ປາກິສຖານ ກ່າວວ່າ ຕົນໄດ້ເປັນເຈົ້າພາບ ຈັດກອງປະຊຸມ
ໃນຕອນຄ່ຳຄືນ ວັນອັງຄານວານນີ້ ລະຫວ່າງ ລັດຖະບານ
ອັຟການິສຖານ ແລະ ຜູ້ຕາງໜ້າຂອງກຸ່ມ Taliban ຊຶ່ງເປັນ
ສ່ວນນຶ່ງ ໃນຄຳໝັ້ນໝາຍ ຂອງ Islamabad “ເພື່ອອຳນວຍ
ຄວາມສະດວກ ຕໍ່ຂັ້ນຕອນການສ້າງ ສັນຕິພາບ ແລະ
ຄວາມປອງດອງຊາດ ພາຍໃຕ້ການນຳພາແລະການ
ເປັນເຈົ້າການໂດຍຊາວອັຟການິສຖານເອງ” ອີງຕາມ
ຖະແຫລງການ ສະບັບນຶ່ງ ຂອງກະຊວງການຕ່າງປະເທດ
ປາກິສຖານ ໃນວັນພຸດມື້ນີ້.
ຖະແຫລງການກ່າວຕື່ມວ່າ ກອງປະຊຸມນີ້ ໄດ້ຈັດຂຶ້ນຢູ່ເມືອງ Murree ໃກ້ໆກັບນະຄອນຫຼວງ Islamabad ແລະ ໄດ້ມີບັນດາຜູ້ຕາງໜ້າຂອງຈີນ ແລະ ສະຫະລັດ ເຂົ້າຮ່ວມນຳດ້ວຍ.
ຖະແຫຼງການຂອງປາກິສຖານ ກ່າວວ່າ “ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບສິດ
ອຳນາດຈາກຜູ້ນຳ ຂອງພວກຕົນ ແລະ ໄດ້ສະແດງ ຄວາມປາດຖະໜາ ຮ່ວມກັນ
ເພື່ອທີ່ຈະນຳເອົາສັນຕິພາບມາສູ່ອັຟການິສຖານ ແລະ ສູ່ຂົງເຂດນຳດ້ວຍ.” ຖະແຫລງການກ່າວຕື່ມອີກວ່າ ທັງສອງຝ່າຍໄດ້ແລກປ່ຽນທັດສະນະຕ່າງໆ ກ່ຽວກັບຊ່ອງທາງ ແລະວິທີທາງ ທີ່ຈະນຳເອົາສັນຕິພາບ ແລະ ການສ້າງຄວາມປອງດອງຊາດ ມາສູ່ ອັຟການິສຖານ ໂດຍເວົ້າວ່າ “ມັນໄດ້ມີການຕົກລົງຮ່ວມກັນວ່າ ເພື່ອທີ່ຈະໃຫ້ມີສັນຕິພາບ ທີ່ຍືນຍົງ ຢູ່ໃນຂົງເຂດ ແຕ່ລະຝ່າຍ ຄວນທີ່ຈະຕ້ອງເຂົ້າສູ່ຂັ້ນຕອນນີ້ ດ້ວຍຄວາມຈິງໃຈ ແລະ ຄວາມໝາຍໝັ້ນ ຢ່າງເຕັມສ່ວນ.”
ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຖະແຫລງການວ່າ ໄດ້ຮັບຮູ້ເຖິງຄວາມຈຳເປັນ ທີ່ຈະຕ້ອງ
ໄດ້ພັດທະນາ “ມາດຕະການເສີມສ້າງຄວາມ ໄວ້ເນື້ອເຊື່ອໃຈ” ເພື່ອ “ເຮັດໃຫ້ເກີດ” ຄວາມໄວ້ວາງໃຈ ລະຫວ່າງທຸກພັກຝ່າຍ. “ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຕົກລົງ ກັນ ທີ່ຈະສືບຕໍ່ການເຈລະຈາ ເພື່ອສ້າງບັນຍາກາດ ທີ່ນຳໄປສູ່ຂັ້ນຕອນ ໃນການສ້າງ ສັນຕິພາບ ແລະ ຄວາມປອງດອງຊາດ.” ຖະແຫຼງການຍັງກ່າວອີກວ່າ ກອງປະຊຸມ ຄັ້ງຕໍ່ໄປ ຈະໄດ້ຖືກຈັດຂຶ້ນ ໃນວັນເວລາ ທີ່ສະດວກສຳຫລັບທັງສອງຝ່າຍ ຫຼັງຈາກ ເດືອນສັກສິດ Ramadan ຂອງຊາວມຸສລິມ.
ທຳນຽບຂາວ ໄດ້ສະແດງຄວາມຍິນດີ ນຳການເຈລະຈາດັ່ງກ່າວນັ້ນ. ໂຄສົກທຳນຽບຂາວ ທ່ານ John Earnest ໃນລະຫວ່າງການຖະແຫລງຂ່າວ ປະຈຳວັນອັງຄານວານນີ້ ໄດ້ເອີ້ນ ການເຈລະຈານີ້ວ່າ “ເປັນບາດກ້າວທີ່ສຳຄັນ ໃນຄວາມກ້າວໜ້າຂອງໂອກາດ ສຳຫລັບ ສັນຕິພາບ ທີ່ໜ້າເຊື່ອຖືໄດ້.”