ກຸ່ມຕາລີບານ ກ່າວວ່າຕົນຄາດວ່າການເຈລະຈາກັບ ສະຫະລັດ ທີ່ຍັງດຳເນີນ ຢູ່ນັ້ນ
ຈະສິ້ນສຸດລົງ ໃນວັນອາທິດມື້ນີ້, ສະຫຼຸບຂໍ້ຕົກລົງສັນຕິພາບ ເພື່ອຍຸຕິສົງຄາມໃນ
ອັຟການິສຖານ ທີ່ແກ່ຍາວມາໄດ້ 18 ປີແລ້ວ.
ການເຈລະຈາ ຮອບທີ 9 ທີ່ສຳຄັນຍິ່ງ ລະຫວ່າງຄູ່ປໍລະປັກ ໃນການປຶກສາຫາລືກັນ
ທີ່ມີມາເປັນເວລານຶ່ງປີ ໄດ້ເລີ້ມຂຶ້ນເມື່ອວັນພະຫັດຜ່ານມານີ້ ຢູ່ທີ່ປະເທດ ກາຕ້າ ໃນ
ເຂດອ່າວເປີເຊຍ ຊຶ່ງແມ່ນສະຖານທີ່ຈັດການເຈລະຈາດັ້ງເດີມ. ທູດພິເສດ ສະຫະລັດ
ທີ່ເກີດໃນປະເທດ ອັຟການິສຖານ ທ່ານ ຊາລເມ ຄາລິລຊາດ ໄດ້ເປັນຜູ້ນຳໜ້າກຸ່ມ
ນັກເຈລະຈາ ອາເມຣິກັນ.
ໂຄສົກຂອງກຸ່ມຕາລີບານ ທ່ານຊາບີຮູລາ ມູຈາຮີດ ໄດ້ກ່າວຕໍ່ວີໂອເອ ໃນວັນເສົາ
ວານນີ້ວ່າ ທັງສອງຝ່າຍກຳລັງນຳສະເໜີລາຍລະອຽດ ກ່ຽວກັບ ກົນໄກ ຂອງການ
ຖອນກຳລັງຕ່າງຊາດທີ່ນຳພາໂດຍສະຫະລັດ ອອກຈາກປະເທດ.
ທ່ານມູຈາຮີດ ໄດ້ກ່າວວ່າ “ຂ້າພະເຈົ້າປາດຖະໜາ ຄັ້ງນີ້ພວກເຮົາຫວັງວ່າ ແຕ່ລະ
ຝ່າຍ ແລະທຸກສິ່ງທຸກຢ່າງ ຈະຕົກລົງກັນໄດ້. ລາຍລະອຽດຕ່າງໆ ຂອງກົນໄກ ກຳລັງ
ຖືກປັບປຸງໃຫ້ສອດຄ້ອງ ແຕ່ກໍບໍ່ມີຈຸດໃດນຶ່ງທີ່ຄ້າງຄາເຫຼືອຢູ່ ທີ່ວ່າບໍ່ສາມາດຕົກລົງ
ກັນໄດ້.”
ທ່ານໄດ້ອະທິບາຍຕື່ມວ່າ “ກົນໄກນັ້ນ” ຈະເປັນໂຄງຮ່າງຂອງການຫຼຸດກຳລັງທະຫານ
ສະຫະລັດ ລົງ, ບ່ອນທີ່ມັນຈະເລີ້ມຂຶ້ນ ແລະ ໄລຍະເວລາທີ່ຕ້ອງການ ເພື່ອໃຫ້ຂະ
ບວນການສຳເລັດຜົນ.
ທ່ານມູຈາຮີດ ໄດ້ກ່າວວ່າ ກຸ່ມຕາລີບານ ແລະ ບັນດານັກເຈລະຈາຂອງ ອາເມຣິກາ
ຈະຕ້ອງໃຊ້ເວລາ “ອີກມື້ນຶ່ງ” ເພື່ອດັດແກ້ລາຍລະອຽດຕ່າງໆ. ທ່ານໄດ້ກ່າວຕໍ່ວີໂອເອ
ບໍ່ດົນກ່ອນໜ້າທີ່ທັງສອງຝ່າຍ ເຂົ້າປຶກສາຫາລືກັນ ໃນມື້ທີສາມ ເມື່ອຕອນແລງວັນ
ເສົາວານນີ້ ຢູ່ທີ່ນະຄອນຫຼວງ ໂດຮາ ຂອງ ກາຕ້າ. ທ່ານມູຈາຮີດ ບໍ່ໄດ້ເວົ້າເຖິງກຳນົດ
ເວລາ ຂອງການຖອນກຳລັງຕ່າງ ຊາດອອກໄປ. ສ່ວນຝ່າຍອາເມຣິກັນ ກໍບໍ່ໄດ້ໃຫ້
ລາຍລະອຽດ ທີ່ສະເພາະເຈາະຈົງໃດໆ ເຊັ່ນກັນ.
ໃນຂະນະດຽວກັນ ແຫລ່ງສື່ມວນຊົນທີ່ສະໜັບສະໜຸນກຸ່ມຕາລີບານ ກໍໄດ້ເປີດເຜີຍ
ວີດີໂອການກ່າວຖະແຫລງ ໃນວັນເສົາວານນີ້ ຈາກຫົວໜ້າທີມເຈລະຈາ ຂອງກຸ່ມ
ກະບົດ ທ່ານ ແຊຣ ມູຮຳມັດ ອັບບັສ ສຕາເນັກໄຊ ທີ່ອ້າງວ່າ ກຸ່ມຂອງທ່ານ ໄດ້ເຮັດ
ໃຫ້ ສະຫະລັດ ແລະ ພວກເນໂຕ້ ທີ່ເປັນພັນທະມິດຂອງຕົນ ນັ້ນ “ຍອມຈຳນົນ”
ໃນສົງຄາມທີ່ແກ່ຍາວມາໄດ້ຫຼາຍປີ.
“ຂ້າພະເຈົ້າເຊື່ອວ່າ ພວກອາເມຣິກັນ ຈະອອກໄປຈາກອັຟການິສຖານ ໃນໄວໆ ນີ້.
ພວກອາເມຣິກັນ ໄດ້ຖືກຜາບແພ້ ແລະອັຟການິສຖານ ຈະໄດ້ຖືກປົດປ່ອຍອີກຄັ້ງນຶ່ງ”
ທ່ານສຕາເນັກໄຊ ໄດ້ກ່າວໃນຂະນະທີ່ກ່າວປາໄສຕໍ່ບັນດາເພື່ອນ ຮ່ວມງານ ໃນຫ້ອງ
ການຢູ່ທີ່ ກາຕ້າ ບໍ່ເທົ່າໃດວັນກ່ອນໜ້າທີ່ທ່ານຈະເຂົ້າຮ່ວມ ໃນການເຈລະຈາ ກັບຄູ່
ເຈລະຈາ ຈາກອາເມຣິກາ.