ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີດ້ວຍລະເບີດສະຫຼະຊີບ ໃນນະຄອນ ຫຼວງກາບູລ ສັງຫານ 26 ຄົນ ລວມທັງ ນັກຂ່າວ 9 ຄົນນຳ


Afghanistan Blasts
please wait
Embed

No media source currently available

0:00 0:01:03 0:00

ການໂຈມຕີສະຫລະຊີບຄູ່ ໃນນະຄອຫຼວງ ກາບູລ ຂອງອັຟການິສຖານ ໃນວັນຈັນມື້ນີ້
ໄດ້ສັງຫານຢ່າງໜ້ອຍ 26 ຄົນ ທີ່ລວມທັງ ນັກຂ່າວ 9 ຄົນ ແລະ ອີກ 50 ຄົນ ທີ່ຢູ້ໃກ້ຄຽງ
ໄດ້ຮັບບາດເຈັບ.

ກຸ່ມລັດອິສລາມ ໂດຍກ່າວຜ່ານອົງການຂ່າວ “ອາມັກ” ຂອງຕົນ ໄດ້ອ້າງເອົາຄວາມຮັບ
ຜິດຊອບ ສຳລັບ ການໂຈມຕີທີ່ຮ້າຍແຮງສຸດທີ່ບໍ່ເຄີຍມີມາກ່ອນ ຕໍ່ພວກພະນັກງານ
ສື່ມວນຊົນ ໃນອັຟການິສຖານ.

ຄະນະກຳມະການ ຮັບຜິດຊອບຄວາມປອດໄພນັກຂ່າວຂອງອັຟການິສຖານ ຫຼື
(AJSC) ທີ່ເປັນສື່ມວນຊົນ ທີ່ສິ້ງຊອມເບິ່ງຂອງທ້ອງຖິ່ນ ໃນຂະນະທີ່ຢືນຢັນ ການເສຍ
ຊີວິດທີ່ກ່ຽວຂ້ອງກັບນັກຂ່າວ 8 ຄົນ ຢູ່ນັ້ນ ກໍໄດ້ປະນາມຢ່າງແຮງຕໍ່ການໂຈມຕີດັ່ງກ່າວ.

ຊາຍຄົນນຶ່ງຮ້ອງໄຫ້ ຢູ່ທີ່ໂຮງໝໍ ຫຼັງຈາກທີ່ ລາວໄດ້ສູນເສຍລູກຊາຍ ໃນເຫດການລະເບີດແຕກ ໃນ ນະຄອນຫຼວງ ກາບູລ ຂອງອັຟການິສຖານ, ເມື່ອວັນຈັນ ທີ 30 ເມສາ 2018.
ຊາຍຄົນນຶ່ງຮ້ອງໄຫ້ ຢູ່ທີ່ໂຮງໝໍ ຫຼັງຈາກທີ່ ລາວໄດ້ສູນເສຍລູກຊາຍ ໃນເຫດການລະເບີດແຕກ ໃນ ນະຄອນຫຼວງ ກາບູລ ຂອງອັຟການິສຖານ, ເມື່ອວັນຈັນ ທີ 30 ເມສາ 2018.

ນັກຂ່າວເພດຍິງສອງຄົນ ທີ່ລວມມີ ນາງ ມາຣີແອມ ໂຕຄີ ຈາກວິທະຍຸເສລີຢູໂຣບ ຫຼື
RFE ແມ່ນລວມຢູ່ໃນພວກທີ່ເສຍຊີວິດ. ອົງການຂ່າວ AFP ຂອງຝຣັ່ງ ໄດ້ຢັ້ງຢືນເຖິງ
ການເສຍຊີວິດ ຂອງຫົວໜ້າຝ່າຍນັກຖ່າຍຮູບຂອງຕົນ ປະຈຳຢູ່ໃນນະຄອນຫຼວງ
ການບູລ ຄື ນາງ ຊາ ມາເຣຍ. ພະນັກງານເພດຊາຍ ປະຈຳ RFE ກໍໄດ້ເສຍຊີວິດ
ແລະ ພະນັກງານອີກຄົນນຶ່ງ ໄດ້ຮັບບາດເຈັບ ໃນການໂຈມຕີດັ່ງກ່າວ.

ພວກຜູ້ຊາຍອັຟການິສຖານ ກຳລັງຫາມ ຊາຍຜູ້ບາດເຈັບ ໄປໂຮງໝໍ ຫຼັງຈາກ ລະເບີດໄດ້ແຕກຂຶ້ນ ເປັນຄັ້ງທີສອງໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ເມື່ອວັນຈັນ ທີ 30 ເມສາ 2018.
ພວກຜູ້ຊາຍອັຟການິສຖານ ກຳລັງຫາມ ຊາຍຜູ້ບາດເຈັບ ໄປໂຮງໝໍ ຫຼັງຈາກ ລະເບີດໄດ້ແຕກຂຶ້ນ ເປັນຄັ້ງທີສອງໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ເມື່ອວັນຈັນ ທີ 30 ເມສາ 2018.

ໂທລະພາບຂັ້ນນຳຂອງອັຟການິສຖານ ທີ່ເອີ້ນວ່າ ‘ຂ່າວ ໂທລະພາບ ເບີ 1 ຫຼື 1 TV
News’ ຍັງໄດ້ຢືນຢັນ ການເສຍຊີວິດ ຂອງພະນັກງານຂອງຕົນ ສອງຄົນ ໃນການ
ໂຈມຕີ ເມື່ອວັນຈັນມື້ນີ້.

ພວກເຈົ້າໜ້າທີ່ຂອງອັຟການິສຖານ ແລະ ພວກທີ່ເຫັນເຫດການ ໄດ້ກ່າວວ່າ ການໂຈມ
ຕີໄດ້ເລີ້ມຂຶ້ນ ໃນລະຫວ່າງ ຕອນເຊົ້າໃນເວລາຄົນໄປການ ໂດຍມີ ມືລະເບີດສະຫຼະຊີບ
ຄົນນຶ່ງ ຂີ່ລົດຈັກ ແລ້ວລະເບີດຕົນເອງ ຢູ່ໃກ້ໆ ຫ້ອງການຄະນະກຳມະການ ດ້ານຄວາມ
ໝັ້ນຄົງແຫ່ງຊາດ ເຊິ່ງເປັນອົງການສືບລັບຂອງປະເທດ.

ກຳລັງຮັກສາຄວາມສະຫງົບ ແລະ ພົນລະເຮືອນ ໝອບລົງກັບພື້ນ ຢູ່ທີ່ຈຸດເກີດການໂຈມຕີ ລະເບີດສະຫຼະຊີບ ຫຼັງຈາກທີ່ ມືລະເບີດສະຫຼະຊີບ ຄົນທີສອງ ບີບຂະນວນລະເບີດແຕກຂຶ້ນ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 30 ເມສາ 2018.
ກຳລັງຮັກສາຄວາມສະຫງົບ ແລະ ພົນລະເຮືອນ ໝອບລົງກັບພື້ນ ຢູ່ທີ່ຈຸດເກີດການໂຈມຕີ ລະເບີດສະຫຼະຊີບ ຫຼັງຈາກທີ່ ມືລະເບີດສະຫຼະຊີບ ຄົນທີສອງ ບີບຂະນວນລະເບີດແຕກຂຶ້ນ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 30 ເມສາ 2018.


ໃນເວລາທີ່ພວກພະນັກງານກູ້ໄພ ແລະ ທີມງານສື່ມວນຊົນ ໄດ້ໄປເຕົ້າໂຮມກັນ ຢູ່
ສະຖານທີ່ເກີດເຫດ ບໍ່ເທົ່າໃດນາທີ ລຸນຫຼັງຈາກນັ້ນ ມືລະເບີດສະຫຼະຊີບຄົນທີສອງ
ທີ່ປອມໂຕເປັນນັກຂ່າວ ໄດ້ບີບຂະນວນລະເບີດທີ່ຮັດຢູ່ກັບໂຕ ໃຫ້ແຕກຂຶ້ນ ຈຶ່ງເປັນຜົນ
ເຮັດໃຫ້ ເກີດການເສຍຊີວິດຫຼາຍທີ່ສຸດ ອີງຕາມການກ່າວຂອງ ໂຄສົກຕຳຫຼວດນະຄອນ
ຫຼວງກາບູລ ທ່ານ ຮາດສ໌ມັດ ອິສຕານິກໄຊ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG