ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີທາງອາກາດ ​ເປັນເຫດການ ທີ່ຫຼົງ​ຍິງ​​ໃສ່​ ຝ່າຍ​ດຽວ​ກັນ ໃນອັຟການິສຖານ


ແຜນທີ່ປະເທດ ອັຟການິສຖານ ທີ່ສະແດງໃຫ້ເຫັນເຖິງ ແຂວງ Logar ແລະ Nangarhar
ແຜນທີ່ປະເທດ ອັຟການິສຖານ ທີ່ສະແດງໃຫ້ເຫັນເຖິງ ແຂວງ Logar ແລະ Nangarhar

ຕຳຫລວດ ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ ຂອງ​ອັຟກາ​ນິສຖານ
ກ່າວ​ວ່າ ​ເຮ​ລິ​ຄອບ​ເຕີ້​ຂອງອາ​ເມຣິກາຫຼາຍລຳ ​ໄດ້​ຖິ້ມ​ລະ​ເບີດ
​ໃສ່​ດ່ານ​ຮັກສາ​ຄວາມ​ປອດ​ໄພ​ຢູ່​ເຂດ​ນອກ​ເມືອງ ​ເມື່ອ​ຕອນ​ເຊົ້າ
ວັນ​ຈັນມື້​ນີ້ ​ແລະ​ໄດ້ສັງຫານ​ທະຫານ​ອັຟກາ​ນິສຖານ ຢ່າງ​ນ້ອຍ
8 ຄົນ​ ​ແລະ ​ເຮັດ​ໃຫ້ອີກ​ຈຳນວນ​ໜຶ່ງ​ບາດ​ເຈັບ ​ໃນ​ອັນ​ທີ່​ປາກົດ​ວ່າ
​ເປັນເຫດການທີ່​ເອີ້ນ​ວ່າ “ການຫຼົງ​ຍິງໃສ່​ຝ່າຍ​ດຽວ​ກັນ.”

​ເຫດການຮ້າຍ​ແຮງເຖິງແກ່​ຊີວິດ ດັ່ງກ່າວ ​ເກີດ​ຂຶ້ນ ​ໃນເມືອງ
Baraki Barak ຂອງ​ແຂວງ Logar ທີ່​ຕັ້ງຢູ່​ 50 ກິ​ໂລ​ແມັດທາງ​
ພາກ​ຕາ​ເວັນ​ອອກ ​ຂອງ​ນະຄອນຫຼວງ Kabul.

ຜູ້​ບັນຊາ​ການຕຳຫລວດ​ແຂວງ ທ່ານ Mohammad Daoud Ahmadi ກ່າວ​ຕໍ່​ສື່​ຂ່າວ
​ໃນ​ທ້ອງ​ຖິ່ນ ວ່າ ການ​ໂຈມ​ຕີ​ທາງອາກາດ ​ໂດຍ​ກຸ່ມ​ແນວ​ໂຮມ​ນາໆ​ຊາດ ​ໃນ​ອັຟກາ​ນິສຖານ
ນັ້ນ ແມ່ນ​ເປັນ​ການເຂົ້າ​ໃຈ​ຜິດ ໃນການ​ໂຈມ​ຕີ ດ່ານ​ຮັກສາ​ຄວາມ​ປອດ​ໄພຢູ່​ເຂດ​ນອກເມືອງ ຂອງກອງທັບ​ແຫ່ງ​ຊາດ​ອັຟກາ​ນິສຖານ ​ແລະກ່າວວ່າ ​ເປົ້າໝາຍ​ທີ່​ສົງ​ໃສວ່າ ​ແມ່ນ​ຕັ້ງຢູ່​ປະ​ມານ ກິ​ໂລ​ແມັດ​ໜຶ່ງ​ ​ໃນ​ບໍລິ​ເວນ​ດຽວ​ກັນນັ້ນ.

ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ ກ່າວ​ວ່າ ພວກ​ເຂົາ​ເຈົ້າ ຮັບ​ຮູ້​ເຫດການ​ດັ່ງກ່າວ ​ແລະ ​ເລີ້ມ​ຕົ້ນການ​ສືບສວນ​ສອບ​ສວນ ​ແຕ່​ບໍ່​ໄດ້ໃຫ້​ຄຳ​ເຫັນ ຫຍັງກ່ຽວ​ກັບຄວາມ​ເສຍ​ຫາຍ​ທີ່​ເກີດ​ຈາກລະ​ເບີດ​ນັ້ນ.

XS
SM
MD
LG