ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໓ ກຸມພາ ໒໐໒໕

ອັ​ຟ​ການິ​ສ​ຖານ ເລີ້ມ​ສົ່ງສຳ​ພາ​ລະ​ໄປ​ຍັງ ​ອິນ​ເດຍ ຜ່ານ​ທາງ​ທ່າເຮືອ ​ຂອງ​ອີ​ຣ່ານ


ວີວ​ບາງ​ສ່ວນ​ຂອງ​ເມື່ອງ​ທ່າ ກາ​ລັງ​ຕາ​ຣີ ຂອງ​ເມືອງ ຊາ​ບາ​ຮາ,​ອີ​ຣ່ານໃນ​ວັນ​ທີ 12 ພຶດ​ສະ​ພາ 2015
ວີວ​ບາງ​ສ່ວນ​ຂອງ​ເມື່ອງ​ທ່າ ກາ​ລັງ​ຕາ​ຣີ ຂອງ​ເມືອງ ຊາ​ບາ​ຮາ,​ອີ​ຣ່ານໃນ​ວັນ​ທີ 12 ພຶດ​ສະ​ພາ 2015

ອັ​ຟ​ການິ​ສ​ຖານ ໄດ້​ເລີ້ມ​ສົ່ງ​ເຂົ້າ​ຂອງ ໄປ​ຍັງ​ອິນ​ເດຍ ເປັນ​ຄັ້ງ​ທຳ​ອິດ ​ຜ່ານ​ທາງ​ທ່າ
ເຮືອ​ຂອງ​ອີ​ຣ່ານ ທີ່​ພັດ​ທະ​ນາ​ໃໝ່ ໃນ​ການ​ເອົາ​ຊະ​ນະ​ການ​ປັບ​ປຸງການ​ສົ່ງ​ອອກ ແລະ​ຫຼຸດ
​ຜ່ອນ​ພັນ​ທະ​ມິດ ໃນ​ເສັ້ນ​ທາງ ຜ່ານ​ເພື່ອນ​ບ້ານ ປາ​ກິ​ສ​ຖານ ​ທີ່​ບໍ່​ງ່າຍນັ້ນ.​

ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນິ​ສ​ຖານ ​ທ່ານ Ashraf Ghani ໄດ້​ເດີນ​ທາງ​ໃນ​ຍັງ​ເມືອງ​ຊາຍ
​ແດນ Zaranj ໃນ​ວັນ​ອາ​ທິດ​ວານ​ນີ້ ເພື່ອ​ເບິ່ງ​ການ​ເປີດ​ການ​ລຳ​ລຽງຂະ​ບວນ​ລົດ 23 ຄັນ
ທີ່​ເຕັມ​ໄປ​ດ້ວຍ​ສຳ​ພາ​ລະ​ຕ່າງໆ ຈຳ​ນວນ 570 ໂຕນ ທີ່​ຈະ​ສົ່ງ​ໄປ​ຍັງ​ເມືອງ​ທ່າ Chabahar
ຂອງ​ປະ​ເທດ​ເພື່ອນ​ບ້ານ​ອີ​ຣ່ານ. ທ່າ​ເຮືອ​ເກົ່າ​ເມືອງ​ມຸມ​ບາຍ ໃນ​ອິນ​ເດຍ ແມ່ນຈຸດ​ໝາຍ
​ປາຍ​ທາງ.

ມາ​ເປັນ​ຫຼາຍໆ​ທົດ​ສະ​ວັດ​ແລ້ວ ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ແຜ່ນ​ດິນ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ
ແມ່ນ​ສ່ວນ​ໃຫຍ່​ກາງ​ຕໍ່​ໃສ່​ດິນ​ແດນ​ຂອງ​ປາ​ກິ​ສ​ຖານ ແລະ​ທ່າ​ເຮືອ​ຕ່າງໆ ສຳ​ລັບ​ການ​ຄ້າ​
ນາໆ​ຊາດ. ​ແຕ່​ວ່າ​ຄວາມ​ເຄັ່ງ​ຕຶງ​ໃນ​ຮອບ​ຫຼາຍໆ​ປີ ທີ່​ຜ່ານ​ມາ​ແມ່ນ ໄດ້​ຫຼຸດ​ຜ່ອນ​ລົງ​ຢ່າງ​
ໃຫຍ່​ຫຼວງ ການ​ຄ້າ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ແລະ​ກິ​ດ​ຈະ​ກຳ ຜ່ານ​ທາງ​ປາ​ກິ​ສ​ຖານ.

ການກ່າວ​ຕໍ່​ປະ​ເທດ​ຊາດ​ໃນ​ພິ​ທີງານ ທາງ​ໂ​ທ​ລະ​ພາບ ທ່ານ​ກາ​ນີ ໄດ້​ໃກ້​ຄະ​ແນນ​ຄວາມ​ດີ
ຕໍ່​ການ​ປະ​ສານ​ທີ່​ແຂງ​ຂັນ​ລະ​ຫວ່າງ ​ອິນ​ເດຍ ອີ​ຣ່ານ ແລະ​ອັ​ຟ​ກາ​ນິ​ສ​ຖານ ທີ່​ໄດ້​ຮັບ​ຜົນ
​ສະ​ເລັດ​ແບບ​ຫີນຫຼັກໃນບາດ​ກ້າວຂອງ​ການ​ດຳ​ເນີນ​ງານ. ທ່ານ​ໄດ້​ກ່າວ​ວ່າ ເສັ້ນ​ທາງ
​ສົ່ງ​ອອກ​ໃໝ່ ຈະ​ຊ່ອຍ​ທາງ​ດ້ານ​ເສດ​ຖະ​ກິດ ແລະ​ປະ​ເທດ​ທີ່​ຜ່ານ​ການ​ສົງ​ຄາມ​ແຫ່ງນີ້
ຊຶ່ງ​ທ່ານໄດ້​ກ່າວ​ວ່າ “ອັ​ຟ​ກາ​ນິ​ສ​ະຖານ ຈະ​ບໍ່​ແມ່ນ​ແຜ່ນ​ດິ ທີ່​ບໍ່​ມີ​ທາງ​ອອກ​ສູ່​ປະ​ເລ​
ອີກ​ຕໍ່​ໄປ​ແລ້ວ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG