ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕາລີບັນ ເຜີຍແຜ່ ວີດີໂອ ການມອບ ສິບເອກ Bergdahl ໃຫ້ ສຫລ ​(ວີດີໂອ)


Afghanistan US Souldier VO
please wait

No media source currently available

0:00 0:00:58 0:00
ກຸ່​ມກໍ່ການ​ຮ້າຍ​ຕາ​ລີບັນ ໄດ້​ນຳ​ອອກ​ເຜີຍແຜ່​ ວີ​ດີ​ໂອກ່ຽວກັບ
ການມອບສິບເອກ Bowe Bergdahl ທະຫານສະຫະລັດ
ທີ່​ຖືກ​ປ່ອຍໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ອັນເປັນ​ພາກສ່ວນ​ນຶ່ງ​ຂອງ
ການແລກປ່ຽນ​ນັກ​ໂທດກັນນັ້ນ.

​ວີ​ດີ​ໂອທີ່​ມີ​ຄວາມ​ຍາວ 17 ນາທີ ​ຊຶ່ງ​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ພຸດ
​ມື້​ນີ້ ສະ​ແດງ​ໃຫ້​ເຫັນວ່າ ສິບເອກ Bergdahl ​ໄດ້​ແຖ​ໜວດ​
ໂກນ​ຜົມ ໃຫ້ສະອາດ​ສະ​ອ້າ​ນ. ລາວ​ໄດ້​ໃສ່​ຊຸດ​ສີຂາວ ຊຶ່ງ​ເປັນ
​ເຄື່ອງນຸ່ງຂອງ​ຊາວ​ອັຟການີສຖານ.

ເບື້ອງຕົ້ນ ທະຫານຄົນນີ້​ແມ່ນ​ວ່າ​ ​ໄດ້ນັ່ງ​ຢູ່​ທາງ​ຫຼັງ​ຂອງ​ລົດ​ກະບະ
ທີ່ຈອດຢູ່ເຈີ້ຍພູແຫ່ງນຶ່ງ.

ລາວກະພິບຕາ​ເລື້ອຍໆ ​ແລະ​ສີຕາລາ​ວ​ເປັນ​ປະຈຳ​ໃນ​ຂະນະ​ທີ່​ມີ​ແສງ​ແດດ​ສ່ອງ. ມີ​ກຳ
ລັງປະກອບອາວຸດຫຼາຍ​ຄົນ​ ​ເຝົ້າ​ຍາມ​ຢູ່ໃກ້ໆ. ຕໍ່​ມາ ສິບເອກ Bergdahl ​ໄດ້​ຖືກ​ມອບ​ໃຫ້ກັບ​ຜູ້ຊາຍ​ຫຼາຍ​ຄົນ ທີ່ມາ​ພ້ອມ​ກັບ​ເຮືອບິນ​ເຮ​ລິ​ຄອບເຕີແບບທະຫານ. ​ມີ​ຊາຍ​ຜູ້​ນຶ່ງ​ເປັນ​ຄົນ​ນຳ​ລາວໄປ​ຫາເຮືອບິນທີ່ລໍຖ້າຢູ່ ໂດຍຖື​ທຸງ​ສີຂາວ.

​ໄດ້​ມີ​ຂໍ້ຄວາມ​ທີ່​ຂຽນ​ວ່າ ​“ຢ່າ​ກັບຄືນມາອັຟກາ​ນີສຖານ​ອີກ” ປະກົດ​ຂຶ້ນທີ່​ໜ້າ​ຈໍ ວີ​ດີໂອ
ນີ້ ​ເຖິງ​ ສອງເທື່ອ.

​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດຂອງ​ສະຫະລັດ ກ່າວ​ວ່າ ​ເຈົ້​າໜ້າທີ່​ໄດ້​ກວດ​ສອບ​ເບິ່ງ​ວີ​ດີ​ໂອແຕ່ວ່າບໍ່​ມີ​ເຫດຜົນ​ອື່ນ​ໃດ ​ທີ່​ຈະ​ວ່າວີ​ດີ​ໂອນີ້ ​ບໍ່​ແມ່ນ​ຂອງ​ແທ້​. ​ໃນ​ຖະແຫຼງການສະບັບ​ນຶ່ງພົນເຮືອ​ຕີ John Kirby ​ກ່າວ​ອີກ​ວ່າ ການມອບໂອນທ້າວ Bergdahl ແມ່ນ​ເປັນ​ໄປ​ຢ່າງ“​ສັນຕິແລະ​ສຳ​ເລັດ​ລົງ​ດ້ວຍ​ດີ” ຈຸດ​ເພັ່ງ​ເລັງ​ໃນຂັ້ນຕໍ່ໄປ ກໍ​ແມ່ນ​ໃຫ້​ລາວໄດ້ຮັບການ
ປິ່ນປົວ ທີ່ລາວຕ້ອງການ.

ກຸ່​ມກໍ່ການ​ຮ້າຍ​ຕາ​ລີບັນ ​ໄດ້​ຈັບທະຫານອາເມຣິກັນ ​ໄວ 28 ປີຄົນນີ້ ​ໃນ​ປີ 2009 ປະມານ 2 ​ເດືອນ​ຫຼັງ​ຈາກ​ທີ່​ລາວ​ໄດ້​ໄປ​ຮອດອັຟກາ​ນີສຖານ. ສະພາບ​ການກ່ຽວກັບການ​ທີ່​ລາວ​ຖືກ​ຈັບ​ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ.

​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ກຸ່ມ​ຫົວ​ຮຸນ​ແຮງ ​ໄດ້ປ່​ອຍລາວເພື່ອແລກປ່ຽນ​ພວກ​ກໍ່​ການ​ຮ້າຍ
ຊາວອັຟກາ​ນີສຖານ 5 ຄົນ ທີ່​ທາງ​ສະຫະລັດ ​ໄດ້ຂັງ​ໄວ້​ທີ່​ຄຸກ​ທະຫານ ຢູ່ອ່າວ Guan-
tanamo ປະ​ເທດ​ຄິວ​ບາ.

ທ້າວ Bergdahl ​ໄດ້​ຖືກສົ່ງໄປເຂົ້າໂຮງໝໍທະຫານ ໃນ​ປະ​ເທດເຢຍຣະມັນ ​ເພື່ອກວດ
ເບິ່ງສຸຂະພາບ​ແລະ​ປະເມິນເບິ່ງສຸຂະພາບໂດຍລວມຂອງຜູ້ກ່ຽວ.
XS
SM
MD
LG