ບັນດາເຈົາໜ້າທີ່ອັຟການີສຖານ ເຫດການໂຈມຕີສະຫຼະຊີບບັ້ນນຶ່ງ ໄດ້ສັງຫານເຈົ້າເມືອງຄົນນຶ່ງ ແລະຢ່າງໜ້ອຍອີກເຈັດຄົນ ທີ່ໄດ້ເຂົ້າຮ່ວມພິທີສົ່ງສະການ ຢູ່ທີ່ວັດມຸສລິມແຫ່ງນຶ່ງ ທາງພາກເໜືອຂອງອັຟການີສຖານ.
ເຈົ້າໜ້າທີ່ເວົ້າວ່າ ມີຜູ້ບາດເຈັບຈາກເຫດຮ້າຍດັ່ງກ່າວນີ້ຢ່າງໜ້ອຍ 11 ຄົນ ຊຶ່ງໂຮມທັງພົນລະເຮືອນ ໃນເຫດການລະເບີດດັ່ງກ່າວທີ່ເກີດຂຶ້ນເມື່ອວັນສຸກຕອນເຊົ້າ ຢູ່ເມືອງ Archi ແຂວງ Kunduz.
ເຫດການດັ່ງກ່າວນີ້ ຍັງບໍ່ມີຜູ້ໃດອ້າງເອົາຄວາມຮັບຜິດຊອບ ທີ່ໄດ້ສັງຫານ ທ່ານ Sayed Sadruddin ເຈົ້າເມືອງ ເມືອງ Archi.
ແຕ່ຢ່າງໃດກໍຕາມ ປົກກະຕິແລ້ວ ກຸ່ມຕາລິບານຈະແນຈຸດໂຈມຕີໃສ່ແຕ່ ພວກທະຫານຊາວຕ່າງປະເທດ ທະຫານ ຕໍາຫຼວດ ແລະເຈົ້າໜ້າທີ່ ອັຟການີສຖານ ໃນການທໍາສົງຄາມກອງໂຈນຂອງພວກເຂົາ ຕໍ່ຕ້ານລັດຖະບານຂອງທ່ານ ຮາມິດ ກາຊາຍ ທີ່ໜຸນຫຼັງໂດຍພວກປະເທດຕາເວັນຕົກ ນັ້ນ.
ມີປະຊາຊົນຫຼາຍສິບຄົນໄດ້ຖືກສັງຫານຈາກເຫດການໂຈມຕີຫຼາຍບັ້ນໃນ ໄລຍະບໍ່ດົນຜ່ານມານີ້.
ເບິ່ງວີດີໂອ: