ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

​ກຸ່ມຕາ​ລີ​ບານ​ ຂອງ​ອັ​ຟ​ກາ​ນິ​ສ​ຖານ ປ່ອຍ​ຕົວ​ຊາວ​ອັງ​ກິດ 5 ຄົນ ທີ່​ຖືກ​ຄຸມ​ຂັງ​ນັ້ນ ແລ້ວ


ທ່ານ Zabihullah Mujahid ໂຄ​ສົກ​ລັດ​ຖະ​ບານ​ຕາ​ລີ​ບານ​ຂອງ​ອັ​ຟ​ກາ​ນິ​ສ​ຖານກ່າວ​ໃນ​ວັນ​ທີ 20 ມິ​ຖຸ​ນາ​ວ່າ ພົນ​ລະ​ເມືອງ​ອັງ​ກິດ 5 ຄົນ ຖືກ​ປ່ອຍ​ຕົວຈາ​ກ​ການ​ກັກ​ຂັງ ໃນ​ອ​ັ​ຟ​ກາ​ນິ​ສ​ຖານແລ້ວ (ພາບ​ຂອງ​ທ່ານ​ຖືກຖ່າຍ​ໃນ​ນະ​ຄອນ​ຫລວງ​ກາ​ບູ​ລ, ວັນ​ທີ 15 ມັງ​ກອນ, 2022)
ທ່ານ Zabihullah Mujahid ໂຄ​ສົກ​ລັດ​ຖະ​ບານ​ຕາ​ລີ​ບານ​ຂອງ​ອັ​ຟ​ກາ​ນິ​ສ​ຖານກ່າວ​ໃນ​ວັນ​ທີ 20 ມິ​ຖຸ​ນາ​ວ່າ ພົນ​ລະ​ເມືອງ​ອັງ​ກິດ 5 ຄົນ ຖືກ​ປ່ອຍ​ຕົວຈາ​ກ​ການ​ກັກ​ຂັງ ໃນ​ອ​ັ​ຟ​ກາ​ນິ​ສ​ຖານແລ້ວ (ພາບ​ຂອງ​ທ່ານ​ຖືກຖ່າຍ​ໃນ​ນະ​ຄອນ​ຫລວງ​ກາ​ບູ​ລ, ວັນ​ທີ 15 ມັງ​ກອນ, 2022)

ກຸ່ມ​ຕາ​ລີ​ບານ​ຂອງ​ອັຟກາ​ນິສຖານ​ ຢືນຢັນ​ໃນ​ວັນ​ຈັນວານ​ນີ້​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ປ່ອຍ​ພວກຜູ້​ຊາຍ​ຊາວ​ອັງກິດ​ຫລາຍ​ຄົນ​ແລ້ວຫລັງ​ຈາກ​ໄດ້​ຈັບ​ພວກ​ເຂົາ​ເຈົ້າ​ເປັນ​ເວລາ​ປະມານ 6 ເດືອນ.

ການຢືນຢັນດັ່ງກ່າວ ມີຂຶ້ນບໍ່ດົນຫຼັງຈາກເຈົ້າໜ້າທີ່ອັງກິດປະກາດວ່າ ພົນລະເມືອງຂອງເຂົາເຈົ້າ 5 ຄົນ ໄດ້ຖືກປ່ອຍຕົວອອກຈາກການຄຸມຂັງຢູ່ໃນອັຟການິສຖານແລ້ວ.

ໂຄ​ສົກ​ລັດ​ຖະ​ບານ​ກຸ່ມ​ຕາ​ລີ​ບານ, ທ່ານ​ຊາ​ບີ​ຮູ​ລ​ລາ ມູ​ຈາ​ຮິດ (Zabihullah Mujahid) ກ່າວຢູ່​ໃນຂໍ້​ຄວາມ ​ຂຽນ​ລົງ​ໃນທວີດ​ເຕີວ່າ ​ພວກຜູ້​ຊາຍ​ດັ່ງ​ກ່າວ​ໄດ້​ຖືກ​ຈັບ​ກຸມ ຍ້ອນ​ການ​ລະ​ເມີດ​ກົດ​ຫມາຍ​ ແລະ​ປະ​ເພ​ນີອັ​ຟ​ກາ​ນິ​ສ​ຖານ​. ທ່ານ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ມອບຕົວ​ໃຫ້​ສະ​ຫະ​ລາດ​ອັງ​ກິດ​ ໃນ​ວັນ​ອາທິດຜ່ານ​ມາ ຫລັງ​ຈາກ​ມີ​ການ​ພົບ​ປະ​ກັນ​ຫລາຍ​ຄັ້ງ​ລະຫວ່າງ​ກຸ່ມ​ຕາ​ລີ​ບານ ​ແລະ​ລັດຖະ ບານ​ອັງກິດ.

ທ່ານມູ​ຈ​າ​ຮິດກ່າວ​ຕື່ມ​ວ່າ “ພວກ​ເຂົາ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ປະ​ຕິ​ບັດ​ກົດ ​ໝາຍ​ຂອງ​ອັ​ຟ​ກາ​ນິ​ສ​ຖານ, ປະ​ເພ​ນີ ​ແລະ​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຊົນ, ແລະ​ຈະ​ບໍ່​ລະ​ເມີດ​ມັນອີກ.”

ຫ້ອງ​ການ​ ການ​ຕ່າງ​ປະ​ເທດ​ອັງ​ກິດ ​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ການ​ປ່ອຍ​ຕົວພວກ​ກ່ຽວ ​ແລະ​ເວົ້າ​ວ່າຜູ້​ຊາຍ 5 ຄົນນັ້ນ ​ເດີນ​ທາງ​ໄປ​ປະ​ເທດ​ເອ​ເຊຍ​ໃຕ້ແຫ່ງນັ້ນ ໂດຍຝືນຕໍ່​ຄຳ​ແນະ​ນຳ​ຂອງ​ລັດ​ຖະ​ບານ​ອັງ​ກິດ.

"ນີ້ແມ່ນການ​ເຮັດຜິດພາດ," ນັ້ນ​ຄື​ຖ້ອຍ​ຄຳທີ່ເປັນ​ການອ້າງເຖິງຄຳ​ເວົ້າ​ຂອງຜູ້ຕາງຫນ້າຫ້ອງ​ການ.

"ໃນນາມຂອງຄອບຄົວຂອງຊາວອັງກິດ, ພວກເຮົາຂໍສະແດງຄວາມເສຍໃຈ ຕໍ່ການລະເມີດວັດທະນະທໍາ, ຮີດຄອງປະເພນີ ຫຼືກົດຫມາຍຂອງອັຟການິສຖານ, ແລະຂໍໃຫ້ການຮັບປະກັນຈາກ​ເຂົາ​ເຈົ້າ​ວ່າ ຈະ​ມີ​ການປະພຶດທີ່ດີ ໃນອະນາຄົດ. ລັດຖະບານອັງກິດຮູ້​ສຶກເສຍໃຈກ່ຽວ​ກັບເລື້ອງນີ້.”

ລັດຖະມົນຕີການຕ່າງປະເທດອັງກິດ, ທ່ານ​ນາງ​ເອ​ລີ​ຊາ​ເບັດ ທ​ຣັ​ສ (Elizabeth Truss) ໄດ້ຂຽນລົງໃນທວີດ​ເຕີວ່າ ນັກໂທດທີ່ຖືກປ່ອຍຕົວ "ຈະກັບຄືນສູ່ຄອບຄົວຂອງ​ພວກເຂົາໃນໄວໆນີ້", ແລະຂອບໃຈນັກການທູດອັງກິດສໍາລັບບົດບາດຂອງພວກເຂົາເຈົ້າໃນການຮັບປະກັນໃຫ້​ມີການປ່ອຍຕົວ ພວກເຂົາ.

ທັງ​ກຸ່ມ​ຕາ​ລີ​ບານ ແລະ​ເຈົ້າ​ໜ້າ​ທີ່​ອັງກິດ ​ບໍ່​ໄດ້​ເປີດ​ເຜີຍ​ຊື່ ​ຫຼື​ລາຍ​ລະອຽດ​ອື່ນໆ​ກ່ຽວ​ກັບ​ຊາວ​ອັງກິດ​ທີ່​ຖືກ​ປ່ອຍ​ຕົວນີ້ ​ໃນ​ທັນທີທັນ​ໃດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG