ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານ ໃນອັຟການິສຖານ ຢືນຢັນ ໃນການສົ່ງຜູ້ແທນ ໄປອິສລາມາບັດ


ຫ້ອງການຂອງກຸ່ມຕາລີບານທີ່ນະຄອນໂດຮາ ປະເທດກາຕ້າ.
ຫ້ອງການຂອງກຸ່ມຕາລີບານທີ່ນະຄອນໂດຮາ ປະເທດກາຕ້າ.

ກຸ່ມ​ຕາ​ລີ​ບານ​ໃນ​ອັຟກາ​ນິສຖານ ​ໃຫ້ການ​ຢືນຢັນ​ວ່າ ຕົນ​ໄດ້​ສົ່ງ​ຄະນະ​ຜູ້​ແທນ​ໃນ ລະດັບ​ສູງ​ໄປ​ຍັງນະຄອນ Islamabad ​ເພື່ອ​ເຈລະຈາ​ກັບ​ເຈົ້າໜ້າ​ທີ່​ປາ​ກິ​ສຖານ ໂດຍ​ກ່າວ​ວ່າ ຕົນ​ຫວັງ​ວ່າການໄປ​ຢ້ຽມຢາມ​ໃນ​ເທື່ອ​ນີ້ ຈະ​ໃຫ້​ດອກ​ອອກ​ຜົນ​ແລະ ເປັນ​ຜົນ​ປະ​ໂຫຍ​ດຕໍ່​ທັງ​ສອງ​ຝ່າຍ.

​ໂຄສົກ​ຂອງ​ກຸ່ມ​ຫົວ​ຮຸ​ນ​ແຮງ​ອິສລາມ​ດັ່ງກ່າວ​ ​ແຈ້ງ​ໃຫ້​ວີີ​ໂອ​ເອ​ຊາບ​ໃນ​ວັນ​ພຸດ​ມື້ນີ້ວ່າ ຄະນະ ​ຜູ້​ແທນ​ຂອງກຸ່ມ​ຕາ​ລີ​ບານ ​ໄດ້​ເດີນທາງ​ຈາກ​ຫ້ອງການ​ຜູ້ຕາງໜ້າ​ທາງ ການ​ເມືອງ​ຂອງ​ຕົນ​ທີ່​ກາ​ຕ້າ ​ເພື່ອ​ທຳ​ການ​ເຈລະຈາຫາລື ​ກ່ຽວ​ກັບ ​ການ​ຊອກ​ຫາ ຊ່ອງ​ທາງ​ເພື່ອ​ໃຫ້​ມີ​ຄວາມ​ສຳພັນ​ທີ່​ໃກ້ຊິດ ​ເລື້ອງຊາຍ​ແດນ​ທີ່​ຍາວ​ຢຽດ​ແລະ​ການ ຄ້າຂາຍ​ລະຫວ່າງ​ສອງ​ປະ​ເທດ​ເພື່ອນ​ບ້ານ.

​ແຫ​ລ່ງຂ່າວ​ທາງ​ການ​ທູດ ​ແຈ້ງວ່າ ຄະນະ​ຜູ້​ແທນ​ຂອງ​ຕາ​ລີ​ບານ ​ແມ່ນເຂົ້າຮ່ວມ ການ​ເຈລະຈາ​ໃນ​ການ​ສຶກສາສຳ​ຫຼວດ ອັນ​ເປັນ​ພາກສ່ວນ​ນຶ່ງ ຂອງ​ການ​ດຳ​ເນີນ ຄວາມ​ພະຍາຍາມ ​ຂອງ​ປາ​ກິ​ສຖານ ​ເພື່ອ​ໄກ່​ເກ່ຍ​ໃຫ້​ມີ​ການ​ເຈລະຈາ​ສັນຕິພາບ ລະຫວ່າງ​ລັດຖະບານ​ອັຟກາ​ນິສຖານ​ແລະ​ພວກ​ກະບົດ​ຕາ​ລີ​ບານ.

ຫ້ອງການ​ຕາງໜ້າ​ທາງ​ການ​ເມືອງ​ຂອງ​ກຸ່ມ​ຕາລີ​ບານ​ ຢູ່​ນະຄອນຫຼວງ​ໂດ​ຮາຂອງ ກາ​ຕ້າ​ເປັນ​ຜູ້​ອະນຸຍາດ​ແຕ່​ພຽງ​ຜູ້​ດຽວ​ກ່ຽວ​ກັບ​ການ​ເຈລະຈາ​ໃດໆ​ກໍ​ຕາມ​ທາງ​ດ້ານ ການ​ເມືອງ.

​ໂຄສົກ​ຂອງ​ຫ້ອງການ​ກຸ່ມ​ຕາ​ລີ​ບານ​ທີ່​ກາ​ຕ້າ ທ່ານ Mohammad Naeem ກ່າ​ວ ຕໍ່​ວີໂອ​ເອວ່າ ຜູ້ນຳ​ຂອງ​ກຸ່ມ​ຕາ​ລີ​ບານ ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ຄະ​ນະ​ຜູ້​ແທນ​ຫາລື ກ່ຽວ​ກັບ ບັນຫາ​ຕ່າງໆທີ່​ພົວພັນ​ກັບ​ອົບ​ພະຍົບອັຟກາ​ນິສຖານ ບັນຫາ​ຈຳນວນນຶ່ງ​ເມື່ອໄວໆ ມານີ້ທີ່​ພົວພັນ​ກັບ​ຊາຍ​ແດນ​ຂອງ​ອັຟກາ​ນິສຖານ​ໃນ​ແຂວງ Helmand, Nangar har ​ແລະ Paktia.

ສື່​ມວນ​ຊົນ​ຂອງ​ອັຟກາ​ນິສຖານ​ລາຍ​ງານ​ກ່ຽວ​ກັບ​ການ​ກ່າວ​ຫາ​ຫວ່າງ​ໄວໆ​ມານີ້ວ່າ ກຳລັງ ຂອງ​ປາ​ກິ​ສຖານ ​ໃນ​ເຂດ​ຊາຍ​ແດນ ​ພະຍາ​ຍາມຕັ້ງຄ້າຍ​ຂອງ​ຕົນ​ຢູ່​ໃນເຂດ ແດນ​ອັຟກາ​ນິສຖານ ​ໃນ​ແຂວງ Helmand, Nangarhar ​ແລະ Paktia ຊຶ່ງ​ເປັນ ຂໍ້​ຫາ​ທີ່​ອິສລາມາ​ບັດ​ ໄດ້​ປະ​ຕິ​ເສດ​ໄປ​ແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG