ເຈົ້າໜ້າທີ່ອົງການສະຫະປະຊາຊາດກ່າວວ່າບໍ່ມີພະນັກງານ
ຂອງສະຫະປະຊາຊາດຄົນໃດ ໄດ້ຮັບອັນຕະລາຍ ໃນການ
ໂຈມຕີດ້ວຍລະເບີດສະລະຊີບ ທີ່ສຳນັກງານອົງການສະຫະ
ປະຊາຊາດໃນພາກຕາເວັນຕົກຂອງອັຟການິສຖານ.
ກຸ່ມທາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີ
ສຳນັກງານອົງການສະຫະປະຊາຊາດ ທີ່ເມືອງ Herat ໃນ
ວັນເສົາມື້ນີ້ ໂດຍພວກຫົວຮຸນແຮງຢ່າງນ້ອຍ 4 ຄົນ.
ເຈົ້າໜ້າທີ່ສະຫະປະຊາຊາດກ່າວວ່າ ພວກໂຈມຕີດ້ວຍລະ
ເບີດສະລະຊີບຈຳນວນນຶ່ງໄດ້ບີບຄະນວນລະເບີດໃຫ້ແຕກຂຶ້ນ ຊຶ່ງອຳນວຍໃຫ້ພວກກະບົດ
ຄົນອື່ນໆ ໃນຊຸດເຄື່ອງແບບຕຳຫຼວດແລະຜ້າປົກໜ້າສາມາດເຂົ້າໄປຂ້າງໃນຂອງຕຶກສຳນັກ
ງານ. ເຈົ້າໜ້າທີ່ກ່າວວ່າ ພວກຫົວຮຸນແຮງໄດ້ຖືກຂ້າຕາຍໃນການໂຈມຕີຄັ້ງນີ້.
ກຳລັງຮັກສາຄວາມສະຫງົບຂອງອັຟການິສຖານໄດ້ອ້ອມຕຶກອາຄານດັ່ງກ່າວໄວ້.
ໃນປີກາຍນີ້ໄດ້ມີການໂຈມຕີຫຼາຍໆຄັ້ງ ທີ່ແນເປົ້າໝາຍໃສ່ການປະຕິບັດງານຂອງນາໆຊາດ
ທີ່ນະຄອນຫຼວງກາບູລ ຮວມທັງການໂຈມຕີບ້ານພັກ ຂອງອົງການສະຫະປະຊາຊາດ ແລະ
ສະຖານທູດອິນເດຍ.