ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຸດປະສົງ ທີ່ສຳຄັນ ຂອງ ສຫລ ຢູ່ອັຟການິສຖານ ສາມາດ ບັນລຸໄດ້ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ (ຂວາ) ພົບປະກັບປະທານາທິບໍດີ ອັຟການິສຖານ ທ່ານຮາມິດ ກາໄຊ ທີ່ທຳນຽບຂາວ (11 ມັງກອນ 2013)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ (ຂວາ) ພົບປະກັບປະທານາທິບໍດີ ອັຟການິສຖານ ທ່ານຮາມິດ ກາໄຊ ທີ່ທຳນຽບຂາວ (11 ມັງກອນ 2013)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວໃນຄຳປາ
ໄສປະຈຳສັບປະດາຂອງທ່ານວ່າຈຸດປະສົງທີ່ສຳຄັນໃນການເຮັດ ສົງຄາມຢູ່ອັຟການິສຖານ ແມ່ນໃກ້ຈະບັນລຸແລ້ວ.

ປະທານາທິບໍດີໂອບາມາ ກ່າວໃນວັນເສົາ ມື້ນີ້ວ່າ ເປົ້າໝາຍໃນ
ການຄໍ້າປະກັນວ່າ ກຸ່ມກໍ່ການຮ້າຍຂ້າມຊາດອາລກາອີດາ ຈະບໍ່ ສາມາດໃຊ້ອັຟການິສຖານຄືນອີກເພື່ອເປີດສາກໂຈມຕີຕໍ່ອາເມ
ຣິການັ້ນ ໃກ້ຈະບັນລຸກັນແລ້ວ ແລະ ສົງຄາມໃນອັຟການິສຖານ
ຈະສິ້ນສຸດລົງ ພາຍໃນທ້າຍປີໜ້າ.

ໃນມື້ວັນສຸກວານນີ້ ປະທານາທິບໍດີໂອບາມາ ໄດ້ພົບປະກັບປະ
ທານາທິບໍດີອັຟການິສຖານທ່ານຮາມິດ ກາໄຊ ທີ່ທຳນຽບຂາວ ເພື່ອປຶກສາຫາລືກ່ຽວກັບບົດ ບາດໃນອະນາຄົດຂອງສະຫະລັດ
ຢູ່ໃນອັຟການິສຖານ. ຫຼັງຈາກນັ້ນຜູ້ນຳທັງ 2 ກໍໄດ້ທຳການຖະແຫຼງຂ່າວຮ່ວມກັນ.

ທ່ານໂອບາມາເວົ້າວ່າ ທ່ານເອງແລະປະທານາທິບໍດີອັຟການິສຖານ ໄດ້ຕົກລົງກັນ ກ່ຽວ ກັບແຜນການທີ່ຈະຫັນປ່ຽນການປະຕິບັດງານຂອງສະຫະລັດໃນອັຟການິສຖານໄປສູ່ບົດ ບາດການໃຫ້ຄວາມສະໜັບສະໜຸນໃນລະດູບານໃໝ່ນີ້ສອງສາມເດືອນກ່ອນທີ່ຄາດໝາຍ ກັນໄວ້.

ທ່ານໂອບາມາເວົ້າວ່າ ຫຼັງຈາກນັ້ນ ທະຫານສະຫະລັດຈະເພັ່ງເລັງໃສ່ການຝຶກແອບ ໃຫ້ ຄຳແນະນຳ ແລະຊ່ອຍເຫຼືອ ກຳລັງອັຟການິສຖານ. ທ່ານເວົ້າວ່າ ມັນຈະເປັນເວລາ ທີ່ມີ ຄວາມສຳຄັນທາງປະຫວັດສາດ.

ກ່ຽວຂ້ອງກັນ

XS
SM
MD
LG