ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

11 ຄົນ ຖືກສັງຫານ ໃນການໂຈມຕີ ຄັ້ງທີສອງ ພາຍໃນສາມວັນ ຢູ່ໃນ ນະຄອນຫຼວງ ກາບູລ


Kabul Attacks
please wait
Embed

No media source currently available

0:00 0:02:46 0:00

ສະມາຊິກ 11 ຄົນ ຂອງກອງທັບບົກແຫ່ງຊາດ ອັຟການິສຖານ ໄດ້ຖືກສັງຫານ ແລະ
ພວກຄົນອື່ນໆອີກ 16 ຄົນ ໄດ້ຮັບບາດເຈັບ ໃນການໂຈມຕີເມື່ອຕອນເຊົ້າ ວັນຈັນມື້ນີ້
ຢູ່ທີ່ວິທະຍາຄານທະຫານ ໃນນະຄອນຫຼວງກາບູລ.

ທ່ານດາວລັດ ວາຊີຣີ ໂຄສົກຂອງກະຊວງປ້ອງກັນປະເທດ ອັຟການິສຖານ ກ່າວວ່າ
“ການໂຈມຕີ ແມ່ນຕໍ່ໜ່ວຍກອງທັບບົກ ທີ່ສະໜອງການຮັກສາຄວາມປອດໄພ ໃຫ້
ແກ່ວິທະຍາຄານ ແລະ ບໍ່ແມ່ນຕໍ່ວິທະຍາຄານ ເອງ.”
ພວກເຫັນເຫດການ ກ່າວວ່າ
ການຕໍ່ສູ້ກັນ ແມ່ນຢູ່ໃກ້ໆ ກັບ ມະຫາວິທະຍາໄລ ປ້ອງກັນປະເທດ ແຫ່ງຊາດ Marshal
Fahim ໄດ້ສືບຕໍ່ໄປ ຈົນກາຍຕອນຟ້າແຈ້ງ.

ຜູ້ຊາຍຄົນນຶ່ງ ໄດ້ຮັບບາດເຈັບ ຖືກເຄື່ອນຍ້າຍໃສ່ຕຽງຫາມ ຢູ່ດ້ານນອກໂຮງໝໍແຫ່ງນຶ່ງ ຫລັງຈາກ ການໂຈມຕີສະຫຼະຊີບ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 27 ມັງກອນ 2018.
ຜູ້ຊາຍຄົນນຶ່ງ ໄດ້ຮັບບາດເຈັບ ຖືກເຄື່ອນຍ້າຍໃສ່ຕຽງຫາມ ຢູ່ດ້ານນອກໂຮງໝໍແຫ່ງນຶ່ງ ຫລັງຈາກ ການໂຈມຕີສະຫຼະຊີບ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 27 ມັງກອນ 2018.

ອີງຕາມ ທ່ານວາຊີຣີ ພວກລະເບີດສະຫຼະຊີບ 5 ຄົນ ໄດ້ປະຕິບັດການໂຈມຕີ. ຄັ້ງທຳອິດ
ຜູ້ລະເບີດສະຫຼະຊີບສອງຄົນ ບີບຂະນວນເສື້ອລະເບີດໃຫ້ແຕກຂຶ້ນ ຢູ່ທາງເຂົ້າ ໃນ
ຂະນະທີ່ ອີກສາມຄົນ ພະຍາຍາມທີ່ຈະເຂົ້າໄປຂ້າງໃນ. ໜ່ວຍກອງທັບບົກແຫ່ງຊາດ
ອັຟການິສຖານ ໄດ້ສັງຫານ ສອງໃນສາມຄົນ ແລະ ຈັບກຸມໄດ້ຄົນນຶ່ງ ພ້ອມດ້ວຍເສື້ອ
ລະເບີດຂອງຜູ້ກ່ຽວ.

ລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ໂດຍຜ່ານອົງການຂ່າວ ອາມັກ ຂອງຕົນ.

ຊາວອັຟການິສຖານ ພາກັນໄວ້ພາວັນນາ ໃນລະຫວ່າງພິທີສົ່ງສະການ ຜູ້ເຄາະຮ້າຍຄົນນຶ່ງ ທີ່ຖືກຂ້າຕາຍໃນການໂຈມຕີສະຫລະຊີບ ເມື່ອວັນເສົາຜ່ານມາ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 28 ມັງກອນ 2018.
ຊາວອັຟການິສຖານ ພາກັນໄວ້ພາວັນນາ ໃນລະຫວ່າງພິທີສົ່ງສະການ ຜູ້ເຄາະຮ້າຍຄົນນຶ່ງ ທີ່ຖືກຂ້າຕາຍໃນການໂຈມຕີສະຫລະຊີບ ເມື່ອວັນເສົາຜ່ານມາ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 28 ມັງກອນ 2018.

ການໂຈມຕີ ມີຂຶ້ນນຶ່ງວັນ ໃນເວລາ ທີ່ເມືອງນີ້ ຍັງກຳລັງປັ່ນປ່ວນຢູ່ ກັບຜົນກະທົບ ທີ່
ເກີດຂຶ້ນ ໃນການໂຈມຕີທີ່ຮ້າຍແຮງ ໃນທ້າຍສັບປະດາຜ່ານມານີ້ ທີ່ໄດ້ສັງຫານຫຼາຍ
ກວ່າ 100 ຄົນ ໂດຍລວມທັງເຈົ້າໜ້າທີ່ຕຳຫຼວດຫຼາຍຄົນ. ທົ່ວປະເທດກຳລັງໄວ້ອາໄລ
ໃນວັນອາທິດວານນີ້ ອັນເປັນວັນຂອງການໄວ້ທຸກ ໃນຂະນະທີ່ ປະທານາທິບໍດີ
ອາຊຣັຟ ການີ ໄດ້ປະກາດເອົາ ວັນຈັນມື້ນີ້ ໃຫ້ເປັນວັນພັກ ໃນນະຄອນຫຼວງກາບູລ
ເພື່ອ “ເປີດແຫລ່ງບໍລິການຕ່າງໆໄວ້ ເພື່ອສະໜອງການຊ່ອຍເຫຼືອໃຫ້ດີຂຶ້ນ” ແກ່
ພວກເຄາະຮ້າຍຈາກການໂຈມຕີດ້ວຍລະເບີດເມື່ອທ້າຍສັບປະດາ.

ໃນທົ່ວປະເທດ ພິທີສວດມົນພາວັນນາຕ່າງໆ ໄດ້ຖືກວາງແຜນໄວ້ ສຳລັບ ພວກຜູ້
ເຄາະຮ້າຍທັງຫຼາຍ ໃນວັນອັງຄານມື້ອື່ນນີ້.

ຕຳຫຼວດອັຟການິສຖານ ກວດກາເບິ່ງສະຖານທີ່ ການໂຈມຕີດ້ວຍລະເບີດ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 28 ມັງກອນ 2018.
ຕຳຫຼວດອັຟການິສຖານ ກວດກາເບິ່ງສະຖານທີ່ ການໂຈມຕີດ້ວຍລະເບີດ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 28 ມັງກອນ 2018.

ການໂຈມຕີຂອງ ວັນຈັນມື້ນີ້ ຍັງກົງກັບ ການເດີນທາງມາຢ້ຽມຢາມ ປະເທດຂອງປະທາ
ນາທິບໍດີ ຂອງອິນໂດເນເຊຍ ທ່ານ ໂຈໂກ ວີໂດໂດ ຜູ້ທີ່ຈະຢູ່ໃນເມືອງ ເປັນເວລາພຽງ
ນຶ່ງວັນ. ກ່ອນໜ້ານີ້ ທ່ານໄດ້ໄປຢ້ຽມຢາມ ປະເທດເພື່ອນບ້ານ ປາກິສຖານ ບ່ອນທີ່ ທ່ານ
ໄດ້ນຳສະເໜີ ການຈັດຕັ້ງຄະນະກຳມະການ ທີ່ປະກອບດ້ວຍ ບັນດາບັນດິດດ້ານອິສລາມ ຈາກປະເທດອິນໂດເນເຊຍ ອັຟການິສຖານ ແລະ ປາກິສຖານ ເພື່ອສົ່ງເສີມການແກ້ບັນ
ຫາຂັດແຍ້ງຂອງອັຟການິສຖານ ຢ່າງສັນຕິ. ອິນໂດເນເຊຍ ເປັນປະເທດ ທີ່ມີປະຊາຊົນ
ນັບຖືອິສລາມ ຫຼາຍທີ່ສຸດໃນໂລກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG