ຊາວລາວອົບພະຍົບຄອບຄົວນຶ່ງໃນສະຫະລັດກ່າວວ່າ ສະມາຊິກຄົນນຶ່ງຂອງຄອບຄົວ
ພວກເຂົາເຈົ້າຮວມຢູໃນຈໍານວນທະຫານສະຫະລັດ 30 ຄົນ ທີ່ເສຍຊີວິດໃນອາທິດ
ແລ້ວນີ້ໃນເຫດຍົນເຮລິຄອບເຕີຕົກ ທີ່ອັຟການິສຖານນັ້ນ.
ນາງ ແສງຈັນ ດວງດາຣາ ໄດ້ບອກພວກນັກຂ່າວທີ່ເມືອງ Sioux City ລັດ Nebraska
ວ່າ ນາງໄດ້ຮັບແຈ້ງກ່ຽວກັບການຕາຍຂອງລູກຊາຍຂອງນາງ ໂດຍເຈົ້າໜ້າທີ່ທະຫານ
ເມື່ອວັນເສົາຜ່ານມາ.
ນາຍ John ດວງດາຣາ ອາຍຸ 26 ປີ ລູກຊາຍ
ຂອງນາງແສງຈັນ ດວງດາຣາ ເປັນນາຍຈ່າ ສັງ
ກັດຢູ່ໃນໜ່ວຍລົບພິເສດ Navy SEALs ໃນຕໍາ
ແໜ່ງຜູ້ຄຸມໝາ. ນາງແສງຈັນເວົ້າວ່າ ລາວຮອດ
ບໍ່ໄດ້ຮູ້ເລີຍວ່າ ນາຍຈອນ ລູກຊາຍຂອງນາງ
ເປັນທະຫານໜ່ວຍລົບພິເສດ SEAL ຂອງກອງ
ທັບເຮືອສະຫະລັດ ແຕ່ວ່າຈອນມັກວຽກທະຫານ
ຂອງລາຫລາຍ ແລະເສຍຊີວິດໃນການປະຕິບັດ
ໜ້າທີ່ ທີ່ລາວໄດ້ເລືອກເອົາ.
ນາງແສງຈັນ ດວງດາຣາ ກ່າວວ່າ ນາງໄດ້ຍົກຍ້າຍເຂົ້າມາຕັ້ງຖິ່ນຖານໃນສະຫະລັດຈາກ
ປະເທດລາວເມື່ອ 31 ປີຜ່ານມາ ແລະມີລູກສີ່ຄົນ ອາໄສຢູ່ໃນສະຫະລັດ. ລູກສາວກົກ
ນາງ ຈັນ Follen ກ່າວວ່າ ຄອບຄົວຂອງລາວ ມີຄວາມພາກພູມໃຈ ກັບການເສຍຊີວິດ
ຂອງຈອນ ທີ່ໄດ້ຕໍ່ສູ້ເພື່ອປະເທດຊາດ ທີ່ໄດ້ອ້າແຂນຮັບເອົາ ແລະໃຫ້ຄວາມອົບອຸ່ນແກ່
ຄອບຄົວຂອງນາງ ແລະໄດ້ມອບໂອກາດອັນດີໃຫ້ພວກເຂົາເຈົ້າ ໄດ້ດໍາເນີນຕາມຄວາມ
ຝັນອາເມຣິກັນ ກໍຄືສ້າງຖານະໃຫ້ໝັ້ນຄົງ ມີບ້ານມີເຮືອນຢູ່ ແລະມີວຽກດີໆເຮັດນັ້ນ.
ພ້ອມນີ້ ວີໂອເອກໍຂໍສະແດງຄວາມເສຍໃຈ ແລະເສົ້າສະລົດໃຈມາຍັງຄອບຄົວຂອງນາງ
ແສງຈັນ ດວງດາຣາ ທີ່ໄດ້ສູນເສຍລູກຊາຍ ທີ່ເປັນທະຫານຫານຂອງຊາດໄປໃນຄັ້ງນີ້.