ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໒ ພຶດສະພາ ໒໐໒໕

ພວກປະທ້ວງ ອັຟການິສຖານ ໂຮມຊຸມນຸມ ສະໜັບສະໜຸນ ທ່ານ Abdullah (ສະໄລດ໌)


ທ່ານ Abdullah Abdullah (ກາງ) ຜູ້ສະໝັກເປັນປະທານາທິບໍດີ ອັຟການິສຖານ ໄປຮ່ວມການປະທ້ວງ ຢູ່ນະຄອນຫຼວງກາບູລ (27 ມິຖຸນາ 2014)
ທ່ານ Abdullah Abdullah (ກາງ) ຜູ້ສະໝັກເປັນປະທານາທິບໍດີ ອັຟການິສຖານ ໄປຮ່ວມການປະທ້ວງ ຢູ່ນະຄອນຫຼວງກາບູລ (27 ມິຖຸນາ 2014)

ພວກປະທ້ວງຫຼາຍພັນຄົນໄດ້ໂຮມຊຸມກັນທີ່ນະຄອນຫຼວງຂອງອັຟ
ການິສຖານ ເພື່ອສະໜັບສະໜຸນການກ່າວອ້າງຂອງຜູ້ສະໝັກຄົນ
ນຶ່ງທີ່ເວົ້າວ່າການເລືອກຕັ້ງປະທານາທິບໍດີແມ່ນເຕັມໄປດ້ວຍການ
ສໍ້ໂກງຄະແນນຂະໜາດໃຫຍ່.

ທ່ານ Abdullah Abdullah ປະຕິຍານວ່າ ທ່ານຈະປະຕິເສດບໍ່
ຍອມຮັບເອົາ ຜົນການເລືອກຕັ້ງ ໂດຍເວົ້າວ່າ ມີການສໍ້ໂກງ ຄະ
ແນນສຽງຂະໜາດໃຫຍ່ໂດຍການປ່ອນບັດຜີໃນລະຫວ່າງການ
ເລືອກຕັ້ງປະທານາທິບໍດີຮອບສອງ ເມື່ອວັນ ທີ 14 ມິຖຸນາຜ່ານ

ມານີ້.

ທ່ານ Abdullah ທີ່ໄດ້ເຂົ້າແຂ່ງຂັນໃນການເລືອກຕັ້ງຮອບສອງ ຖືກເບິ່ງກັນຢ່າງກວ້າງ ຂວາງວ່າ ຈະເປັນຜູ້ສືບທອດຕຳແໜ່ງ ຕໍ່ຈາກປະທານາທິບໍດີ ຮາມິດ ກາໄຊ.

ທ່ານ Abdullah ຊຶ່ງເປັນອະດີດລັດຖະມົນຕີການຕ່າງປະເທດ ແມ່ນລົງແຂ່ງຂັນ ກັບອະ ດີດລັດຖະມົນຕີການເງິນ ທ່ານ Ashraf Ghani.

ໃນຕົ້ນເດືອນນີ້ ທ່ານ Abdullah ກ່າວວ່າ ທ່ານໄດ້ຂວ້ຳບາດ ຕໍ່ຂັ້ນຕອນການນັບບັດຄະ ແນນສຽງ ຍ້ອນວ່າ ຄະນະກຳມາທິການເລືອກຕັ້ງ ທີ່ເປັນອິດສະຫຼະຂອງອັຟການິສຖານ ບໍ່ໄດ້ແກ້ໄຂຄວາມວິຕົກກັງວົນຂອງທ່ານ ກ່ຽວກັບການສໍ້ໂກງຄະແນນສຽງ.

ລາຍການກະຈາຍສຽງຂອງວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ສົດ ລາຍການວິທະຍຸ-ໂທລະພາບ ພາກພາສາລາວ

XS
SM
MD
LG