ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທະຫານເນໂຕ້ ຈັບ ຜບ. ກຸ່ມທາລີບານ


ທະຫານອັຟການິສຖານ
ທະຫານອັຟການິສຖານ

ອົງການເນໂຕ້ ກ່າວວ່າ ທະຫານ ອັຟການິສຖານ ແລະ ກຳລັງຂອງນາໆຊາດ ຈັບຜູ້ບັນຊາການ ກຸ່ມທາລີບານ ປະຈຳເຂດເມືອງໆນຶ່ງໄດ້ ຫຼັງຈາກ ໄດ້ມີການສູ້ລົບກັນ ເປັນເວລາ 4 ຊົ່ວໂມງ ໃນພາກໃຕ້ ຂອງອັຟການິສຖານ.

ໃນຖະແຫຼງຂ່າວ ທີ່ນຳອອກເຜີຍແຜ່ ໃນວັນພະຫັດມື້ນີ້ ອົງການເນໂຕ້ ເວົ້າວ່າ ມີພວກກະບົດ ທາລີບານ ຈຳນວນຫຼວງຫຼາຍ ໄດ້ຖືກຂ້າຕາຍ ໃນການສູ້ລົບກັນ ຢູ່ໃນເຂດເມືອງ BAGHRAN ຂອງແຂວງ HELMAND.

ເນໂຕ້ກ່າວອີກວ່າ ທະຫານ ຈັບພວກກະບົດໄດ້ ຫຼາຍໆຄົນ ຫຼັງຈາກການສູ້ລົບກັນ ຮວມທັງ ຜູ້ບັນຊາການ ທາລີບານ ໃນເຂດເມືອງ ZAD ທີ່ຕັ້ງຢູ່ ທາງຕາເວັນຕົກສຽງໃຕ້ ຂອງເຂດ ທີ່ສູ້ລົບກັນ.

ຂະນະດຽວກັນ ເຈົ້າໜ້າທີ່ ເກົາຫຼີໃຕ້ ກ່າວວ່າ ມີຈະຫຼວດ 2 ລູກ ຕົກໃສ່ຄ້າຍ ທະຫານ ຂອງຕົນ ໃນພາກເໜືອ ອັຟການິສຖານ.

ໂຄສົກກະຊວງ ການຕ່າງປະເທດ ເກົາຫຼີໃຕ້ ກ່າວວ່າ ມີພວກຄົນງານກໍ່ສ້າງ ແລະເຈົ້າ ໜ້າທີ່ ຮັກສາຄວາມສະຫງົບ ຢູ່ທີ່ຄ້າຍ ຂອງເກົາຫຼີໃຕ້ ທີ່ແຂວງ PARWAN ເວລາລູກຈະຫຼວດ ຕົກໃສ່ ແຕ່ບໍ່ປາກົດວ່າ ມີຜູ້ໃດ ໄດ້ຮັບບາດເຈັບ ລົ້ມຕາຍ ຈາກການໂຈມຕີ ໃນຄັ້ງນີ້. ໂຄສົກເວົ້າວ່າ ເຈົ້າໜ້າທີ່ ຮັກສາຄວາມສະຫງົບ ໄດ້ຍິງຈະຫຼວດ 2 ລູກ ຕອບໂຕ້ຄືນ.

ເຫດຮ້າຍ ທີ່ວ່ານີ້ ມີຂຶ້ນຂະນະທີ່ ໜ່ວຍກໍ່ສ້າງ ພົນລະເຮືອນ ຂອງເກົາຫຼີໃຕ້ ພວມກະກຽມ ທີ່ຈະ​ເປີດ​ສາກ ການປະຕິບັດງານ ຂອງ​ຕົ​ນ ຢູ່ໃນອັຟການິສຖານ ຢ່າງເປັນທາງການ ໃນ ວັນພະຫັດ ມື້ນີ້.

XS
SM
MD
LG