ພວກເຈົ້າໜ້າທີ່ໃນອັຟການິສຖານກ່າວວ່າ ການໂຈມຕີທາງອາກາດໂດຍແນວໂຮມ
ໃນແຂວງທີ່ຕັ້ງຢູ່ທາງພາກຕາເວັນອອກ, ໄດ້ສັງຫານພວກຫົວຮຸນແຮງລັດອິສລາມ 50
ຄົນ ໃນຂະນະທີ່ພວກກະບົດ ຕາລິບານ ໄດ້ສັງຫານກຳລັງລັດຖະບານ ຢ່າງໜ້ອຍເຈັດ
ຄົນໃນເມືອງແຫ່ງນຶ່ງຢູ່ພາກຕາເວັນຕົກ.
ລັດຖະມົນຕີປ້ອງກັນປະເທດກ່າວວ່າ ການໂຈມຕີທາງອາກາດໃນຂ້າມຄືນທີ່ຜ່ານມາ
ໄດ້ດຳເນີນຂຶ້ນດ້ວຍການປະສານງານກັບ ກຳລັງພື້ນດິນ ອັຟການິສຖານ ແລະ ເຂົາ
ເຈົ້າໄດ້ໂຈມຕີບັນດາສູນເຝິກຊ້ອມຂອງພວກລັດອິສລາມ IS ຢູ່ໃນເຂດ ຊາປາ ດາ
ຣາຮ ທີ່ມີບັນຫາຂອງແຂວງ ກູນາ. ເຂົາເຈົ້າໄດ້ຢືນຢັນວ່າ ຊາວຕ່າງປະເທດ ຮວມທັງ
ຊາວ ອຸສເບັກ ແລະ ປາກິສຖານ ໄດ້ຮວມຢູ່ໃນພວກຫົວຮຸນແຮງທີ່ຖືກສັງຫານນັ້ນ.
ຮອງຜູ້ປົກຄອງແຂວງ ທ່ານ ກູລ ໂມຮຳມັດ ໄບດາຣ ໄດ້ກ່າວຕໍ່ ວີໂອເອ ວ່າ ຜູ້ບັນຊາ
ການເຜົ່າອຸສເບັກ ຄົນສຳຄັນຂອງກຸ່ມ IS ຍັງຮວມຢູ່ໃນຜູ້ເສຍຊີວິດ. ທ່ານໄດ້ຢືນຢັນ
ວ່າບໍ່ໄດ້ມີການຢຸດປະທະກັນຢູ່ໃນເມືອງດັ່ງກ່າວ ທີ່ປະກອບມີພວກກະບົດ ຕາລິບານ
ແລະ ພວກຫົວຮຸນແຮງ IS.
ບັນດາອົງການມະນຸດສະທຳຂອງ ອົງການສະຫະປະຊາຊາດ ໄດ້ລາຍງານວ່າການຕໍ່
ສູ້ກັນໃນເມືອງ ຊາປາ ດາຣາ ໄດ້ບັງຄັບໃຫ້ຊາວ ອັຟການິສຖານຫຼາຍພັນຄອບຄົວ
ຕ້ອງຫຼົບໜີໄປຫາຄວາມປອດໄພເມື່ອສອງສາມອາທິດຜ່ານມານີ້.
ພວກ ຕາລິບານ ແລະ IS ໄດ້ໂຈມຕີເປົ້າໝາຍຂອງຕົນໃນຢ່າງເປັນປະຈຳໃນເມືອງ
ກູນາ ແລະ ຫຼາຍພາກສ່ວນຂອງແຂວງ ນັນກາຮາ ທີ່ຕັ້ງຢູ່ໃກ້ຄຽງ ໃນຄວາມພະຍາຍາມ
ແຂ່ງຂັນຂະຫຍາຍອິດທິພົນຂອງພວກເຂົາ. ທັງສອງແຂວງຂອງ ອັຟການິສຖານ ນັ້ນ
ມີຊາຍແດນຕິດກັບປະເທດ ປາກິສຖານ.
ນອກຈາກນັ້ນ, ພວກເຈົ້າໜ້າທີ່ໃນແຂງ ບາດກິສ ທີ່ຕັ້ງຢູ່ພາກຕາເວັນຕົກ ຂອງ ອັຟກາ
ນິສຖານ ໄດ້ຢືນຢັນໃນວັນເສົາວານນີ້ວ່າ, ໃນຕອນເດິກພວກ ຕາລີບານ ໄດ້ບຸກເຂົ້າໄປດ່ານກວດກາຄວາມປອດໄພໃນເມືອງ ກາດິສ, ສັງຫານພວກເຈົ້າໜ້າທີີ່ຕຳຫຼວດເຈັດ
ຄົນ ແລະ ອີກຫຼາຍຄົນໄດ້ຮັບບາດເຈັບ.