ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຄວາມຮຸນແຮງ ໃນ ອັຟການິສຖານ


ອົງການເນໂຕ້ກ່າວວ່າ ສົບຂອງທະຫານເຮືອອະເມຣິກັນຄົນນຶ່ງ ໃນຈຳນວນ 2 ຄົນ ທີ່ຫາຍສາບສູນໄປ ໃນພາກ ຕາເວັນອອກອັຟການິສຖານນັ້ນ ໄດ້ຖືກພົບເຫັນແລ້ວ.

ຖະແຫຼງຂ່າວສະບັບນຶ່ງ ທີ່ອອກ​ໂດຍກຳລັງປະສົມ ພາຍໃຕ້ການນຳພາ ຂອງສະຫະລັດ ໃນວັນອັງຄານມື້ນີ້ ກ່າວວ່າ ສົບຂອງທະຫານເຮືອຄົນນີ້ ໄດ້ຖືກພົບເຫັນ ຫຼັງຈາກມີການ ຊອກຄົ້ນຫາ ຢ່າງຂຸ້ນຂ້ຽວ. ອົງການເນໂຕ້ກ່າວວ່າ ການປະຕິບັດງານຄົ້ນຫາ ຈະດຳເນີນຕໍ່ໄປ ຈົນກວ່າຈະ​ພົບ​ເຫັນ ທະຫານທີ່ຫາຍສາບ ສູນໄປອີກຄົນນຶ່ງ.

ທະຫານທັງສອງຄົນ ໄດ້ຫາຍສາບສູນໄປ ທີ່ແຂວງ LOGAR ໃນພາກຕາເວັນອອກ ຂອງ ອັຟການິສຖານ ໃນມື້ວັນສຸກແລ້ວ ຫຼັງຈາກພວກເຂົາເຈົ້າ ໄດ້ເຂົ້າໄປໃນ​ເຂດທີ່ຮູ້ກັນ ດີວ່າ ເປັນທີ່ໝັ້ນອັນເຂັ້ມແຂງ ຂອງພວກກະບົດ.

ກ່ອນ​ໜ້າ​ນີ້ ກຸ່ມ​ຕາ​ລີ​ບານ​ກ່າວ​ວ່າ ພວກ​ຕົນ​ໄດ້​ສັງຫານ ​ທະຫານ​ເຮືອ​ຄົນ​ນຶ່ງ​ ແລະ​ຈັບ​ໄດ້​ອີກ​ຄົນ​ນຶ່ງ.

ຖະແຫຼງຂ່າວຂອງອົງການເນໂຕ້ ບໍ່ໄດ້ລະບຸວ່າ ທະຫານອະເມຣິກັນ ຄົນທີ່​ຖືກ​ຂ້າ​ຕາຍ​ນັ້ນແມ່ນໃຜ ແຕ່ໜັງສືພິມ DENVER POST ໃນລັດໂຄໂລຣາໂດແຈ້ງວ່າ ສະມາຊິກ ສະພາຂອງລັດຄົນ​ນຶ່ງ ​ໄດ້ລະບຸວ່າ ຜູ້ກ່ຽວແມ່ນທ້າວ JUSTIN McNELEY ອາຍຸ 30 ປີ.

ສະມາຊິກສະພາຂອງລັດທ່ານນີ້ ກ່າວຕໍ່ໜັງສືພິມ DENVER POST ວ່າ ທ້າວ McNELEY ເປັນລູກຊາຍ ຂອງນ້ອງພັນລະຍາທ່ານ.

XS
SM
MD
LG