ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຕາ​ລິ​ບານ ບຸກໂຈມຕີ ເມືອງກາສນີ ໃນ ພາກຕາເວັນຕົກ ສຽງໃຕ້ ອັຟການິສຖານ ​


ພວກນັກລົບຕາລິບານ ພາກັນຂີ່ລົດຈັກ ຢູ່ໃນເມືອງກາສນີ ອັຟການິສຖານ ວັນທີ 16 ມິຖຸນາ 2018.
ພວກນັກລົບຕາລິບານ ພາກັນຂີ່ລົດຈັກ ຢູ່ໃນເມືອງກາສນີ ອັຟການິສຖານ ວັນທີ 16 ມິຖຸນາ 2018.

ພວກຕາ​ລິ​ບານໃນອັຟການິສຖານ ​ໄດ້​ບຸກໂຈມຕີເມືອງ​ກາສນີ ​ເກືອບ 150 ກິ​ໂລ​ແມັດ
​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ນະຄອນ​ຫຼວງກາ​ບູລ ​ໃນ​ຕອນ​ຄໍ່າວັນ​ພະ​ຫັດ​ວານ​ນີ້.
ການ​ປະ​ທະ​ກັນ​ຢ່າງ​ໜັກ​ລະຫວ່າງ​ກຸ່ມກະບົດ ​ແລ​ະກຳລັງ​ຮັກສາ​ຄວາມ​ປອດ​ໄພລັດ​
ຖະບານ ຍັງດຳ​ເນີນ​ຢູ່ຕໍ່ມາ ຈົນ​ຮອດ​ຕອນ​ເຊົ້າ​ວັນສຸກ​ມື້​ນີ້.

ຢູ່​ໃນ​ຈຸດ​ນຶ່ງນັ້ນ ທັງ​ສອງ​ຝ່າຍ​ໄດ້​ສູ້​ລົບ​ກັນ ​ຢູ່​ກາງ​ເມືອງ​ໃກ້​ກັບ​ທີ່​ຕັ້ງ​ສຳຄັນ​ຂອງ​ໂຮງ
ການລັດຖະບານ ຮວມທັງໂຮງການແຂວງ ​ແລະຫ້ອງການອົງການ​ສືບ​ລັບ​ແຫ່ງຊາດ​
ຂອງ​ອັຟການິສຖານ ​ອີງ​ຕາມຄຳເວົ້າຂອງປະຊາຊົນ ​ແລະ​ສະມາຊິກ​ສະພາຄົນ​ນຶ່ງ​ຂອງ
ແຂວງ ທ່ານອາ​ມາ​ນູລລາ ຄຳຣານີ.

ລັດຖະບານ​ໄດ້​ສົ່ງ​ກຳລັງ​ພິ​ເສດ​ໄປຍັງແຂວງດັ່ງກ່າວ ຊຶ່ງ​ໄດ້​ຊ່ວຍ​ຂັບໄລ່ພວກ​ຕາ​ລິ
​ບານ​ ໃຫ້ຖອຍອອກ​ໄປນອກ​ເມືອງ ອີງ​ຕາມ​ນາຍ​ພົນ​ຟາຣິດ ມາ​ຊາລ ຜູ້ບັນຊາການ​
ຕຳ​ຫຼວດປະຈຳ​ແຂວງ. ​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ກ່າວ​ວ່າ​ ພວກຕາ​ລິ​ບານ ​ໄດ້​ພາກັນ​ເຂົ້າໄປ
ລີ້​ຢູ່ ​ໃນ​ຄຸ້ມຂອງ​ພົນລະເຮື​ອນ ​ເຮັດ​ໃຫ້ການປະຕິບັດງານ​ຂອງ​ກຳ ລັງ​ພິ​ເສດ​ມີ​ຄວາມ​ຍາກ​ລຳບາກຫຼາຍຂຶ້ນ. ປະຊາຊົນ​ກ່າວ​ວ່າ ການ​ສູ້​ລົບ​ຍັງ​ດຳ​ເນີນ​ຢູ່ຕໍ່ມາ ໃນ​ຫຼາຍເຂດ​ຂອງ​ເມືອງດັ່ງກ່າວ ​ໂດຍ​ສະ​ເພາະ​ຢູ່​ໃນ​ເຂດ​ທີ​ສອງ.

ກອງທັບ​ສະຫະລັດ​ໄດ້​ຂຽນຂໍ້ຄວາມລົງທາງທວິດ​ເຕີ ກ່ຽວ​ກັບສະຖານະການໃນ​ເມືອງ​
ກາສນີວ່າ “ກຳລັງ​ສະຫະລັດ​ໄດ້​ຕອບ​ໂຕ້​ດ້ວຍ​ການ​ສະໜັບສະໜູນ​ທາງ​ອາກາດ​ຢ່າງ​
ໃກ້ຊິດ​ໃນ​ຕອນ​ເຊົ້າ​ມື້​ນີ້ ​ຢູ່ທີ່ເມືອງ​ກາສນີ. ກຳລັງ​ອັຟກາ​ນິສຖານ​ ໄດ້​ຕັ້ງໜ້າສູ້ ​ແລະ​ຍັງ
ຮັກສາການ​ຄວບຄຸມ ​ໂຮງການ​ຕ່າງໆ​ຂອງ​ລັດຖະບານໄວ້ຢູ່. ຄວາມ​ພະ​ຍາ​ຍາມ​ທີ່​ລົ້​ມ​
ແຫຼວ​ອີກຄັ້ງນຶ່ງ​ໂດຍພວກ​ຕາ​ລິ​ບານ​ທີ່​ຈະ​ຍຶດ​ເອົາ​ພື້ນ​ທີ່ ​ໃນະຂະ​ນະ​ທີ່​ສ້າງ​ຫົວ​ຂໍ້​ຂ່າວທີ່ບໍ່ມີຄວາມສຳຄັນທາງຍຸດທະສາດໃດໆ.”

ແລະກອງທັບອັຟການິສຖານໄດ້ຂຽນລົງໃນທວີດເຕີວ່າ ຕົນໄດ້ສ້າງຄວາມເສຍຫາຍ
ຢ່າງໜັກ ໃຫ້ແກ່ພວກຕາລີບານ ທີ່ເມືອງກາສນີ ແລະຄຸ້ມທີ່ຢູ່ກາງເມືອງແມ່ນຍັງຢູ່ໃນ
ການຄວບຄຸມຂອງພວກເຂົາເຈົ້າ.

ທາງຫຼວງເຊື່ອມຕໍ່ ລະຫວ່າງນະຄອນຫຼວງກາ​ບູລ ກັບເມືອງການ​ດາ​ຮາ ທີ່​ຜ່ານ​ເມືອງ
​ກາສນີ​ໄດ້​ຖືກ​ປິດ​ລົງ. ພວກ​ຕາ​ລິ​ບານ​ໄດ້​ອ້າງ​ວ່າ​ເຂົາ​ເຈົ້າ​ໄດ້​ປິດ​ທາງ​ຫຼວງ ຮາ​ຍ​ໃກ້​ກັບ
​ເມືອງ​ແມ​ດານ ວາ​ດັກ ​ແລະເມືອງກາສນີ ​ແລະ​ໄດ້​ຕັ້ງ​ດ່ານກວດຢູ່​ໃນແຫ່ງ​ຕ່າງໆ.

ໂຄສົກກະຊວງປ້ອງ​ກັນປະ​ເທດ​ທ່ານ ​ໂມ​ຮໍາ​ມັດ ​ຣາດມາ​ນິສ ໄດ້ກ່າວ​ຕໍ່​ອົງການ​ຂ່າວ​
ເອພີ​ວ່າ ທະຫານ​ໄດ້​ຊ່ວຍ​ຕຳຫຼວດ​ທ້ອງ​ຖິ່ນ ​ແລະ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ
ລັດຖະບານຍັງຄວບ​ຄຸມ​ເມືອງດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG