ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກກະບົດ ທໍາການໂຈມຕີ ຢູ່ໃກ້ໆ ທໍານຽບປະທານາທິບໍດີ ອັຟກາ​ນິສຖານ ​ໃນ​ກຸງ​ກາ​ບູລ (ວີດີໂອ)


AFGHANISTAN ATTACK VO
please wait
Embed

No media source currently available

0:00 0:00:51 0:00

ເບິ່ງວີດິໂອ ການໂຈມ​ຕີ ຢູ່ໃກ້ໆ​ກັບທໍານຽບປະທານາທິບໍດີ ອັຟກາ​ນິສຖານ

ທາງການອັຟກາ​ນິສຖານ ກ່າວ​ວ່າ ກອງ​ກໍາລັງ​ຮັກສາ​ຄວາມ
​ປອດໄພ​ໄດ້​ຂັບ​ໄລ່​ກຸ່ມ​ຕໍ່ສູ້​ຫົວ​ຮຸນ​ແຮງ​ ທີ່​ທໍາ​ການ​ໂຈມ​ຕີໃນ
​ເຊົ້າ​ວັນ​ອັງຄານ​ມື້ນີ້ ​ໃກ້ໆ​ກັບທໍານຽບປະທານາທິບໍດີ ​ໃນ​ກຸງ
​ກາ​ບູລ ​ແລະວ່າ ພວກໂຈມ​ຕີ​ໄດ້ຖືກ​ສັງຫານໝົດ​ທຸກ​ຄົນ​.

ກຸ່ມ​ທາ​ລິ​ບານ​ໄດ້​ອອກ​ມາ​ອ້າງ ​ເອົາ​ຄວາມ​ຮັບຜິດຊອບໃນ​
ການ​ໂຈມ​ຕີໃນ​ເຊົ້າ​ມື້​ນີ້ ​ຊຶ່ງ​ມີ​ທັງ​ສຽງລະ​ເບີດ​ແລະ​ສຽງ​ປືນ​ຍິງ
​ຕໍ່ສູ້​ກັນ ດັງ​ກ້ອງ​ສະ​ນັ່ນ ​ໃນເຂດ​ທີ່ມີ​ການ​ຍາມຮັກສາ​ຄວາມ
​ປອດ​ໄພ​ຢ່າງ​ໜາ​ແໜ້ນ​ຂອງເມືອງ​ຫຼວງ ບ່ອນທີ່​ມີກະຊວງ​
ປ້ອງ​ກັນປະເທດ​ ແລະ​ສະຖານທູດ​ສະຫະລັດ ຕັ້ງ​ຢູ່​ນໍາ.

​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ການ​ໂຈມ​ຕີຕໍ່ກຸງ​ກາ​ບູລຄັ້ງ​ນີ້ ມີ​ຂຶ້ນ​ໃນ​ຂະນະ​ທີ່​ພວກ​
ນັກ​ຂ່າວ​ພາກັນ​ໄປ​ເຕົ້າ​ໂຮມຢູ່​ທີ່​ນັ້ນ ​ເພື່ອ​ຟັງ​ປະທານາທິບໍດີ Hamid
Karzai ຖະ​ແຫລ​ງຂ່າວ.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ທ່ານ Karzai ທີ່​ອາ​ໄສ​ຢູ່​ໃນ​ຕຶກທໍານຽບ
ປະທານາທິບໍດີ​ນັ້ນ ຢູ່​ບ່ອນ​ໃດ ​ໃນ​ເວລາ​ທີ່​ເກີດ​ເຫດ​.
XS
SM
MD
LG