ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

25 ຄົນເສຍຊີວິດຍ້ອນ ລະເບີດທີ່ Afghanistan


ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ລົດໂດຍສານ ທີ່ແໜ້ນ
ໄປດ້ວຍຜູ້ຄົນຄັນນຶ່ງໄດ້ແລ່ນໄປຢຽບລະເບີດແຄມທາງ
ໃນພາກໃຕ້ອັຟການິສຖານເຮັດໃຫ້ພົນລະເຮືອນເສຍຊີວິດ
ຢ່າງນ້ອຍ 25 ຄົນ ແລະໄດ້ຮັບບາດເຈັບອີກ 20 ຄົນ.

ລະເບີດໄດ້ແຕກຂຶ້ນໃນວັນພຸດມື້ນີ້ ທີ່ທາງຫຼວງສາຍນຶ່ງ
ໃນເຂດເມືອງ DELA RAM ແຂວງ NIMROZ
ຂະນະທີ່ລົດໂດຍສານຄັນນີ້ ພວມເດີນທາງມຸ່ງໜ້າໄປຍັງ
ນະຄອນຫຼວງກາບູລ.

ທ່ານ GHULAM DASTGIR AZAD ເຈົ້າແຂວງໆ
NIMROZ ກ່າວຕໍ່ພວກນັກຂ່າວວ່າ ທ່ານເຊື່ອວ່າກຳລັງຂອງພວກກະບົດເປັນຜູ້ຢູ່ເບື້ອງຫຼັງ
ການໂຈມຕີໃນຄັ້ງນີ້.

ເຈົ້າໜ້າທີ່ຄົນນຶ່ງຂອງອົງການເນໂຕ້ກໍໄດ້ຖິ້ມໂທດໃສ່ພວກກະບົດຄື​ກັນໃນການລະເບີດ
ລົດ​ເມໂດຍສານຄັ້ງນີ້ ແລະການໂຈມຕີທີ່ຮ້າຍແຮງຢູ່ອີກບ່ອນນຶ່ງໃນພາກໃຕ້ອັຟການິສ
ຖານ. ອົງການເນໂຕ້ກ່າວວ່າມີ 2 ຄົນເສຍຊີວິດໃນເຫດຮ້າຍດັ່ງກ່າວເວລາລົດຂອງພວກ
ເຂົາເຈົ້າໄດ້ແລ່ນໄປຕຳລະເບີດແຄມທາງ.

ພັນເອກ RAFAEL TORRES ກອງບັນຊາການຮ່ວມຂອງກຳລັງນາໆຊາດໄດ້ປະນາມ
ອັນທີ່ທ່ານເອີ້ນວ່າການໂຈມຕີແບບຂີ້ຂາດຕາຂາວແລະເວົ້າວ່າພວກກະບົດຈະບໍ່ສາມາດ
ຂັດຂວາງບໍ່ໃຫ້ກຳລັງປະສົມເຮັດໃຫ້ອັຟການິສຖານມີຄວາມປອດໄພໄດ້.

XS
SM
MD
LG