດັ່ງ​ກ່າວ ແລະ​ພວກ​ນັກ​ຂ່າວ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ ມີ​ການ​ຍິງ​ຈະ​ຫຼວດ​ຈຳ​ນວນ​ນຶ່ງ ໂຈມ​ຕີ​ເຂດ​ຕ່າງໆ​ຢູ່​ໃນ​ແຂວງ​ດັ່ງ​ກ່​າວ​ກໍ​ຕາມ.

ການ​ປ່ອ​ນ​ບັດ ຊຶ່ງ​ຕົ້ນ​ຕໍ​ມີ​ກຳ​ນົດ​ຈະ​ເລີ້ມ​ໃນ​ເວ​ລາ 7 ໂມງ​ເຊົ້າ ໄດ້​ມີ​ການ​ຊັກ​ຊ້າ​ຢູ່​ໃນ​ບາງ​ເຂດ​ຂອງ​ປະ​ເທດ ບາງ​ບ່ອນ​ເປັນ​ເວ​ລາ​ຫຼາຍ​ຊົ່ວ​ໂມງຊຶ່ງ​ໄດ້​ສ້າງ​ຄວາມລຳ​ຄານ​ໃຫ້​ແກ່​ຜູ້​ມີ​ສິດ​ປ່ອນ​ບັດ ທີ່​ພາ​ກັນ​ໄປ​ເຂົ້າ​ແຖວ ກ່ອນ 7 ໂມງ​ເຊົ້າ.

ນາງ​ຊາ​ຮີ​ລາ ຜູ້​ມີ​ສິດ​ປ່ອນ​ບັດ​ຢູ່​ນະ​ຄອນ​ຫຼວ​ງ​ກາ​ບູ​ລ ກ່າວ​ວ່າ “ຂ້ອຍ​ຟ້າວ ດັ່ງ​ນັ້ນ​ຂ້ອຍ​ຈຶ່ງ​ມາ 7 ໂມງ​ເຊົ້າ ແຕ່​ຈົນ​ຮອດ 7 ໂມງ​ເຄິ່ງ​ແລ້ວ ພວກ​ເຂົາ​ເຈົ້າ​ກໍ​ຍັງບໍ່​ທັນ​ເລີ້ມ​ການ​ປ່ອນ​ບັດ​. ຂັ້ນ​ຕອນ​ດັ່ງ​ກ່າວ​ແມ່ນ​ບໍ່​ມີ​ການ​ຈັດ​ຕັ້ງ​ກັນ​ເລີຍ.”

​ຂັ້ນ​ຕອນການ​ປ່ອນ​ບັດ ຢູ່ໃນ​ອັ​ຟ​ກາ​ນິ​ສ​ຖານ ​ໄດ້​ມີ​ການ​ກ່າວ​ຫາ​ກັນ​ຢ່າງກວ້າງ​ຂວາງໂດຍ​ພັກ​ການ​ເມືອງ​ຕ່າງໆ​ວ່າ ມີ​ການ​ສໍ້​ໂກງ​ຄະ​ແນນ ​ແລະ​ເຕັມ​ໄປ​ດ້ວຍ ຄວາມ​ຮຸນ​ແຮງ. ສອງມື້​ກ່ອນ​ການ​ເລືອກ​ຕັ້ງ ການ​ໂຈມ​ຕີ​ຢູ່​ເມືອງ​ການ​ດາ​ຮາ​ໄດ້​ສັງ​ຫານນາຍ​ພົນ​ອັບ​ດູ​ລ ຣາ​ຊິກ ​ຜູ້​ບັນ​ຊາ​ການ​ຕຳ​ຫຼວດທີ່​ມີ​ອິດ​ທິ​ພົນ ຊຶ່ງ​ໄດ້​ພາໃຫ້​ມີ​ການ​ເລື່ອນ​ເວ​ລາ​ໃນ​ການ​ປ່ອນ​ບັດ ຢູ່​ທີ່​ແຂວງ​ດັ່ງ​ກ່າວ​ນຶ່ງ​ອາ​ທິດ.

ນອກນັ້ນ​ ຍັງ​ມີ​ຜູ້​ສະ​ໝັກ​ສິບກວ່າ​ຄົນ​ເສຍ​ຊີ​ວິດ ໃນ​ການ​ໂຈມ​ຕີ​ຫຼາຍໆ​ຄັ້ງ​ທົ່ວ​ປະເທດ ພ້ອມໆ​ກັບ​ພວກ​ສະ​ໜັບ​ສະ​ໜຸນ​ຜູ້​ສະ​ມັກ​ອີກ​ຫຼາຍ​ສິບ​ຄົນ ນັບ​ແຕ່​ໄດ້​ມີ​ການເລີ້ມ​ຕົ້ນ​ປະ​ກາດ​ຊື່​ຜູ້​ສະ​ໝັກ ໃນ​ທ້າຍ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG