ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

2 ຄົນເສຍຊີວິດ ຍ້ອນການໂຈມຕີສະລະ​ຊີບ ໃນອັຟການິສຖານ


ການໂຈມຕີລົດດ້ວຍ​ລະ​ເບີດ​ສະລະ​ຊີບທີ່ເມືອງ Lashkar Gah, ແຂວງ Helmand
ການໂຈມຕີລົດດ້ວຍ​ລະ​ເບີດ​ສະລະ​ຊີບທີ່ເມືອງ Lashkar Gah, ແຂວງ Helmand

ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ອັຟກາ​ນີສຖານ ກ່າວ​ວ່າ ການໂຈມຕີລົດດ້ວຍ​ລະ​ເບີດ​ສະລະ​ຊີບໄດ້​
ສັງຫານຢ່າງ​ນ້ອຍ 2 ຄົນ ​ໃນເມືອງ​ Lashkar Gah ເມືອງຫຼວງຂອງແຂວງ Helman
ທີ່ວຸ້ນວາຍໃນພາກໃຕ້ອັຟການິສຖານນັ້ນ.

ການໂຈມຕີດ້ວຍລົດ​ລະ​ເບີດແມ່ນ​ໄດ້​ມີ​ຂຶ້ນ​ໃນຕອນ​ເຊົ້າ​ວັນ​ອັງຄານ​ມື້ນີ້ໃນ​ຖະໜົນສາຍນຶ່ງ
ທີ່ແອອັດໄປ​ດ້ວຍ​ຜູ້​ຄົນ ​ຢູ່ຂ້າງ​ນອກປ້ອມຕໍາຫຼວດແລະ​ເຮັດ​ໃຫ້​ມີຢ່າງ​ນ້ອຍ​ 26 ຄົນ​ໄດ້​ຮັບ​
ການບາດ​ເຈັບ.

ພວກ​ກໍ່​ການ​ຮ້າຍ ຕາ​ລີບັນ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບດັ່ງກ່າວ​ນີ້.

ເມືອງ Lashkar Gah ນັ້ນ​ແມ່ນ ນຶ່ງ​ໃນເຈັດ ຂົງ​ເຂດ​ ທີ່​ວ່າ​ການ​ຮັກສາ​ຄວາມ​ປອດ​ໄພ​ ​
ໄດ້​ຖືກມອບຈາກ​ກຳລັງ​ຮັກສາຄວາມ​ປອດ​ໄພຂອງ​ຕ່າງປະ​ເທດ​ ໃຫ້ແກ່ທາງຝ່າຍອັຟກາ​
ນີສຖານແລ້ວ ​ໃນ​ເດືອ​ນກໍລະກົດຜ່ານມາ ຊຶ່ງ​ເປັນ​ບາດກ້າວ​ທໍາ​ອິດ​ ໃນ​ຂັ້ນຕອນຂອງການ
ມອບ​ໂອນການຮັກສາຄວາມປອດໄພທີ່ກອງ​ກໍາລັງຂອງຕ່າງປະ​ເທດ​ທີ່​ຈະ​ຖືກຖອນອອກ​
ໄປຈາກອັຟກາ​ນີສຖານພາຍໃນ​ທ້າຍ​ປີ 2014.

ການ​ໂຈມ​ຕີແມ່ນ​ມີ​ຂຶ້ນມື້​ນຶ່ງ ຫຼັງຈາກທາງ​ການ​ສະຫະລັດ​ກ່າວ​ວ່າ ​ໄດ້​ມີ​ຊາວ​ອະ​ເມຣິກັນ​
ຜູ້​ນຶ່ງ​ຖືກ​ສັງຫານ​ແລະ​ອີກ​ຜູ້​ນຶ່ງ​ໄດ້​ຮັບ​ບາດ​ເຈັບ ​ໃນ​ເຫດຮ້າຍກ່ຽວກັບການຍິງກັນ​ທີ່​ສະຖາ​ນ
ທູດສະຫະລັດໃນກຸງ Kabul ນັ້ນ.

XS
SM
MD
LG