ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານຂອງອັຟການິສຖານ ປະກາດການລົງໂທດ ດ້ວຍການຂ້ຽນ ຮອບໃໝ່ ຕໍ່ໜ້າສາທາລະນະ


ແຟ້ມພາບ - ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງກຸ່ມຕາລີບານ ຢືນຍາມຂະນະທີ່ພວກຄົນທີ່ມາຮ່ວມຊົມການຂ້ຽນພວກຜູ້ຊາຍ ແລະຍິງ ຕໍ່ໜ້າສາທາລະນະ ໃນສະໜາມເຕະບານ ທີ່ເມືອງຈາຣິກາຣ (Charikar) ຂອງແຂວງປາຣວານ ເມື່ອວັນທີ 8 ທັນວາ 2022.
ແຟ້ມພາບ - ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງກຸ່ມຕາລີບານ ຢືນຍາມຂະນະທີ່ພວກຄົນທີ່ມາຮ່ວມຊົມການຂ້ຽນພວກຜູ້ຊາຍ ແລະຍິງ ຕໍ່ໜ້າສາທາລະນະ ໃນສະໜາມເຕະບານ ທີ່ເມືອງຈາຣິກາຣ (Charikar) ຂອງແຂວງປາຣວານ ເມື່ອວັນທີ 8 ທັນວາ 2022.

ກຸ່ມຕາລີບານຂອງອັຟການິສຖານ ໄດ້ປະກາດການລົງໂທດໃໝ່ຕໍ່ພວກທີ່ຖືກພົບເຫັນວ່າມີຄວາມຜິດ ດ້ວຍການຂ້ຽນຕີຕໍ່ໜ້າມະຫາຊົນ ທັງພວກແມ່ຍິງ ແລະ​ຜູ້ຊາຍ ໃນການຄັດຂືນ ຕໍ່ການຮຽກຮ້ອງຄືນໃໝ່ ຂອງອົງການສະຫະປະຊາຊາດ ເພື່ອໃຫ້ພວກຜູ້ປົກຄອງປະເທດອິສລາມແຫ່ງນີ້ ຍຸຕິການກຳທຳດັ່ງກ່າວ.

ສານສູງສຸດຂອງກຸ່ມຕາລີບານ ໄດ້ກ່າວໃນວັນຈັນວານນີ້ ວ່າ ກຸ່ມ 22 ບຸກຄົນ ທີ່ລວມມີ ພວກແມ່ຍິງ ໄດ້ຖືກຂ້ຽນຢູ່ໃນສະໜາມກິລາແຫ່ງນຶ່ງ ທີ່ເຕັມໄປດ້ວຍພວກຜູ້ຊົມ ໃນເມືອງຊີເບີການ ຊຶ່ງເປັນເມືອງເອກຂອງແຂວງຈາວສຈານ (Jowzjan) ທາງພາກເໜືອຂອງປະເທດ.

ພວກເຂົາແຕ່ລະຄົນ ໄດ້ຖືກຂ້ຽນລະຫວ່າງ 25 ແລະ 30 ເທື່ອສຳລັບຂໍ້ຫາທາງອາຍາ ທີ່ລວມມີ ການນອກໃຈຜົວ ຫຼືເມຍ ການມີເພດສຳພັນກັບຊາຍ ການໜີອອກຈາກເຮືອນຊານ ການຄ້າຢາເສບຕິດ ແລະການລັກຂະໂມຍ ອີງຕາມການກ່າວຂອງຖະແຫລງການ.

ສານນີ້ ຍັງໄດ້ລາຍງານເມື່ອວັນອາທິດ ວ່າ ພວກຜູ້ຊາຍ ແລະແມ່ຍິງ 11 ຄົນ ໄດ້ຖືກຂ້ຽນ ຢູ່ໃນແຂວງ ກໍຣ ທາງພາກກາງຂອງປະເທດ ​ໃນການກໍ່ອາຊະຍາກຳຄ້າຍຄືກັບທີ່ໄດ້ກ່າວມານັ້ນ.

ອຳນາດການປົກຄອງທີ່ມີຢູ່ໃນປັດຈຸບັນ ໄດ້ດຳເນີນການຂ້ຽນຕີພວກຜູ້ຊາຍແລະ ແມ່ຍິງ ຫຼາຍກວ່າ 130 ຄົນ ຢູ່ໃນສະໜາມກິລາ ທີ່ເຕັມໄປດ້ວຍພວກຜູ້ຊົມ ຢູ່ໃນຫຼາຍແຂວງ ແລະໃນນະຄອນຫຼວງກາບູລ ນັບຕັ້ງແຕ່ກາງເດືອນພະຈິກ ເມື່ອຜູ້ນຳສູງສຸດຂອງກຸ່ມຕາລີບານ ຮີບາຕູລາ ອາຄຸນຊາກາ ໄດ້ສັ່ງໃຫ້​ຄະ​ນະຕຸລາ ການຈັດຕັ້ງປະຕິບັດກົດໝາຍອິສລາມ ຫຼື ຊາເຣຍ ເປັນພື້ນຖານຂອງການລົງ ໂທດ.

ຄຳສັງນັ້ນ ຍັງໄດ້ນຳໄປສູ່ ການປະຫານຊີວິດເທື່ອທຳອິດຕໍ່ໜ້າມະຫາຊົນ ຂອງຄວາມຜິດໃນການຄາດຕະກຳ ນັບຕັ້ງແຕ່ກຸ່ມຕາລີບານໄດ້ກັບຄືນມາກຳອຳນາດ ໃນອັຟການິສຖານ ເມື່ອເດືອນສິງ 2021 ເປັນຕົ້ນມາ.

ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ການປະຫານຊີວິດຢູ່ໃນແຂວງຟາຣາ ທາງພາກຕາເວັນຕົກ ເມື່ອສອງອາທິດແລ້ວນີ້ ແມ່ນອີງຕາມ “ກີຊາສ (Qisas ການລົງ ໂທດໃນແບບດຽວກັນ) ເປັນກົດໝາຍອິສລາມ ທີ່ບັນຍັດວ່າ ຄົນຜູ້ນຶ່ງຈະຖືກລົງໂທດໃນແບບດຽວກັນ ກັບຜູ້ເຄາະຮ້າຍ ທີ່ໄດ້ຖືກຂ້າຕາຍ.”

ການຂ້ຽນຕີ ແລະການປະຫານຊີວິດ ໄດ້ຖືກດຳເນີນການຢູ່ໃນສະໜາມກິລາ ໂດຍການມີໜ້າຂອງບັນດາເຈົ້າໜ້າທີ່​ອະວຸໂສຂອງກຸ່ມຕາລີບານ ແລະບັນດາສະມາຊິກຂອງມະຫາຊົນ. ສານສູງສຸດຂອງກຸ່ມຕາລີບານໄດ້ກ່າວໃນຖະແຫລງ ການຂອງຕົນ ເມື່ອວັນຈັນວານນີ້ ປົກປ້ອງການປະຕິບັດກົດໝາຍຊາເຣຍຂອງ ອິສລາມ ຕໍ່ຂະບວນການຍຸຕິທຳທາງອາຍາ ໂດຍກ່າວວ່າ ມັນເປັນຫຼັກການເພື່ອສົ່ງເສີມ “ຄວາມສັນຕິ ແລະຄວາມຍຸຕິທຳ” ໃນປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG