ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກ ຕາລີບານ ຖືກກ່າວຫາວ່າ ລັກພາຕົວ ຫຼາຍສິບຄົນ ໃນພາກເໜືອ ອັຟການິສຖານໄປ


ເດັກຊາຍ ອັຟການິສຖານ ຄົນນຶ່ງ ຢູ່ໃນເຮືອນທີ່ຖືກໄຟໄໝ້ ຫຼັງຈາກການໂຈມຕີຂອງພວກ ຕາລີບານ ໃນເມືອງ ກາສນີ, ປະເທດ ອັຟການິສຖານ. 15 ສິງຫາ, 2018.
ເດັກຊາຍ ອັຟການິສຖານ ຄົນນຶ່ງ ຢູ່ໃນເຮືອນທີ່ຖືກໄຟໄໝ້ ຫຼັງຈາກການໂຈມຕີຂອງພວກ ຕາລີບານ ໃນເມືອງ ກາສນີ, ປະເທດ ອັຟການິສຖານ. 15 ສິງຫາ, 2018.

ຜູ້ທີ່ຖືກສົງໄສວ່າເປັນພວກກະບົດ ຕາລີບານ ໄດ້ລັກພາຕົວຜູ້ໂດຍສານຫຼາຍສິບຄົນທີ່
ເດີນທາງໄປກັບຂະບວນລົດເມ ໃນພາກເໜືອຂອງ ອັຟການິສຖານ ໃນວັນຈັນມື້ນີ້.

ໂຄສົກລັດຖະບານແຂວງ ຄຸນດຸສ (Kunduz) ກ່າວວ່າ ລົດເມສາມຄັນໄດ້ຖືກຢຸດ ໃນ
ເວລາທີ່ເຂົາເຈົ້າກຳລັງເດີນທາງຈາກແຂວງ ຕາຄາ (Takhar) ໄປຫານະຄອນຫຼວງ
ກາບູລ. ພວກກະບົດໄດ້ບັງຄັບ ໃຫ້ຜູ້ໂດຍສານລົງຈາກລົດບັສ ແລ້ວ ນຳໂຕເຂົາເຈົ້າ
ໄປ.

ພວກຕາລີບານ ຍັງບໍ່ໄດ້ອອກມາກ່າວ ຮັບຜິດຊອບ ສຳລັບການລັກພາໂຕໄປຄັ້ງນີ້.

ການໂຈມຕີທີ່ເປັນອັນຕະລາຍດັ່ງກ່າວ ໄດ້ເກີດຂຶ້ນພຽງນຶ່ງວັນ ຫຼັງຈາກປະທານາທິບໍດີ
ອັຟການິສຖານ ທ່ານ ອາສຣັຟ ການີ ໄດ້ປະກາດການຢຸດຍິງຝ່າຍດຽວ ແລະ ບໍ່ມີເງື່ອນ
ໄຂດົນສາມເດືອນ ກັບພວກ ຕາລີບານ, ສອງສາມຊົ່ວໂມງ ຫຼັງຈາກບັນດາເຈົ້າໜ້າທີ່
ໄດ້ຢືນຢັນວ່າ ພວກກະບົດອິສລາມໄດ້ບຸກເຂົ້າໄປໃນເມືອງ ຢູ່ພາກເໜືອ ແລະ ປາກົດ
ວ່າໄດ້ຈັບທະຫານລັດຖະບານໄປຫຼາຍສິບຄົນ.

ທ່ານ ການີ ໄດ້ອະທິບາຍວ່າ ກອງກຳລັງ ອັຟການິສຖານ ຈະຢຸດການປະຕິບັດການ
ຂອງເຂົາເຈົ້າ ເລີ້ມຕົ້ນວັນຈັນມື້ນີ້ເປັນຕົ້ນໄປ, ໂດຍໃຫ້ພວກກະບົດຕອບສະໜອງ
ແລະ ເຄົາລົບຕໍ່ສັນຍາສະຫງົບເສິກຂອງທ່ານດ້ວຍ.

ການຢຸດຍິງໄດ້ມີຂຶ້ນ ພ້ອມໆກັບບຸນ ອີດ-ອູລ-ອັດດາ ຂອງຊາວມຸສລິມ ອັນເປັນຂີດ
ໝາຍສຳຄັນຂອງການສະແຫວງບຸນປະຈຳປີໃນເມືອງສັກສິດ ເມກະ ແລະ ລະນຶກເຖິງ
ການເສຍສະຫຼະຂອງພະອໍລະຫັນ ອາບຣາຮຳ.

ພວກຕາລີບານ ຍັງບໍ່ໄດ້ຕອບສະໜອງໃນທັນທີທັນໃດ ຕໍ່ການປະກາດດັ່ງກ່າວນີ້.

ສະຫະລັດ ພ້ອມແລ້ວ ທີ່ຈະ “ສະໜັບສະໜູນ, ອຳນວຍຄວາມສະດວກ ແລະ ເຂົ້າ
ຮ່ວມໃນການເຈລະຈາໂດຍກົງ ລະຫວ່າງລັດຖະບານ ອັຟການິສຖານ ກັບ ກຸ່ມຕາລີ
ບານ,” ອີງຕາມການກ່າວຂອງລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌
ພອມພຽວ ໃນວັນອາທິດວານນີ້, ເຊິ່ງແມ່ນວັນດຽວ ກັບທີ່ປະທານາທິບໍດີ ອັຟການິສ
ຖານ ທ່ານ ອາສຣັຟ ການີ ໄດ້ປະກາດລາຍລະອຽດ ສຳລັບການຢຸດຍິງຄັ້ງໃໝ່ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG