ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫົວໜ້າສືບລັບ ອັຟການິສຖານ ຢ້ຽມຢາມ ປາກິສຖານ ໂດຍບໍ່ປະກາດ ລ່ວງໜ້າ


ທ່ານມາຊູມ ສຕານິກໄຊ (Masoom Stanikzai) ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ ທຳນຽບປະທານາທິບໍດີ ໃນນະຄອນຫລວງ ກາບູລ ຂອງອັຟການິສຖານ.
ທ່ານມາຊູມ ສຕານິກໄຊ (Masoom Stanikzai) ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ ທຳນຽບປະທານາທິບໍດີ ໃນນະຄອນຫລວງ ກາບູລ ຂອງອັຟການິສຖານ.

ບັນດາເຈົ້າໜ້າທີ່ຮັກສາຄວາມສະຫງົບ ລະດັບສູງຂອງອັຟການິສຖານ ໄດ້ເດີນທາງໄປ
ຢ້ຽມຢາມ ປາກິສຖານ ໂດຍບໍ່ໄດ້ແຈ້ງໃຫ້ຊາບລ່ວງໜ້າ ເພື່ອປຶກສາຫາລື ກັບບັນດາ
ຜູ້ນຳຂອງພົນລະເຮືອນ ແລະ ກອງທັບ ກ່ຽວກັບການຮ່ວມມືຮ່ວມກັນ ຫຼັງຈາກທີ່ມີການ
ໂຈມຕີ ທີ່ຮ້າຍແຮງຫຼາຍຄັ້ງຜ່ານມາ ຂອງກຸ່ມຕາລີບານ ແລະພວກຫົວຮຸນແຮງ ຢູ່ໃນ
ອັຟການິສຖານ.

ການຢ້ຽມຢາມ ໃນວັນພຸດວານນີ້ ໄດ້ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທີ່ຮອງລັດຖະມົນຕີ
ການຕ່າງປະເທດ ສະຫະລັດ ທ່ານຈອນ ຊູລລີວັນ (John Sullivan) ໄດ້ຮຽກຮ້ອງໃຫ້
ບັນດາຜູ້ນຳຂອງອັຟການິສຖານ ພົວພັນໃນການປຶກສາຫາລື ສອງຝ່າຍກັບຄູ່ຕຳແໜ່ງ
ຂອງພວກເຂົາເຈົ້າ ຈາກປາກິສຖານ.

ການໂຈມຕີທີ່ເພີ້ມທະວີຂຶ້ນຂອງພວກຫົວຮຸນແຮງໃນອັຟການິສຖານ ໄດ້ກໍ່ໃຫ້ເກີດ
ຄວາມເຄັ່ງຕຶງ ລະຫວ່າງ ກາບູລກັບອິສລາມາບັດ ທ່າມກາງ ການກ່າວຫາວ່າ ພວກ
ກະບົດ ໃຊ້ບ່ອນຫລົບລີ້ ຢູ່ໃນປາກິສຖານ ເພື່ອວາງແຜນການໂຈມຕີດ້ວຍລະເບີດ
ສະຫຼະຊີບ ເມື່ອບໍ່ດົນມານີ້ ໂດຍການຊ່ອຍເຫຼືອຂອງອົງການສືບລັບ ຫຼື ISI ຂອງ
ປາກິສຖານ.

ບັນດາເຈົ້າໜ້າທີ່ ຂອງປາກິສຖານ ໄດ້ປະນາມການໂຈມຕີຂອງກຸ່ມກໍ່ການຮ້າຍ ແລະ
ໄດ້ປະຕິເສດຕໍ່ຂໍ້ກ່າວຫາຕ່າງໆ ຂອງອັຟການິສຖານ ທີ່ບໍ່ມີມູນຄວາມຈິງ ແລະໄດ້
ເນັ້ນໜັກເຖິງຄວາມຈຳເປັນ ໃນ “ການສືບສວນສອບສວນທີ່ເຊື່ອຖືໄດ້” ກ່ຽວກັບ
ການໂຈມຕີທັງຫຼາຍເຫຼົ່ານັ້ນ.

Pakistan Afghanistan
please wait
Embed

No media source currently available

0:00 0:00:32 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG