ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທົ່ວໂລກ ຊົມເຊີຍ ການເລືອກຕັ້ງ ປະທານາທິບໍດີ ໃນອັຟການິສຖານ (ວີດີໂອ)


Afghan Vote Deemed Success, Results Uncertain
please wait

No media source currently available

0:00 0:02:20 0:00
ການ​ເລື​ອກຕັ້ງ​ປະທານາທິບໍດີ ​ໃນອັຟກາ​ນິສຖານ ໄດ້​ຮັບ
​ການ​ຍ້ອງຍໍ​ວ່າ ​ເປັນ​ ຜົນສຳ​ເລັດ​ອັນ​ງົດ​ງາມ ​ໂດຍ​ທີ່ມີຜູ້​
ປ່ອນ​ບັດ ​ເຈັດ​ລ້ານ​ຄົນ ພາກັນ​ອອກ​ໄປ​ໃຊ້​ສິດ​ຂອງ​ເຂົ​າ​
ເຈົ້າ ​ໂດ​ຍບໍ່​ຫວາດ​ຫວັ່ນ​ຢ້ານ​ກົວ ​ຕໍ່​ການ​ຂົ່ມຂູ່​ຂອງພວກ​
ກໍ່​ການ​ຮ້າຍ ທາ​ລິ​ບານ.

ໃນ​ວັນສຸດ​ສັບປະດາ ທີ່​ຫາ​ຍາກ ທີ່​ຜ່ານ​ມາ​ນີ້ ຊາວ​ອັ​ຟກາ
​ນິສຖານ ຫລາຍໆ​ຄົນ​ ແມ່ນມີ​ຄວາມດີ​ອົກ​ດີ​ໃຈ ຄື​ກັນ​ກັບ​
ທ້າວ Ismail Qoreshi ທີ່ກ່າວ​ວ່າ:

“ນີ້​ແມ່ນ​ເປັນ​ເວລາ​ແຫ່ງ​ຄວາມ​ດີ​ອົກ​ດີ​ໃຈ​ ສຳ​ຫລັບ​ຊາວ​ອັ​ຟກາ
​ນິສຖານ. ພວກ ເຮົາໄດ້​ພາກັນ ປ່ອນ​ບັດ​ເອົາຜູ້ນຳ​ຄົນ​ໃໝ່​. ມັນ​ເປັນໂອກາດ​ອັນ​ຍິ່ງ​ໃຫຍ່
​ເປັນເວລາ​ແຫ່ງ​ຄວາມມ່ວນ​ຊື່ນ ​ແລະ 95 ​ເປີ​ເຊັນ​ຂອງ​ປະຊາຊົນ ພາກັນ​ດີ​ອົກ​ດີ​ໃຈ ທີ່ທຸກ
​ສິ່ງທຸກ​ຢ່າງ​ເປັນ​ໄປ​ຢ່າງ​ສະ​ງົບ ​ແລະ​ເຂົາ​ເຈົ້າກໍ​ໄດ້​ພາກັນ​ໄປ​ປ່ອນ​ບັດ. ມັນດີ​ຫລາຍແທ້ໆ
ສຳລັບ​ປະຊາຊົນ​ຂອງ​ພວກ​ເຮົາ."

ຜູ້​ປ່ອນ​ບັດປະມານ​ເຈັດ​ລ້ານ​ຄົນ ພາກັນ​ສະ​ແດງ​ຄວາມອົງອາດ​ກ້າຫານ ບໍ່ຢ້ານ​ກົວ​ການ​ຂູ່​ຂວັນຈະ​ເອົາ​ຊີວິດ ຂອງ​ພວກ​ທາ​ລີ​ບານ ​ແລະ​ດິນ​ຟ້າ​ອາກາດ​ບໍ່​ດີ ​ເພື່ອໄປ​ປ່ອນ​ບັດເອົາ ປະທານາທິບໍດີ ຄົນ​ໃໝ່ຂອງ​ເຂົາ​ເຈົ້າ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ. ການວາງ​ລະ​ເບີ​ດ​ແຄມ​ທາງ​ບັ້ນ​ນຶ່ງ ​ໄດ້​ທຳລາຍລົດ​ຂົນ​ສົ່ງ​ຄັນ​ນຶ່ງ ທີ່ບັນທຸກ ​ຫີບບັດເລືອກ​ຕັ້ງທີ່​ປ່ອນ​ແລ້ວ ​ແປດ​ຫີບ ​ແລະ​ໄດ້ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດສາມ​ຄົນ.

ຕົກ​ມາ​ຮອດວັນ​ອາທິດ​ວານ​ນີ້ ບັນດາ​ຜູ້ນຳ​ໂລກ ​ໄດ້​ພາກັນສັນລະ​ເສີນ ຊາວ​ອັຟກາ​ນິສ
ຖານ ​ໃນ​ຄວາມ​ອົງອາດ​ກ້າຫານ​ ​ແລະ ມຸ້ງ​ໝັ້ນຂອງ​ເຂົາ​ເຈົ້າ ​ຕໍ່​ການ​ເລືອກ​ເອົາ ຜູ້ນຳ​ຄົນ​ໃໝ່ ​ໂດຍ​ຜ່ານການ​ປ່ອນ​ບັດນັ້ນ.

ຖ້າ​ຫາ​ເປັນ​ຜົນສຳ​ເລັດ ການ​ເລືອກ​ຕັ້ງ​ໃນ​ວັນ​ເສົາ​ແລ້ວ​ນີ້ ກໍຈະ​ເປັນ​ການ​ໂອນ​ອຳ​ນາດ ຢ່າງ​ເປັນປະຊາທິປະ​ໄຕ ​ເທື່ອ​ທຳ​ອິດ ຈາກ​ຜູ້ນຳທີ່​ຖືກ​ເລືອກ​ຕັ້ງ​ຄົນ​ນຶ່ງ ​ໄປ​ໃຫ້​ອີກ​ຄົນ​ນຶ່ງ ​ໃນ​ປະວັດ​ສາດ​ຂອງ​ ອັ​ຟກາ​ນິສຖານ.

ວີດີໂອ: ສະຫະລັດ ຊົມເຊີຍການເລືອກຕັ້ງ ໃນອັຟການິສຖານ:
US Hails Afghan Elections
please wait

No media source currently available

0:00 0:02:58 0:00
XS
SM
MD
LG