ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜບ. ສະຫະລັດຮຽກຮ້ອງ ໃຫ້ຮ່ວມມືກັນ ໃນສົງຄາມ ອັຟການິສຖານ


ນາຍພົນສະຫະລັດ ທ່ານ DAVID PETRAEUS ຮຽກຮ້ອງ ໃຫ້ດຳເນີນ ຄວາມພະຍາຍາມ ຮ່ວມກັນ ກ່ຽວກັບສົງຄາມ ໃນອັຟກາ ນິສຖານ ໃນການໃຫ້ຄວາມເຫັນ ຄັ້ງທຳອິດ ນັບແຕ່ທ່ານ ໄດ້ເດີນທາງໄປເຖິງ ອັຟການິສຖານ ເພື່ອບັງຄັບບັນຊາ ກຳລັງທະຫານ ຂອງອົງການເນໂຕ້ ທີ່ນັ້ນ.

ນາຍພົນ PETRAEUS ກ່າວຕໍ່ແຂກ ຊາວອັຟການິສຖານ ຊາວອະເມຣິກັນ ແລະຊາວຕ່າງ ປະເທດອື່ນໆ ທີ່ສະຖານທູດ ສະຫະລັດ ໃນນະຄອນຫຼວງ ກາບູລ ໃນວັນເສົາມື້ນີ້ວ່າ ພວກເຂົາເຈົ້າ ຕ້ອງໄດ້ດຳເນີນງານ ຮ່ວມກັນ ເປັນໝູ່ຄະນະ ຢູ່ໃນສົງຄາມ ທີ່ຍືດເຍື້ອມາ ເປັນເວລາເກືອບ 9 ປີແລ້ວນັ້ນ. ທ່ານເວົ້າວ່າ ການຮ່ວມມືກັນ ບໍ່ແມ່ນທາງເລືອກ.

ນາຍພົນ PETRAEUS ໄດ້ເດີນທາງ ໄປເຖິງ ນະຄອນຫຼວງກາບູລ ໃນມື້ວັນສຸກວານນີ້ ເພື່ອບັງຄັບບັນຊາ ທະຫານອະເມຣິກັນ ແລະກຳລັງ ຂອງອົງການເນໂຕ້ 140,000 ຄົນ ໃນອັຟການິສຖານ ນຶ່ງມື້ ຫຼັງຈາກ ການແຕ່ງຕັ້ງຂອງທ່ານ ໄດ້ຮັບການອະນຸມັດ ຈາກສະພາ ສູງ ສະຫະລັດ.

ນາຍພົນ PETRAEUS ໄປຮັບໜ້າທີ່ ແທນນາຍພົນ STANLEY McCHRYSTAL ທີ່ໄດ້ລາອອກ ໃນສັບປະດາແລ້ວ ຫຼັງຈາກທ່ານ ແລະ ຜູ້ຊ່ອຍຂອງທ່ານ ໄດ້ໃຫ້ທັດສະນະ ຄວາມເຫັນແບບເຍາະເຍີ້ຍຫົວຂວັນ ກ່ຽວກັບເຈົ້າໜ້າທີ່ໃນຄະນະລັດຖະບານທ່ານໂອບາມາ ຕໍ່ວາຣະສານ ROLLING STONE.

XS
SM
MD
LG