ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ນຳສູງສຸດ ຂອງ ຕາ​ລິ​ບັນ ປະຕິເສດ ຕໍ່ການເຈລະຈາ ສັນຕິພາບ ກັບ ອັຟກາ​ນິສຖານ


ຜູ້ນຳສູງສຸດຂອງກຸ່ມກະບົດຕາ​ລິ​ບັນ ທ່ານMullah Akhtar Mohammad Mansoor.
ຜູ້ນຳສູງສຸດຂອງກຸ່ມກະບົດຕາ​ລິ​ບັນ ທ່ານMullah Akhtar Mohammad Mansoor.

ຜູ້ນຳ​ຄົນ​ໃໝ່​ຂອງ​ກຸ່ມກະບົດຕາ​ລິ​ບັນ ​ໃນອັຟກາ​ນິສຖານ ​ໄດ້​ປະຕິ
​ເສດ​ຕໍ່​ການ​ເຈລະຈາ​ສັນ ຕິພາບກັບລັດຖະບານ ນອກຈາກ​ວ່າ
ລັດຖະບານຍອມ​ຍົກເລີກ​ຂໍ້​ຕົກລົງ​ດ້ານ​ຄວາມ​ປອດ​ໄພ​ກັບ​ທັງ​
ສະຫະລັດ​ແລະ​ອົງການ​ເນ​ໂຕ ​ແລະ​ຖອນ​ກອງ​ກຳລັງ​ຂອງ​ຕ່າງ
ປະ​ເທດທັງ​ໝົດ ອອກ​ຈາກ​ປະ​ເທດ.

​ໃນ​ຖະແຫຼງການ ເນື່ອງໃນຂີດໝາຍເທດສະ​ການ​ຂອງ​ສາສະໜາ​
ອິສລາມ​ທີ່​ເອິ້ນ​ວ່າ Eid-ul-Adha. ທ່ານ Mullah Akthar
Mansoor ​ໄດ້​ທຳການ​ຮຽກຮ້ອງ​ອີກຄັ້ງນຶ່ງຂອງ​ກຸ່ມ​ດັ່ງກ່າວທີ່ຢາກ
ໃຫ້ຖອ​ນກອງ​ກຳລັງ​ຂອງ​ຕ່າງປະ​ເທດທັງ​ໝົດ ອອກ​ຈາກ​ປະ​ເທດນັ້ນ.

ທ່ານ​ໄດ້​ກ່າວ​ວ່າ: “ຖ້າ​ຫາກ​ວ່າ​ລັດຖະບານ​ກາ​ບູລ ຕ້ອງການ​ທີ່​ຈະ​ຍຸດຕິສົງຄາມ ​ແລະ​ສ້າງ​ສັນຕິ​ກັບ​ຢູ່ໃນປະ​ເທດ ນັ້ນ​ແມ່ນ​ເປັນ​ໄປ​ໄດ້ ດ້ວຍ​ການ​ຍຸຕິ​ການ​ຍຶດຄອງ ​ແລະ​ຍົກ​ເລີກຂໍ້​ຕົກ ລົງ​ທາງ​ທະຫານ​ແລະ​ທາງ​ດ້ານ​ຄວາມ​ປອດ​ໄພ​ກັບພວກ​ບຸກລຸກ ດັ່ງກ່າວ.

ການ​ປະຕິບັດ​ງານສູ້ລົບ​ຂອງອົງການ​ເນ​ໂຕ ​ໄດ້​ສິ້ນ​ສຸດ​ລົງ​ໃນ​ທ້າຍ​ປີກາຍ​ນີ້ ​ແຕ່​ວ່າ​ກາ​ບູລ ​
ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ອີກ​ອັນ​ນຶ່ງ​ຕ່າງຫາກ​ກັບ​ສະຫະລັດ​ແລະ​ກອງ​ກຳລັງ​ປະສົມ​ຮ່ວມ
ຂອງ​ຕ່າງປະ​ເທດ ​ເພື່ອ​ໃຫ້ສືບ​ຕໍ່ ​ດຳ​ເນີນງານ​ໃນ​ການ​ຝຶກ​ແອບ ​ແລະ​ໃຫ້ການ​ແນະນຳ​ປຶກສາ​ທາງ​ດ້ານ​ທະຫານ ​ໃນ​ອັຟກາ​ນິສຖານ ຊຶ່ງ​ມີ​ທະຫານປະມານ 14 ພັນ​ຄົນ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ອາ​ເມຣິກັນ.

ທ່ານ Mansoor ​ໄດ້​ເຕືອນ​ວ່າ “ການ​ກົດ​ດັນ​ຂອງ​ຕ່າງປະ​ເທດ” ຈະ​ບໍ່​ສາມາດ​ຊ່ອຍ​ແກ້ໄຂ
ຫຍັງໄດ້ໃນບັນຫາຂັດແຍ້ງຢູ່​ໃນອັຟກາ​ນິສຖານ ​“ແຕ່​ມັນ​ກັບ​ຈະ​ສ້າງ​ບັນຫາ​ຢ່າງ​ອື່ນ​ຂຶ້ນ.” ທ່ານ​ບໍ່​ໄດ້​ລະບຸ​ວ່າ​ເປັນ​ປະ​ເທດ​ໃດ ​ແຕ່​ວ່າ ປະ​ເທດ​ເພື່ອນ​ບ້ານ Pakistan ບ່ອນທີ່​ສະມາຊິກ​ຂອງກຸ່ມກໍ່​ການ​ຮ້າຍ​ຕາ​ລິ​ບັນ ​ໄດ້​ລີ້​ຊ້ອນ​ຢູ່​ນັ້ນ ​ໃນ​ບໍ່​ເທົ່າ​ໃດ​ເດືອນໝໍ່ໆ​ມາ​ນີ້ ​ໄດ້ກົດ​ດັນເພີ້ມ
ຂຶ້ນ ຕໍ່​ພວກ​ກະບົດ ​ເຂົ້າ​ພົວພັນ​ໃນ​ການ​ເຈລະຈາ​ສັນ​ຕິ​ພາບ​ກັບ ລັດຖະບານ​ທ້ອນໂຮມ​ຊາດ​ຂອງປະທານາທິບໍດີ Ashraf Ghani ​ໃນ​ນະຄອນ​ຫຼວງກາ​ບູລ.

​ໃນ​ເດືອນ​ກໍລະກົດ​ຜ່ານມານີ້ ຜູ້ຕາງໜ້າ​ຂອງ​ກຸ່ມ​ຕາ​ລິ​ບັນ ​ໄດ້​ພົບ​ປະກັນ​ແບບ​ເຊິ່ງໜ້າ​ກັນ
​ເ​ປັນ​ຄັ້ງ​ທຳ​ອິດ ກັບ​ຜູ້​ແທນ​ຂອງລັດຖະບານ​ອັຟກາ​ນິສຖານ ໃນຮອບ 14 ປີ ໂດຍພາໃຫ້ມີ
ຄວາມຫວັງ ​ຕໍ່ການສ້າງຄວາມປອງດອງຊາດໃນອັຟກາ​ນິສຖານ. ​ເຖິງ​ຢ່າງ​ນັ້ນ​ກໍ​ຕາມຕິດ
ຕາ​ມມາ ຫຼັງ​ຈາກ​ການ​ເຈລະຈາ​ກັນໃນນະຄອນ Islamabad ແລ້ວນັ້ນ ກໍໄດ້ມີການເປີດ​ເຜີຍ​ວ່າ ຜູ້ນຳ​ສູງ​ສຸດ​ຂອງ​ກຸ່ມຕາ​ລິ​ບັນ Mullah Omar ໄດ້​ເສຍ​ຊີວິດ​ເມື່ຶອ 2 ປີ​ກ່ອນ​ໜ້າ​ນີ້ ​ໄດ້​ໂຈະ
ການ​ເຈລະຈາໂດຍບໍ່ມີກຳນົດ.

XS
SM
MD
LG