ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ການສູ້ລົບ ມື້ທີ 4 ເພື່ອຄວບຄຸມ ເມືອງກາສນີ ໃນອັຟການິສຖານ ຍັງດຳເນີນຕໍ່ມາ


ກຳລັງຮັກສາຄວາມປອດໄພ ອັຟການິສຖານ ທີ່ດ່ານກວດ ທາງຫຼວງສາຍກາສນີ, ທີ່ເມືອງເມດັນ ຊາຣ໌ (Maidan Shar), ເມືອງຫຼວງຂອງ ແຂວງວາດາຄ, ອັຟການິສຖານ, 12 ສິງຫາ 2018.

ການສູ້ລົບ​ກັນ​ລະຫວ່າງ​ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ອັຟກາ​ນິສຖານ​ ​ແລະ​ກຸ່ມ
ຕາ​ລີ​ບານ ​ແມ່ນ​ຍັງ​ສືບ​ຕໍ່​ເປັນ​ມື້​ທີ 4 ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ເມືອງ​ກາສນີ ທາງ​ພາກ​ໃຕ້​
ຂອງ​ອັຟກາ​ນິສຖານ.

​ເຈົ້າ​ໜ້າ​ທີ່ ກ່າວວ່າ ມີການສົ່ງກອງ​ກຳລັງ​ຮັກສາ​ຄວາມ​ສະຫງົບ​ເພີ້​ມຕື່ມ ໄປຍັງເມືອງ
ດັ່ງກ່າວ ​ເພື່ອ​ຂັບໄລ່ກຸ່ມ​ຕາ​ລີ​ບານ ທີ່ໄດ້ແຊກຊຶມ​ເຂົ້າ​ໄປ​ໃນ​ເມືອງ​ດັ່ງກ່າວ​ນັ້ນ​ແລ້ວ.

​ໃນ​ວັນ​ອາທິດ​ວານ​ນີ້ ການ​ປະ​ທະ​ກັນ​ຢ່າງ​ໜັກ ​ແມ່ນ​ໄດ້​ເກີດ​ຂຶ້ນ ລະຫວ່າງ​ກອງ​ກຳລັງ​
ຮັກສາ​ຄວາມ​ປອດ​ໄພ ​ແລະກຸ່ມ​ຕາ​ລີ​ບານ ທ່າມກາງ​ທີ່ມີການກ່າວ​ອ້າງ​ ແບບຂັດແຍ້ງ
ກັນວ່າ ​ແມ່ນ​ລັດຖະບານ ຫຼືກຸ່ມ​ຕາ​ລີ​ບານ ​ເປັນຜູ້ຄວບ​ຄຸມສະຖານທີ່​ສຳຄັນ​ຕ່າງ​ໆນັ້ນ.

ຜູ້​ບັນຊາ​ການກອງທັບ​ອັຟກາ​ນິສຖານ ນາຍ​ພົນ ​ໂມ​ຮຳມາດ ຊາຣິຟ ​ຢັຟຕາ​ລີ ກ່າວຕໍ່​
ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ​ໃນ​ວັນ​ອາທິດ​ວານ​ນີ້​ ​ໃນ​ນະຄອນຫຼວງ​ກາ​ບູລ ວ່າ ກອງ​ກຳລັງ​
ຂອງ​ທ່ານ ​ແມ່ນ​ກຳລັງທຳການໂຈມຕີ ​ເພື່ອ​ຂັບໄລ່ພວກນັກລົບ​ຕາ​ລີ​ບານ ​ໃຫ້​ອອກ​ຈາກ​
ເມື​ອງດັ່ງກ່າວ.

ທ່ານ​ນາຍ​ພົນ​ ໃຫ້ຂໍ້ສັງເກດວ່າ ພວກ​ກະບົດ​ ​ແມ່ນ​ປະ​ປົນ​ຢູ່​ກັນ​ພວກ​ພົນລະ​ເຮືອນ​ໃນ​
ເຂດ​ທີ່ແອອັດ​ແລະ​ຕາມ​ຕະຫຼາດຕ່າງໆ ບັງຄັບ​ໃຫ້​ກອງ​ກຳລັງ​ອັຟກາ​ນິສຖານ ​ຕ້ອງໄດ້
ລະມັດລະວັງ ​ແລະຄ່ອຍໆບຸກຄືບໜ້າ ເພື່ອບໍ່​ໃຫ້​ມີ​ການ​ບາດ​ເຈັບ​ລົ້ມ​ຕາຍ ​ຕໍ່​ພົນລະ​ເຮືອນ.

ກອງ​ກຳລັງ​ອັຟກາ​ນິສຖານ​ ຍັງຄວບ​ຄຸມ ​ຈຸດຍຸດ​ທະ​ສາດ​ຕ່າງໆ ​ໃນ​ເມືອງ​ກາສນີ,
ຮວມທັງ​ໂຮງການແຂວງ ຄ້າຍ​ຕຳຫຼວດ ຄຸກ​ໃຫຍ່ ​ແລະ​ຫ້ອງການ​ສືບ​ລັບ ອີງຕາມ
ຄຳເວົ້າຂອງ ທ່ານ ຢັຟຕາ​ລີ ທີ່​ໄດ້​ກ່າວ​ໄວ້.

“ກອງ​ກຳລັງ​ອັຟກາ​ນິສຖານ​ ​ໃນອີກ 2 ມື້ ​ກໍ​ຈະ​ສາມາດຟື້ນຟູຄວາມສະຫງົບ ​ແລະ
ສະຖຽນລະ​ພາບ ໃນ​ເມືອງ​ກາສນີ ​ແລະ ​ເປີດ​ທາງສາຍ​ຫຼັກ​ຄືນ ​ເພື່ອ​ໃຫ້​ພວກ​ປະຊາ
ຊົນ ​ເດີນທາງ​ໄປມາ ​ຈາກພາກ​ໃຕ້ໄປ​ຍັງ​ເຂດ​ພາກ​ຕາ​ເວັນ​ຕົກ ​ໄປຫານະຄອນຫຼວງ ​
ກາ​ບູລ​ໄດ້,”
ນັ້ນ​ແມ່ນ​ການ​ປະຕິຍານ ​ຂອງ​ຜູ້​ບັນຊາ​ການ​ທະຫານ​ ທີ່ໄດ້​ກ່າວ​ໄວ້.

​ເຈົ້າ​ໜ້າ​ທີ່​ໃນ​ໂຮງພະ​ຍາ​ບານ ​ແລະ​ພວກທີ່​ອາ​ໄສ​ຢູ່​ໃນ​ເຂດ​ນັ້ນ ​ທີ່ໄດ້​ພາກັນ​ໜີ​ອອກ​ຈາກ
​ເມືອງ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ທ້ອງ​ຖິ່ນ​ວ່າ ​ໂຮງໝໍ​ປະ​ຈຳ​ແຂວງ ​ໄດ້​ຮັບ​ເອົາ​ພວກ​ບາດ
​ເຈັບ​ ທີ່ເປັນ​ເຈົ້າ​ໜ້າ​ທີ່​ທະຫານ​ແລະ​ຕຳຫຼວດ ຫຼາຍ​ກວ່າ 100 ຄົນ ​ແລະ ໄດ້​ກ່າວ​ຕື່ມ​ວ່າ
ທາງ​ໂຮງໝໍ ​ແມ່ນ​ບໍ່​ມີ​ສະ​ຖານ​ທີ່​ຮອງ​ຮັບຄົນ​ເຈັບ​ໄດ້​ອີກ​ຕໍ່​ໄປແລ້ວ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG