ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າແຂວງອີກຄົນນຶ່ງ ຂັດຂືນຄຳສັ່ງ ປົດຕຳແໜ່ງ ຈາກປະທານາທບໍດີ ອັຟການິສຖານ


ປະທານາທິບໍດີ ອັຟການິສຖານ ທ່ານ ອາສຮັຟ ການີ ໃຫ້ຄຳເຫັນໃນລະຫວ່າງການປຶກສາຫາລືຄະນະກຳມະການ ທີ່ກອງປະຊຸມສັງຄົມ ອາເຊຍ ໃນນະຄອນຫຼວງ ນິວຢອກ. 20 ກັນຍາ, 2017.
ປະທານາທິບໍດີ ອັຟການິສຖານ ທ່ານ ອາສຮັຟ ການີ ໃຫ້ຄຳເຫັນໃນລະຫວ່າງການປຶກສາຫາລືຄະນະກຳມະການ ທີ່ກອງປະຊຸມສັງຄົມ ອາເຊຍ ໃນນະຄອນຫຼວງ ນິວຢອກ. 20 ກັນຍາ, 2017.

ວິກິດການທາງການເມືອງຂອງ ອັຟການິສຖານ ໄດ້ຮຸນແຮງຂຶ້ນໃນວັນອາທິດມື້ນີ້ ເມື່ອ
ເຈົ້າແຂວງຄົນທີສອງ ໄດ້ຂັດຂືດຄຳສັ່ງປະທານາທິບໍດີທີ່ໄດ້ປົດທ່ານອອກຈາກຕຳ
ແໜ່ງ.

ໃນວັນເສົາວານນີ້, ຫ້ອງການຂອງປະທານາທິບໍດີ ທ່ານ ອາສຣັຟ ການີ "Ashraf
Ghani" ໄດ້ຮັບຮອງ ແລະ ປະກາດການແຕ່ງຕັ້ງຫົວໜ້າຄົນໃໝ່ສຳລັບ 6 ແຂວງ, ເຊິ່ງ
ລວມມີແຂວງ ສະມານການ "Samangan" ໃນພາກເໜືອຂອງປະເທດ, ດັ່ງກັບສ່ວນ
ນຶ່ງໃນການປະຕິບັດການທັງຫຼາຍ ເພື່ອປັບປຸງການປົກຄອງໃນທ້ອງຖິ່ນຂອງ ອັຟກາ
ນິສຖານ.

ແຕ່ທ່ານ ອັບດຸລ ຄາຣິມ ເຄດາມ "Abdul Karim Khedam," ຜູ້ທີ່ໄດ້ປົກຄອງແຂວງ
ສະມານການ ປະມານປີນຶ່ງແລ້ວ, ໄດ້ກ່າວປະນາມ ແລະ ປະຕິເສດການປົດຕຳແໜ່ງ
ຂອງທ່ານໂດຍປະທານາທິບໍດີນັ້ນວ່າ ຍອມຮັບບໍ່ໄດ້.

ລັດຖະບານກາງໄດ້ແຕ່ງຕັ້ງທ່ານ ອັບດຸລ ລາຕິຟ ອີລຣາຮີມີ "Abdul Latif Ibrahimi"
ເປັນເຈົ້າແຂວງຄົນໃໝ່ສຳລັບແຂວງທີ່ຕັ້ງຢູ່ພາກເໜືອຂອງ ອັຟການິສຖານ ນັ້ນ. ທ່ານ
ແມ່ນອະດີດສະມາຊິກຂອງພັກ ເຮັສ-ອີ-ອິສລາມີ "Hezb-e-Islami" ຂອງ ອະດີດຜູ້
ບັນຊາການຂອງກຸ່ມ ຈີຮາດ ຊົນເຜົ່າ ປາຊຕຸນ "Pashtun," ທ່ານ ກຸລບຸດດິນ
ເຮັກມາຕີຢາ "Gulbuddin Hekmatyar."

ໃນຄຳປາໄສຕໍ່ກອງປະຊຸມຖະແຫຼງຂ່າວ ທີ່ເມືອງຫຼວງຂອງແຂວງໃນວັນອາທິດມື້ນີ້,
ເຈົ້າແຂວງທີ່ຖືກປົດອອກຈາກຕຳແໜ່ງໄດ້ປະຕິຍານວ່າຈະສືບຕໍ່ເຮັດວຽກເປັນເຈົ້າ
ແຂວງ ສະມານການຕໍ່ໄປ.

ທ່ານ ເຄດາມ ໄດ້ປ້ອງກັນການຕັດສິນຂອງທ່ານທີ່ຈະຍັງຢູ່ໃນຕຳແໜ່ງຕໍ່ໄປ ແລະ ໄດ້
ກ່າວວ່າ ອຳນາດຄັ້ງສຸດທ້າຍທີ່ຈະພິຈາລະນາຊະຕາກຳທາງການເມືອງຂອງທ່ານ
ແມ່ນຂຶ້ນຢູ່ກັບຊົນເຜົ່າ ເທີກເມັນ "Turkemen" ທີ່ທ່ານໄດ້ເປັນຕົວແທນໃຫ້ ເຊັ່ນດຽວ
ກັບພັກການເມືອງ ຈາມຽດ-ອີ-ອິສລາມີ "Jamiat-e-Islami" ຂອງທ່ານ, ເຊິ່ງຮ່ວມ
ກັນກຳອຳນາດກັບລັດຖະບານສາມັກຄີຊາດຂອງທ່ານ ການີ.

ຜູ້ບໍລິຫານລະດັບສູງ ອັຟການິສຖານ ທ່ານ ອັບດຸລລາ ອັບດຸລລາ "Abdullah
Abdullah" ໄດ້ເປັນຕົວແທນໃຫ້ພັກ ຈາມຽດ-ອີ-ອິສລາມີ ພ້ອມກັບບັນດາຜູ້ນຳພັກ
ຄົນອື່ນໆ ໃນພັນທະມິດທີ່ກຳລັງປົກຄອງແຂວງຢູ່ ແລະ ພັກທີ່ປະກອບມີຊົນເຜົ່າ
ທາຈິກສ໌ "Tajiks" ຢູ່ເປັນສ່ວນໃຫຍ່. ການສະໜັບສະໜູນຂອງປະທານາທິບໍດີ ການີ
ແມ່ນມາຈາກຊຸມຊົນ ທີ່ມີຊົນເຜົ່າ ປາຊຕຸນ ອາໄສຢູ່ເປັນສ່ວນໃຫຍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG