ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ໂອບາມາ ຈະພົບປະ ກັບ ປ. ກາໄຊ ທີ່ທຳນຽບຂາວ (ວີດີໂອ)


ປະທານາທິບໍດີອັຟການິສຖານ ທ່ານຮາມິດ ກາໄຊ ກວດແຖວທະຫານກອງກຽດຕິຍົດ ທີ່ທຳນຽບຫ້າແຈ
ປະທານາທິບໍດີອັຟການິສຖານ ທ່ານຮາມິດ ກາໄຊ ກວດແຖວທະຫານກອງກຽດຕິຍົດ ທີ່ທຳນຽບຫ້າແຈ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະປະທານາ
ທິບໍດີອັຟການິສຖານ ທ່ານຮາມິດ ກາໄຊ ພົບປະກັນ ຢູ່ທີ່ທຳນຽບ
ຂາວໃນວັນສຸກມື້ນີ້ ເພື່ອສົນທະນາຫາລື ກ່ຽວກັບບົດບາດ ໃນອະ
ນາຄົດຂອງກຳລັງທະຫານສະຫະລັດ ໃນອັຟການິສຖານຊຶ່ງເປັນ
ການພົບປະ ເທື່ອທຳອິດ ນັບແຕ່ທ່ານໂອບາມາໄດ້ຖືກເລືອກໃຫ້ ເຂົ້າຮັບຕຳແໜ່ງເປັນສະໄໝທີສອງ.

ພວກຜູ້ນຳທັງສອງຈະຈັດກອງປະຊຸມຖະແຫຼງຂ່າວຮ່ວມໃນຕອນ
ບ່າຍຂອງວັນ ສຸກມື້ນີ້.

ແຜນການໃນປັດຈຸບັນ ແມ່ນຮຽກຮ້ອງໃຫ້ສະຫະລັດຖອນກຳລັງ
ເກືອບທັງໝົດ ຂອງຈຳນວນ 70,000 ຄົນ ອອກຈາກອັຟການິສ
ຖານພາຍໃນທ້າຍປີ 2014.

ແຕ່ແຜນການທີ່ວ່ານີ້ ແມ່ນຂຶ້ນຢູ່ກັບເງື່ອນໄຂຈຳນວນນຶ່ງ ຮວມທັງ ກຳລັງອັຟການິສຖານ ຈະສາມາດຮັບຊ່ວງແທນ ໃນການຮັກສາຄວາມປອດໄພໄດ້ຫຼືບໍ່ໃນໄລຍະດັ່ງກ່າວ. ນອກ ນັ້ນແລ້ວແມ່ນຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າທະຫານອາເມຣິກັນທີ່ຍັງປະຈຳການຕໍ່ຢູ່ໃນ ອັຟການິສຖານ ຖ້າຫາກຍັງມີເຫຼືອຢູ່ ຈະມີບົດບາດແນວໃດ.

ໃນວັນພະຫັດວານນີ້ ທ່ານກາໄຊ ໄດ້ພົບປະກັບລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton.

ກ່ອນໜ້ານັ້ນທີ່ທຳນຽບຫ້າແຈລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດທ່ານ Leon
Panetta ກໍໄດ້ແຈ້ງໃຫ້ທ່ານກາໄຊຊາບວ່າ ສະຫະລັດ ແລະອັຟການິສຖານ ໄດ້ດຳເນີນ ງານຮ່ວມກັນເປັນເວລາດົນນານເພື່ອໃຫ້ເປັນທີ່ແນ່ໃຈວ່າ ອັຟການິສຖານຈະບໍ່ກາຍເປັນ ບ່ອນຫຼົບລີ້ຂອງພວກກໍ່ການຮ້າຍຄືນອີກ.

ກ່ຽວຂ້ອງກັນ

XS
SM
MD
LG