ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄາດວ່າ ຈະມີການເລືອກຕັ້ງ ປະທານາທິບໍດີ ຮອບ 2 ໃນ ອັຟການິສຖານ (ວີດີໂອ)


ພວກຄົນງານ ຄະນະກຳມາທິການເລືອກຕັ້ງອັຟການິສຖານ ພວມໃຈ້ແຍກຫີບບັດ ທີ່ສູນກາງນັບຄະແນນສຽງ ໃນນະຄອນຫຼວງກາບູລ (10 ເມສາ 2014)
ພວກຄົນງານ ຄະນະກຳມາທິການເລືອກຕັ້ງອັຟການິສຖານ ພວມໃຈ້ແຍກຫີບບັດ ທີ່ສູນກາງນັບຄະແນນສຽງ ໃນນະຄອນຫຼວງກາບູລ (10 ເມສາ 2014)
ຜົນ​ຂອງ​ການ​ນັບ​ບັດ​ເລືອກ​ຕັ້ງ​ຂັ້ນ​ຕົ້ນສະ​ແດງ​ໃຫ້​ເຫັນ​ວ່າ ການ
​ເລືອກ​ຕັ້ງ​ປະທານາທິບໍດີຂອງ​ອັຟກາ​ນິສຖານໃນ​ວັນ​ທີ 5 ​ເມສາ
​ຜ່ານ​ມາ​ນີ້ຈະ​ຕ້ອງ​ດຳ​ເນີນ​ໄປ​ໃນ​ຮອບ​ສອງ​ຕື່ມ​ອີກລະຫວ່າງ​ອະ
ດີດ​ລັດຖະມົນ ຕີ​ຕ່າງປະ​ເທດ​ທ່ານ Abdullah Abdullah ​ແລະ
ທ່ານ Ashraf Ghani ​ອະດີດ​ເຈົ້າ​ໜ້າ​ທີ່​ທະນາຄານໂລກ.

ບັນດາ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ອັຟກາ​ນິສຖານກ່າວ​ໃຫ້​ຮູ້​ ໃນ​ວັນ​ເສົາ​
ວານ​ນີ້ວ່າ ​ຜູ້​ສະມັກ​ເລືອກ​ຕັ້ງ​ທີ່​ມີ​ຄະແນນສຽງ​ນຳ​ໜ້າ 2ທ່ານບໍ່​ມີ​
ໃຜ​ໄດ້​ຮັບ​ສຽງ​ສ່ວນ​ຫຼາຍ​ພຽງພໍ​ຂອງ​ຈຳນວນ​ບັດ​ເລືອກ​ຕັ້ງ​ທັງ​ໝົດ​.
ການ​ນັບ​ບັດ​ເລື​ອກຕັ້ງຢ່າງ​ເປັນ​ທາງ​ການສະ​ແດງ​ໃຫ້​ເຫັນ​ວ່າທ່ານ
Abdullah ໄດ້​ຮັບ​ສຽງ​ສະໜັບສະໜຸນ ​ໃນ​ຈຳນວນ 44.9 ​ເປີ​ເຊັນ​
ແລະ​ທ່ານGhani ໄດ້​ຮັບ 31.5 ​ເປີ​ເຊັນ.

ການ​ເລືອກ​ຕັ້ງ​ຂັ້ນ​ຊີ້​ຂາດ​ນີ້ ​ແມ່ນ​ຈຳ​ເປັນ ​ເວັ້ນ​ເສຍ​ແຕ່​ຜູ້​ສະມັກ​ຄົນໃດຄົນ​ນຶ່ງ​ຈະໄດ້ຮັບ​ສຽງ ສະໜັບສະໜຸນ​ຫຼາຍ​ກວ່າ 50 ​ເປີ​ເຊັນ​ ຂອງ​ຈຳນວນ​ບັດເລືອກ​ຕັ້ງ​ທັງ​ໝົດ​ນັ້ນ.

ຄາດ​ວ່າ​ຈະ​ຮູ້ຈັກ​ຜົນ​ຂອງ​ການ​ເລື້ອກຕັ້ງ​ຂັ້ນ​ຕົ້ນ​ແທ້ໆ​ ໃນ​ວັນ​ທີ 14 ພຶດສະພາ​ຕໍ່ໜ້າ​ນີ້ ແລະ​ການ​ເລືອກ​ຕັ້ງ​ຮອບ​ຊີ້​ຂາດ​ຄວນ​ຈະ​ມີ​ຂຶ້ນ​ພາຍໃນ 15 ມື້​ ຫຼັງ​ຈາກ​ຮູ້ຈັກ​ຜົນ ​ຂອງການ​ເລືອກ
​ຕັ້ງ​ຂັ້ນ​ຕົ້ນ​ແລ້ວ.

ທ່ານ Abdullah ​ໄດ້​ຮັບສຽງ​ສະໜັບ​ສະ​ໜຸນ​ໃນ​ອັນ​ດັບ​ສອງ ​ໃນ​ການ​ເລືອກ​ຕັ້ງປະທານາທິບໍ ດີຂອງ​ອັຟກາ​ນິສຖານ​ໃນ​ປີ 2009 ນັ້ນ. ປະທານາ​ທິບໍດີ Hamid Karzai ​ໄດ້​ຖືກ​ປະກາດ​ໃຫ້​ເປັນ​ຜູ້​ຊະນະ ​ໃນ​ຖ້າມກາງ​ທີ່​ມີ​ການ​ກ່າວ​ຫາ​ຕ່າງໆ​ ກ່ຽວ​ກັບ​ການເຮັດ​ຜິດ​ກົດ​ລະບຽບ ​ແລະ​ການ​ສໍ້​ໂກງບັດ​ເລືອກ​ຕັ້ງ​. ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ທຳ​ການ​ສືບ​ສວນ​ສອບ​ສວນກ່ຽວ​ກັບ​ການ​ຈົ່ມ​ວ່າ ​ມີ​ການ​ສໍ້​ໂກງ​ຄະແນນ​ແລະ​ການລະ​ເມີດ​ລະ ບຽບ​ເລືອກ​ຕັ້ງຕ່າງໆ​ທີ່ອາດ​ເປັນ​ໄປ​ໄດ້​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ໃນ​ປັດຈຸບັນ​ນີ້.
Afghanistanelection27april14
please wait

No media source currently available

0:00 0:00:41 0:00
XS
SM
MD
LG