ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄວາມຮຸນແຮງຢູ່ໃນອັຟການິສຖານ ເພີ້ມສູງຂຶ້ນ ກ່ອນໜ້າກອງປະຊຸມ ສັນຕິພາບ ທີ່ເທີກີ ເປັນເຈົ້າພາບຈັດຂຶ້ນນັ້ນ


ຊາວອັຟການິສຖານພາກັນຫາມຫີບສົບຂອງແມ່ຍິງຄົນນຶ່ງ ທີ່ໄດ້ຖືກຂ້າຕາຍໂດຍພວກມືປືນຢູ່ໃນເມືອງຈາລາລະບາດ, ທາງພາກຕເວັນອອກຂອງນະຄອນຫຼວງ ກາບູລ. 
ຊາວອັຟການິສຖານພາກັນຫາມຫີບສົບຂອງແມ່ຍິງຄົນນຶ່ງ ທີ່ໄດ້ຖືກຂ້າຕາຍໂດຍພວກມືປືນຢູ່ໃນເມືອງຈາລາລະບາດ, ທາງພາກຕເວັນອອກຂອງນະຄອນຫຼວງ ກາບູລ. 

ທັງກຳລັງຂອງລັດຖະບານອັຟການິສຖານແລະກຸ່ມຕາລີບານ ຕ່າງກໍໄດ້ກ່າວອ້າງໃນວັນອາທິດວານນີ້ ວ່າ ພວກເຂົາໄດ້ເຮັດໃຫ້ພວກທະຫານຂອງອີກຝ່າຍນຶ່ງ ຕາຍຫຼືບາດເຈັບຢ່າງໜັກໃນການໂຈມຕີຄັ້ງຫຼ້າສຸດ ຂະນະທີ່ຄູ່ປໍລະປັກທັງສອງຝ່າຍ ຄາດກັນວ່າຈະພົບປະກັນຢູ່ທີ່ປະເທດເທີກີ ໃນເດືອນນີ້ ເພື່ອການເຈລະຈາສັນຕິພາບຕາມທີ່ສະຫະລັດໄດ້ນຳສະເໜີ.

ຖະແຫລງການຂອງກະຊວງປ້ອງກັນປະເທດອັຟການິສຖານ ໄດ້ກ່າວວ່າ ກຳລັງຮັກສາຄວາມປອດໄພແຫ່ງຊາດ ໃນໄລຍະ 24 ຊົ່ວໂມງຜ່ານມາ ໄດ້ສັງຫານພວກກະບົດເກືອບ 160 ຄົນ ແລະອີກຫຼາຍສິບຄົນໄດ້ຮັບບາດເຈັບໃນການປະ ຕິບັດງານຢູ່ຫຼາຍແຂວງທົ່ວປະເທດ.

ບັນດາຜູ້ບັນຊາການກອງທັບອັຟການິສຖານ ຍັງໄດ້ລາຍງານ ໂດຍກ່າວວ່າ ພວກເຂົາເຈົ້າໄດ້ຂັບໄລ່ກຸ່ມຕາລີບານອອກໄປຈາກເມືອງອາຣການດັບ ໃນແຂວງການດາຮາຣ ທາງພາກໃຕ້ຂອງປະເທດ ຫຼັງຈາກຫຼາຍເດືອນຜ່ານມາ ທີ່ພວກກະບົດໄດ້ບຸກເຂົ້າຍຶດເອົາເມືອງດັ່ງກ່າວ.

ສຳລັບພາກສ່ວນຂອງພວກເຂົານັ້ນ ກຸ່ມຕາລີບານກໍໄດ້ອ້າງເອົາຄວາມຮັບຜິດ ຊອບໃນການໂຈມຕີດ້ວຍລົດບັນຈຸລະເບີດໃນຕອນບ່າຍຂອງວັນອາທິດວານນີ້ຕໍ່ຂະບວດລົດຂອງກຳລັງອັຟການິສຖານຢູ່ໃນເມືອງປາກມັນ ທີ່ຕັ້ງຢູ່ຫ່າງຈາກນະຄອນຫຼວງກາບູລ ປະມານ 30 ກິໂລແມັດ.

ບັນດາເຈົ້າໜ້ານທີ່ຂອງອັຟການິສຖານ ໄດກ້າວວ່າ ແຮງລະເບີດໄດ້ສັງຫານທະຫານຮັກສາຄວາມປອດໄພຢ່າງໜ້ອງສາມຄົນແລະອີກຫຼາຍສິບຄົນໄດ້ຮັບບາດເຈັບ ແລະຢ້ານວ່າ ຈຳນວນຂອງການເສຍຊີວິດອາດເພີ້ມຂຶ້ນຍ້ອນວ່າ ຫຼາຍຄົນໃນນັ້ນ ແມ່ນມີອາກາານບາດເຈັບສາຫັດ.

ໂຄສົກຂອງກຸ່ມຕາລີບານ ທ້າວຊາບີຮູລາ ມູຈາຮີດ ໄດ້ກ່າວວ່າ ພວກກະບົດກຸ່ມນຶ່ງ ໄດ້ທຳການ “ໂຈມຕີທາງຍຸດທະວິທີ” ຕໍ່ຂະບວນລົດດັ່ງກ່າວ ພາຍຫຼັງຈາກການໂຈມຕີດ້ວຍລົດລະເບີດ ແລະ “ໄດ້ສັງຫານຫຼືເຮັດໃຫ້ກຳລັງຂອງອັຟການິສຖານ ບາດເຈັບຫຼາຍເຖິງ 45 ຄົນ” ແຕ່ຫາກວ່າ ພວກກະບົດໂດຍສ່ວນໃຫຍ່ແລ້ວ ຈະເປີດເຜີຍຈຳນວນການເສຍຊີວິດສູງກວ່າຄວາມເປັນຈິງ ສຳລັບການໂຈມຕີເຊັ່ນນັ້ນ.

ຖະແຫລງການຂອງກຸ່ມກະບົດ ໄດ້ກ່າວວ່າ ກຸ່ມຕາລີບານ “ສັງການຕໍ່ຄະນະກຳ ມາທິການ ຮັບຜິດຊອບດ້ານການທະຫານ ໃຫ້ເອົາບາດກ້າວທີ່ຈຳເປັນທັງໝົດເພື່ອປ້ອງກັນຕົນເອງ ແລະປະຊາຊົນຢູ່ໃນທ້ອງຖິ່ນ ຖ້າຫາກປະຕິບັດການທັງ ຫຼາຍຂອງກາບູລ ບໍ່ຢຸດເຊົາ ໃນທັນທີທັນໃດນັ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG