ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ກໍ​່​ການ​ຮ້າຍ​ ຢູ່​ໃນ​ແຂວງນຶ່ງ​ຂອງ ອ​ັ​ຟ​ກາ​ນິ​ສ​ຖານ ​ແຊກ​ແຊງໃນເລື້ອງ ການ​ສັກ​ຢາ​ປ້ອງ​ກັນ​ ໂປ​ລິ​ໂອ


​ເດັກ​ນ້ອຍ​ຜູ້​ຊາຍ​ຄົນ​ນຶ່ງ​ ກຳ​ລັງ​ ໄດ້​ຮັບ​ການ​ຢອດ​ຢາ​ໃສ່​ປາກ
ເພື່ອປ້ອງ​ກັນໂປ​ລິ​ໂອ ໃນ​ນະ​ຄອນ​ຄາ​ບູ​ລ ອັ​ຟ​ກາ​ນິ​ສ​ຖານ ໃນ
ວັນ​ທີ 14 ມີ​ນາ 2018.
​ເດັກ​ນ້ອຍ​ຜູ້​ຊາຍ​ຄົນ​ນຶ່ງ​ ກຳ​ລັງ​ ໄດ້​ຮັບ​ການ​ຢອດ​ຢາ​ໃສ່​ປາກ ເພື່ອປ້ອງ​ກັນໂປ​ລິ​ໂອ ໃນ​ນະ​ຄອນ​ຄາ​ບູ​ລ ອັ​ຟ​ກາ​ນິ​ສ​ຖານ ໃນ ວັນ​ທີ 14 ມີ​ນາ 2018.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ປະ​ຈຳ​ແຂວງ​ໃນ​ອັ​ຟ​ກາ​ນິ​ສ​ຖານ ກ່າວ​ຫາ​ພວກ​ກະ
​ບົດ​ວ່າ​ແຊກ​ແຊງ​ການ​ປະ​ຕິ​ບັດ​ງານ​ສັກ​ຢາປ້ອງ​ກັນ​ໃຫ້ແກ່​ພວກ​ເດັກ​ນ້ອຍ ເພື່ອ​ຕ້ານ​
ໄວ​ຣັ​ສ​ໂປ​ລິ​ໂອ ຫຼືໂຣກເປ້ຍລ່ອຍ ຢູ່​ແຂວງ​ຟາ​ຣາ​ ທາງ​ພວກ​ຕາ​ເວັນ​ຕົກຂອງ​ປະ​ເທດ.

ທ່ານ​ອັບ​ດຸນ ຈາ​ບາ​ຣ ຊາ​ເຢັກ ຫົວ​ໜ້າ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ປະຈຳ​ແຂວງ ຟາ​ຣາ​
ໄດ້​ມີ​ຄວາມ​ເປັນ​ຫ່ວງວ່າ ພວກ​ກໍ່​ການ​ຮ້າຍ​ຕາ​ລິ​ບານ ກຳ​ລັງ​ຂັດ​ຂວາງ​ຄວາ​ມ​ພະ​ຍາ​
ຍາມ​ສັກ​ຢາ​ປ້ອ​ງກັນດັ່ງກ່າວ ຢູ່​ໃນ​ບັນ​ດາເຂດ​ທີ່​ບໍ່​ມີ​ຄວາມ​ປອດ​ໄພຂອງ​ແຂວງ ໂດຍ​
ສັ່ງ​ການ​ວ່າ ການ​ສັກ​ຢາ​ປ້ອງ​ກັນ​ນຳອອກ​ປະ​ຕິ​ບັດໄດ້ ໂດຍ​ພວກທີ່ເຂົາ​ເຈົ້າ​ແຕ່ງ​ຕັ້ງ.

ທ່ານ​ຊາ​ເຢັກ ກ່າວຕໍ່ ວີ​ໂອ​ເອ ວ່າ “ພວກ​ກໍ່​ການ​ຮ້າຍ​ຕາ​ລິ​ບານ​ຕິດ​ອາ​ວຸດ ບໍ່​ຮັບ​ເອົາ
​ພື້ນ​ຖານ​ຂອງ​ພວກ​ເຮົາ ແລະ​ຊຸກ​ຍູ້​ໃຫ້​ຮັບ​ເອົາ​ສະ​ພາບ​ການ​ຂອງເຂົາ​ເຈົ້າ ໃນ​ຄວາມ​
ພະ​ຍາຍ​າມ​ທີ່​ຈະ​ຄວບ​ຄຸມການດຳ​ເນີນການ​ສັກ​ຢາ​ປ້ອງ​ກັນ. ເຂົາເຈົ້າ​ບໍ່​ອະ​ນຸ​ຍາດ​ໃຫ້​
ໂຄ​ສະ​ນາ​ສັກ​ຢາ​ປ້ອງ​ກັນ​ເພື່ອ​ນຳ​ໃຊ້​ຢ່າງ​ເປັນ​ອິດສະຫຼະ.”

ທ່ານ​ກ່າວ​ເພີ້ມ​ອີກວ່າ “ເຂົາ​ເຈົ້າ​ແນະ​ນຳ​ຄົນ​ເຂົາ​ເຈົ້າ​ເອງ ໃຫ້​ເປັນ​ຜູ້​ສັກ​ຢາ​ປ້ອງ​ກັນ
ແລະ​ເວ​ລາພວກ​ເຮົາ​ຮັບ​ເອົາ​ການ​ຮຽກ​ຮ້ອງຂອງ​ເຂົາ​ເຈົ້າ ມັນກໍ​ເລີ້ມ​ເປັນ​ເລື່ອງ​ບໍ່​ພໍ​ໃຈ
ແລະຫລຸດ​ຄຸນ​ນະ​ພາບໃນ​ການ​ບໍ​ລິ​ຫານ​ຂອງ​ພວກ​ເຮົາ.”

ທ່ານ​ຊາ​ເຢັກ​ກ່າວ​ວ່າ ພວກ​ກໍ່​ການ​ຮ້າຍຕາ​ລິ​ບານບໍ່​ເຫັ​ນ​ພ້ອມ​ໂດຍ​ກົງ​ກັບການເຜີຍ
ແພ່ເລື້ອງສັກ​ຢາ​ປ້ອງ​ກັນ ແລະ​ໄດ້ເຮັດ​ໃຫ້​ຫຍຸ້ງຍາກ​ແກ່​ບັນ​ດາຜູ້​ສັກ​ຢາ​ປ້ອງ​ກັນ ໃນ
​ການ​ປະ​ຕິ​ບັດ​ງານ​ຂອງ​ເຂົາ​ເຈົ້າ​ໃຫ້​ເໜາະ​ສົມ ແລະ​ອີງ​ຕາມ​ພື້ນ​ຖານ​ຂອງ​ສາ​ກົນ.

ອ່ານ​ຂ່າວ​ນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG