ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ເສຍຊີວິດ ຍ້ອນລະເບີດ ສະຫຼະຊີບ ຢູ່ພາກ ຕາເວັນອອກ ອັຟການິສຖານ ເພີ້ມຂຶ້ນ 2 ເທົ່າ


ພວກເຈົ້າໜ້າທີ່ອັຟການິສຖານ ພາກັນກວດເບິ່ງສະຖານທີ່ ທີ່ມີການໂຈມຕີ ດ້ວຍການວາງລະເບີດສະຫລະຊີບ ຢູ່ນອກວັດຂອງຊາວ ຊີໄອ ໃນ ເມືອງດໍເຮຣັດ (Herat) ຂອງອັຟການິສຖານ ໃນວັນທີ 25 ມີນາ, 2018.
ພວກເຈົ້າໜ້າທີ່ອັຟການິສຖານ ພາກັນກວດເບິ່ງສະຖານທີ່ ທີ່ມີການໂຈມຕີ ດ້ວຍການວາງລະເບີດສະຫລະຊີບ ຢູ່ນອກວັດຂອງຊາວ ຊີໄອ ໃນ ເມືອງດໍເຮຣັດ (Herat) ຂອງອັຟການິສຖານ ໃນວັນທີ 25 ມີນາ, 2018.

ພວກເຈົ້າໜ້າທີ່ອັຟການິສຖານ ຢູ່ໃນແຂວງນານກາຮາ ທາງຕາເວັນອອກຂອງປະ
ເທດເວົ້າວ່າ ຈໍານວນຄົນເສຍຊີວິດ ຍ້ອນການວາງລະເບີດສະຫລະຊີບ ໃນວັນອັງ
ຄານວານນີ້ ໄດ້ເພີ້ມຂຶ້ນເຖິງ 68 ຄົນ ຊຶ່ງຫຼາຍກວ່າຕົວເລກ 32 ຄົນທີ່ແຈ້ງບອກໃນ
ເມື່ອກ່ອນນັ້ນ.

ການໂຈມຕີດັ່ງກ່າວ ໄດ້ເກີດຂຶ້ນທີ່ເມືອງໂມແມນ ດາຣາ (Mohmand Dara) ທີ່ຢູ່
ຫ່າງໄກສອກຫລີກ ໃນຂະນະທີ່ປະຊາຊົນພາກັນເດີນຂະບວນປະທ້ວງຢູ່ໃນບ້ານ
ດາຄາ (Daka) ເພື່ອຮຽກຮ້ອງໃຫ້ປົດຜູ້ບັນຊາການຕໍາຫລວດໃນທ້ອງຖິ່ນດັ່ງກ່າວ
ອອກຈາກຕໍາແໜ່ງ.

ຢູ່ໃນຖະແຫລງການສະບັບນຶ່ງທີ່ອອກໃນວັນພຸດມື້ນີ້, ທ່ານອັດຕາຮູລາ ຄອກຢານີ
(Atttahullah Khogyani) ໂຄສົກຂອງເຈົ້າແຂວງດັ່ງກ່າວເວົ້າວ່າ ມີຄົນອີກ 165
ຄົນໄດ້ຮັບບາດເຈັບຍ້ອນລະເບີດແຕກໃນຄັ້ງນີ້.

ພວກຕານລີບານປະຕິເສດວ່າ ບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງ ຢູ່ໃນການໂຈມຕີດັ່ງກ່າວ.

ກ່ອນໜ້ານັ້ນຫລາຍຊົ່ວໂມງ ມີໂຮງຮຽນ 3 ແຫ່ງຖືກໂຈມດ້ວຍລະເບີດທີ່ເມືອງຈາລາ
ລາບາດ (Jalalabad) ຊຶ່ງເປັນເມືອງຫລວງຂອງແຂວງດັ່ງກ່າວ.

ຢ່າງໜ້ອຍມີເດັກນ້ອຍຄົນນຶ່ງເສຍຊີວິດແລະຫລາຍຄົນໄດ້ຮັບບາດເຈັບ, ອີງຕາມຄໍາ
ເວົ້າຂອງໂຄສົກ ຂອງຫົວໜ້າພະແນກສຶກສາແຂວງທີ່ກ່າວຕໍ່ວີໂອເອ (VOA).

ບໍ່ມີໃຜອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີດັ່ງກ່າວນີ້ ທີ່ເມືອງຈາລາລາບາດ ບ່ອນ
ທີ່ເຫດລະເບີດແຕກ ເກືອບທຸກຄັ້ງຫວ່າງມໍ່ໆມານີ້ ແລະການບຸກເຂົ້າໄປໃນສະຖານທີ່
ການສຶກສາແມ່ນກຸ່ມລັດອິສລາມ ຫລື IS ເປັນຜູ້ອ້າງເອົາຄວາມຮັບຜິດຊອບ.

ເຄືອຂ່າຍກຸ່ມລັດອິສລາມຢູ່ໃນອັຟການິສຖານ ຊຶ່ງເປັນທີ່ຮູ້ກັນດີ ໃນຊື່ກຸ່ມລັດອິສລາມ
ຢູ່ແຂວງໂຄຣາຊານ ທີ່ເອີ້ນຫຍໍ້ວ່າ ISK-P ແລະຖານປະຕິບັດງານຂອງກຸ່ມກະບົດ
ຕາລີບານຢູ່ໃນແຂວງນານກາຮາ ທີ່ຢູ່ຕິດກັບຊາຍແດນຂອງປາກິສຖານ ທີ່ເປັນປະ
ເທດເພື່ອນບ້ານນັ້ນ.

ພວກກະບົດຕາລີບານໄດ້ທໍາການໂຈມຕີຢູ່ສະໜາມລົບ ນັບແຕ່ວັນເສົາຜ່ານມາ ໂດຍ
ໄດ້ສຸມໃສ່ບັນດາແຂວງຢູ່ພາກເໜືອຂອງອັຟການິສຖານ. ການບຸກໂຈມຕີເຫລົ່ານັ້ນ
ໄດ້ເຮັດໃຫ້ກໍາລັງຮັກສາຄວາມປອດໄພຂອງອັຟການິສຖານເສຍຊີວິດ 140 ຄົນ ແລະເຮັດໃຫ້ເຂດດັ່ງກ່າວຕົກໄປຢູ່ພາຍໃຕ້ການຄວບຄຸມຂອງພວກກະກະບົດ
ກຸ່ມນີ້ຫຼາຍຂຶ້ນ.

ການເພີ້ມຂຶ້ນຢ່າງວ່ອງໄວ ຂອງການກໍ່ຄວາມຮຸນແຮງ ແມ່ນມີຂຶ້ນທ້າມກາງໄພແຫ້ງ
ແລ້ງຢ່າງໜັກ.

ຫ້ອງການດ້ານມະນຸດສະທໍາຂອງອົງການສະຫະປະຊາຊາດເວົ້າວ່າ ບັນຫາຂັດແຍ້ງກັນ
ແລະໄພແຫ້ງແລ້ງ ໄດ້ເຮັດໃຫ້ຊາວອັຟການິສຖານ 5 ແສນຄົນຕ້ອງ ໄດ້ຍົກຍ້າຍໜີ
ຈາກເຂດດັ່ງກ່າວ ນັບແຕ່ຕົ້ນປີນີ້ເປັນຕົ້ນມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG