ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສອງຝ່າຍປໍລະປັກ ໃນ ອັຟການິສຖານ ທຳການເຈລະຈາ ສັນຕິພາບ ໃນຂະນະທີ່ການໂຈມຕີ ຍັງສືບຕໍ່ ໃນສະໜາມລົບ


ທ່ານ ອັບດຸລລາ ອັບດຸລລາ, ກາງ, ປະທານສະພາສູງເພື່ອການປອງດອງຊາດຂອງ ອັຟການິສຖານ, ເຂົ້າຮ່ວມພິທີເປີດການເຈລາຈາສັນຕິພາບ ລະຫວ່າງ ກຸ່ມຕາລີບານ ກັບລັດຖະບານ ອັຟການິສຖານ. ນະຄອນຫຼວງ ໂດຮາ, ປະເທດ ກາຕ້າ. 12 ກັນຍາ, 2020.
ທ່ານ ອັບດຸລລາ ອັບດຸລລາ, ກາງ, ປະທານສະພາສູງເພື່ອການປອງດອງຊາດຂອງ ອັຟການິສຖານ, ເຂົ້າຮ່ວມພິທີເປີດການເຈລາຈາສັນຕິພາບ ລະຫວ່າງ ກຸ່ມຕາລີບານ ກັບລັດຖະບານ ອັຟການິສຖານ. ນະຄອນຫຼວງ ໂດຮາ, ປະເທດ ກາຕ້າ. 12 ກັນຍາ, 2020.

ສອງຝ່າຍທີ່ເຮັດສົງຄາມກັນໃນ ອັຟການິສຖານ ໄດ້ກ່າວຫາກັນ ແລະ ກັນກ່ຽວກັບການໂຈມຕີຄັ້ງໃໝ່ຢູ່ສະໜາມລົບໃນຂະນະທີ່ຕົວແທນຂອງພວກເຂົາ ໄດ້ຈັດການເຈລະຈາສັນຕິພິພາບຄັ້ງປະ ຫວັດສາດທີ່ນຳໜ້າໂດຍ ສະຫະລັດ ເປັນວັນທີສອງໃນວັນອາທິດວານນີ້ຢູ່ປະເທດ ກາຕ້າ.

ການປະທະກັນລະຫວ່າງກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ກັບ ພວກກະບົດຕາລີບານ ໃນລະຫວ່າງ 24 ຊົ່ວໂມງທີ່ຜ່ານມາມີລາຍງານວ່າໄດ້ສັງຫານຫຼາຍຄົນ, ລວມທັງພວກນັກລົບຈາກທັງສອງຝ່າຍ ແລະ ພົນລະເຮືອນ.

ຄວາມຮຸນແຮງຍັງຄົງເປັນສິ່ງທ້າທາຍທີ່ສຳຄັນສຳລັບການເຈລະຈາທີ່ລໍຖ້າມາດົນ ເຊິ່ງກຳລັງດຳ ເນີນຢູ່ໃນນະຄອນຫຼວງ ໂດຮາ, ປະເທດ ກາຕ້າ, ທີ່ປະກອບມີທີມເຈລະຈາທີ່ມີຄວາມສາມາດສູງ ຂອງກຸ່ມຕາລີບານ ແລະ ລັດຖະບານ ກາບູລ.

ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວວ່າການປຶກສາຫາລືລະຫວ່າງຄູ່ແຂ່ງໃນ ອັຟການິສຖານ ຈະເພັ່ງເລັງໃສ່ການເຮັດ “ຂໍ້ຕົກລົງຢຸດຍິງຮອບດ້ານ” ແລະ ການເມືອງທີ່ແນເປົ້ໃສ່ການສິ້ນສຸດສົງ ຄາມທີ່ແກ່ຍາວມາໄດ້ສີ່ທົດສະວັດຢ່າງຖາວອນໃນປະເທດທີ່ຕັ້ງຢູ່ເອເຊຍໃຕ້ນັ້ນ.

ການເຈລະຈາດັ່ງກ່າວ, ເຊິ່ງຮູ້ຈັກດັ່ງກັບການເຈລະຈາລະຫວ່າງອັຟການິສຖານ, ໄດ້ເລີ່ມຂຶ້ນໃນວັນເສົາທີ່ຜ່ານມາ ພາຍໃນບໍ່ເທົ່າໃດຊົ່ວໂມງຫຼັງຈາກພິທີເປີດທີ່ໄດ້ຮັບຄວາມສົນໃຈເປັນຢ່າງສູງ ທີ່ເຂົ້າຮ່ວມໂດຍລັດຖະມົນຕີການຕ່າງະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ແລະ ຄົນອື່ນໆ.

ຄະນະຜູ້ແທນ ອັຟການິສຖານ ທີ່ເຂົ້າຮ່ວມສັງເກດການໃນວັນອາທິດວານນີ້ ເວົ້າວ່າ “ມັນມີຄວາມຮູ້ສຶກທີ່ເປັນແງ່ບວກ” ໃນການພົວພັນເບື້ອງຕົ້ນລະຫວ່າງ ທີມເຈລະຈາຈາກທັງສອງຝ່າຍ.

ທ່ານ ອັບດຸລລາ ອັບດຸລລາ, ປະທານຂອງສະພາສູງເພື່ອການປອງດອງຊາດ ອັຟການິສຖານ ໄດ້ກ່າວຕໍ່ບັນດານັກຂ່າວໃນນະຄອນຫຼວງ ກາຕ້າ ວ່າ “ຄວາມ ຮຸນແຮງຄວນຈະລຸດລົງຢ່າງຫຼວງຫຼາຍ ພ້ອມກັບການເລີ່ມຕົ້ນຂອງການເຈລະຈາ ສະນັ້ນພວກເຮົາຈຶ່ງຈະສາມາດບັນລຸການຢຸດຍິງດ້ານມະນຸດສະທຳນີ້.”

ທ່ານ ອັບດຸລລາ ໄດ້ເດີນທາງໄປນະຄອນຫຼວງ ໂດຮາ ກັບທີມເຈລະຈາສັນຕິ ພາບຂອງລັດຖະ ບານ ເພື່ອເປັນຕົວແທນໃຫ້ລັດຖະບານ ກາບູລ ໃນພິທີເປີດການເຈລະຈາດັ່ງກ່າວ ເມື່ອວັນເສົາທີ່ຜ່ານມາ.

ບັນດານັກເຈລະຈາຈາກທັງສອງຝ່າຍ ໄດ້ທຳການປະຊຸມລັບອີກຄັ້ງນຶ່ງ ໃນຕອນແລງວັນອາທິດວານນີ້, ອີງຕາມການກ່າວຂອງໂຄສົກກຸ່ມ ຕາລີບານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG