ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນໂຕ້ສັງຫານ ຜູ້ນຳອະວຸໂສ ຂອງກຸ່ມ Haqqani


ດ້ານຫຼັງຂອງໂຮງແຮມ InterContinental ທີ່ພວກຫົວຮຸນແຮງ ບຸກເຂົ້າໂຈມຕີໃນຕອນແລງຂອງວັນອັງຄານ ແລ້ວທີ່ນະຄອນຫຼວງກາບູລ ໄດ້ກາຍເປັນສີດຳ ຍ້ອນຖືກໄຟໄໝ້ (19 ມິຖຸນາ 2011)
ດ້ານຫຼັງຂອງໂຮງແຮມ InterContinental ທີ່ພວກຫົວຮຸນແຮງ ບຸກເຂົ້າໂຈມຕີໃນຕອນແລງຂອງວັນອັງຄານ ແລ້ວທີ່ນະຄອນຫຼວງກາບູລ ໄດ້ກາຍເປັນສີດຳ ຍ້ອນຖືກໄຟໄໝ້ (19 ມິຖຸນາ 2011)

ອົງການເນໂຕ້ກ່າວວ່າ ຕົນໄດ້ສັງຫານຜູ້ນຳອະວຸໂສຄົນນຶ່ງ ຂອງເຄືອຂ່າຍກຸ່ມກໍ່ການຮ້າຍ
Haqqani ຢູ່ໃນອັຟການິສຖານ ທີ່ສົງໄສວ່າ ເປັນຜູ້ໃຫ້ຄວາມຊ່ອຍເຫຼືອແກ່ພວກຫົວຮຸນ
ແຮງທີ່ບຸກໂຈມຕີໂຮງແຮມຢູ່ນະຄອນຫຼວງກາບູລໃນຕອນແລງຂອງວັນອັງຄານຜ່ານມານີ້.

ໃນຖະແຫຼງຂ່າວສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນພະຫັດມື້ນີ້ອົງການເນໂຕ້ກ່າວວ່າ ຕົນ
ໄດ້ສັງຫານນາຍ Ismail Jan ແລະພວກນັກລົບຂອງກຸ່ມ Haqqani ອີກຫຼາຍໆຄົນ ໃນ
ການໂຈມຕີທີ່ແຂວງ Paktiya ຢູ່ໃກ້ຊາຍແດນປາກິສຖານນັ້ນ. ຖະແຫຼງຂ່າວເວົ້າວ່າ ນາຍ
Jan ເປັນຮອງຜູ້ບັນຊາການຂອງເຄືອຂ່າຍກໍ່ການຮ້າຍ Haqqani ໃນອັຟການິສຖານແລະ
ເປັນຜູ້ນຳພາພວກນັກລົບຂອງກຸ່ມດັ່ງກ່າວ ທໍາ​ການໂຈມຕີກຳລັງຮັກສາຄວາມສະຫງົບຂອງ
ອັຟການິສຖານ ແລະກຳລັງປະສົມນັບແຕ່ທ້າຍປີກາຍນີ້ເປັນຕົ້ນມາ.

ການບຸກໂຈມຕີແລະເຂົ້າຢຶດໂຮງແຮມ Inter-Continental ແບບທີ່ມີການປະສານງານກັນ
ຢ່າງດີເປັນເວລາ 5 ຊົ່ວໂມງຢູ່ທີ່ນະຄອນຫຼວງກາບູລ ໂດຍພວກຫົວຮຸນແຮງທີ່ປະກອບອາ
ວຸດເຕັມອັດຕານັ້ນ ໄດ້ສິ້ນສຸດລົງ ໃນຕອນເຊົ້າຂອງວັນພຸດວານນີ້ ຫຼັງຈາກພວກບຸກໂຈມຕີ
ທັງ 9 ຄົນ ລະເບີດຕົນ​ເອງ​ຕາຍ ຫຼືບໍ່ກໍໄດ້ຖືກສັງຫານໂດຍກຳລັງຂອງອັຟການິສຖານແລະ
ເນໂຕ້. ການໂຈມຕີໄດ້​ເຮັດ​ໃຫ້ 11 ຄົນ​ເສຍ​ຊີ​ວິດຮວມທັງພວກຄົນງານໂຮງແຮມຊາວອັຟ
ການິສຖານ ເຈົ້າໜ້າທີ່ຕຳຫຼວດ ແລະແຂກຄົນນຶ່ງທີ່ເປັນຊາວສະເປນ.

ນອກນັ້ນຍັງມີອີກ 8 ຄົນໄດ້ຮັບບາດເຈັບ. ອົງການເນໂຕ້ໄດ້ຖິ້ມໂທດການບຸກໂຈມຕີໃນຄັ້ງ
ນີ້ໃສ່ເຄືອຂ່າຍ Haqqani ທີ່ເນໂຕ້ກ່າວວ່າໄດ້ດຳເນີນງານຮ່ວມກັນກັບກຸ່ມຫົວຮຸນແຮງທາ
ລີບານແລະກຸ່ມທາລີບານກໍໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຄັ້ງນີ້.

XS
SM
MD
LG