ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະເຈລະຈາ ຂອງ​ກຸ່ມ​ຕາ​ລິ​ບານ ​ໄປ​ຮ​ອດ​ ປາ​ກິ​ສຖານ ແລ້ວ


ຄະນະເຈລະຈາຂອງ​ກຸ່ມ​ຕາ​ລິ​ບານ ​ໄດ້​ໄປ​ຮ​ອດ​ໄປ​ເຖິງ ປາ​ກິ​ສຖານ ຈາກສຳນັກງານທາງ ການເມືອງກຸ່ມ​ຫົວ​ຮຸນ​ແຮງດັ່ງກ່າວໃນ Qatar ​ເພື່ອພົບ​ປະ​ແບບ “​ເປັນ​ການ​ສຳ​ຫຼວດ” ກັບ​ບັນດາ​ເຈົ້າ​ໜ້າ​ທີ່ ​ໃນ​ນະຄອນ Islamabad ອີງ​ຕາມ​ແຫຼ່ງຂ່າວທາງ​ການ​ທູດ​ ທີ່​ໃຫ້ການ​ຢືນ ຢັນ​ແກ່ VOA ​ໃນ​ວັນ​ຈັນ​ວານ​ນີ້.

ແຫຼ່ງຂ່າວລະບຸ​ວ່າ ການ​ຢ້ຽມຢາມ​ຂອງ​ຄະນະ​ເຈລະຈາ​ທັງ 3 ຄົນ ຂອງກຸ່ມ​ຕາ​ລິ​ບານ ​ແ​ມ່ນສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມ ທີ່​ປາ​ກິ​ສຖານໄດ້ດຳ​ເນີນ​ດ້ວຍ​ຄວາມ “ລະມັດລະວັງ” ເພື່ອ ​ໃຫ້​ມີ​ການຟື້ນຟູການເຈລະຈາສັນຕິພາບແລະການສ້າງຄວາມປອງດອງຊາດ.

ການ​ເຄື່ອນໄຫວດັ່ງກ່າວ ໄດ້​ມີ​ຂຶ້ນ​ໃນມື້ດຽວກັນ ກັບທີ່​ປະທານາທິບໍດີອັຟກາ​ນິສຖານ ທ່ານ Ashraf Ghani ​ໄດ້​ກ່າວໃນຄຳປາໄສ​ຕໍ່​ສະພາແຫ່ງຊາດ ຖິ້ມໂທດໃສ່ປາ​ກິ​ສຖານ ທີ່​ບໍ່​ກີ​ດ ກັນ ພວກ​ຜູ້ນຳ​ກຸ່ມ​ຕາ​ລິ​ບານ ​ທີ່​ຖືກ​ຕາມ​ລ່າຢູ່ນັ້ນ ​ໃຊ້​ແຜ່ນດິນ​ຂອງ​ຕົນ ​ໃນ​ການ​ສ້າງ​ຄວາມ​ຮຸນ​ແຮງ​ໃນ​ອັຟກາ​ນິສຖານ ນັ້ນ.

ຄະນະ​ຜູ້ແທນຂອງ​ກຸ່ມ​ຕາ​ລິ​ບານ ແມ່ນຮວມມີທ່ານ Shahabuddin Dilawar ທ່ານ Jan Muhammad Madni ແລະ Mullah Abbas Akhund. ​ແຕ່​ວ່າ​ເມື່ອ VOA ຕິດ​ຕໍ່​ເຂົ້າ​ໄປ​ນັ້ນ ​ໂຄສົກ​ຂອງກຸ່ມ​ຕາ​ລິ​ບານ​ໄດ້​ກ່າວ​ວ່າ ທ່ານ​ບໍ່​ໄດ້​ຮູ້​ເລື້ອງທີ່​ວ່າ ຄະນະ​ຜູ້ແທນດັ່ງ​ກ່າວນີ້​ໄດ້ເດີນທາງ​ໄປ​ຍັງປາ​ກິ​ສຖານ.

ປະທານາທີີບໍດີອັຟການິສຖານ ທ່ານ Ashraf Ghani ຂຶ້ນຖະແຫຼງການໃນ ກອງປະຊຸມທີ່ນະຄອນ Kabul, ອັຟການິສຖານ, 25 ເມສາ, 2016.
ປະທານາທີີບໍດີອັຟການິສຖານ ທ່ານ Ashraf Ghani ຂຶ້ນຖະແຫຼງການໃນ ກອງປະຊຸມທີ່ນະຄອນ Kabul, ອັຟການິສຖານ, 25 ເມສາ, 2016.

​ແຫຼ່ງຂ່າວ​ໄດ້​ອະທິບາຍ​ວ່າ ການ​ຢ້ຽມຢາມ​ຂອງຄະນະເຈລະຈາຂອງ​ກຸ່ມ​ຕາ​ລິ​ບານ ນີ້ແມ່ນ “ບາດກ້າວ​ທຳ​ອິດ​ຂອງ​ການ​ທົດ​ລອງ” ຫລັງ​ຈາກ​ປະສົບ​ການ​ທີ່​ຜ່ານ​ມາ ​ເວລາ​ຄວາມ​ພະຍາຍາມ​ຂອງ​ການ​ເລີ້ມ​ຕົ້ນ​ຂັ້ນ​ຕອນ​ກາ​ນສ້າງ​ຄວາມ​ສັນຕິພາບ ​ໃນອັຟກາ​ນິສຖານ ​ກ່ອນ​ການ​ເຈລະຈາ​ທີ່​ຈະ​ມີ​ຂຶ້ນ​ນັ້ນ.

​ກຸ່ມ​ຕາ​ລິ​ບານ ຢືນ​ຢັດ​ວ່າ ສຳນັກງານ​ຂອງ​ຕົນ​ໃນ​ນະຄອນ Doha ​ເມືອງ​ຫຼວງ​ຂອງ Qatar ​ແລະ​ມັນ​ເປັນ​ອຳນາດ​ຂອງ​ Mullah Akhtar Mansoor ຜູ້ຕາງໜ້າ​ຂອງ​ຕົນ​ພຽງ​ຜູ້​ດຽວ​ເທົ່າ ນັ້ນ ທີ່​ຈະ​ສາມາດ​ທຳ​ການ​ເຈລະຈາ​ທາງ​ການ​ເ​ມື​ອງ ​ແລະ​ຕິດ​ຕໍ່​ກັບ​ບັນດາ​ປະ​ເທດ​ອື່ນໆ​ໄດ້.

ການ​ໄປ​ຮອດ​ໄປ​ເຖິງນະຄອນ Islammabad ​ໃນ​ວັນ​ຈັນ​ວານ​ນີ້ ຮອງ​ຜູ້ຕາງໜ້າພິ ເສດ ຂອງ ​ສະຫະລັດ ທີ່ກຳກັບ​ເລື້ອງອັຟກາ​ນິສຖານແລະ​ປາ​ກິ​ສຖານ ທ່ານ Jonathan Car- penter ​ໄດ້​ຍອມຮັບ​ກ່ຽວ​ກັບ​ລາຍ​ງານ​ຂ່າວ​ວ່າ ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ​ທີ່​ສຳຄັນ​ໄດ້​ເພີ້ມ ການ​ດຳ​ເນີນ​ຄວາມ​ພະຍາຍາມ ​ເພື່ອ​ໃຫ້​ມີ​ການ​ຮື້ຟືນ​ການ​ເຈລະຈາ​ສັນ​ຕິ​ພາບ​ຄືນ​ໃໝ່ ​ເຖິງ​ແມ່ນ​ວ່າ ການ​ໂກດ​ແຄ້ນຢ່າງກວ້າງຂວາງ​ກໍ​ຕາມ ​ແລະ​ການ​ຮຽກຮ້ອງໃຫ້ປະທາ ນາທິ ບໍດີ Ghani ​ປະຖິ້ມ​ນະ​ໂຍບາຍ ​ທີ່​ພົວພັນ​ກັບ​ກຸ່ມ​ຕາ​ລິ​ບານ​ ​ໃນ​ການ​ເຈລະຈາ​ສັນຕິພາບ​ນັ້ນ.​

ກະລຸນາອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ

XS
SM
MD
LG