ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ອັຟການິສຖານ ໄປຢ້ຽມຢາມ ຊາອຸດີ ອາຣາເບຍ


ປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani Ahmadzai ກ່າວຢູ່ກອງປະຊຸມນັກຂ່າວ ທີ່ນະຄອນຄາບູລ
ປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani Ahmadzai ກ່າວຢູ່ກອງປະຊຸມນັກຂ່າວ ທີ່ນະຄອນຄາບູລ

ປະ​ທາ​ນາ​ທິບໍດີຄົນ​ໃໝ່ອັ​ຟກາ​ນິສຖານ ທ່ານ Ashraf Ghani
ເດີນທາງໄປ​ຕ່າງປະ​ເທດເປັນ​ຄັ້ງທຳ​ອິດນັບ​ຕັ້ງ​ແຕ່​ໄດ້​ເຂົ້າ​ຮັບ​
ຕຳ​ແໜ່​ງ ​ໂດຍປະຕິບັດຕາມ​ຄໍາ ໝັ້ນ​ສັນຍາທີ່ຈະໄປສະແຫວ​ງ
ບຸນ ຢູ່​ຊາອຸ​ດີ ອາຣາ​ເບຍ.

ທຳນຽບຂອງທ່ານ Ghani ກ່າວ​ຢູ່​ໃນ​ຖະ​ແຫລ​ງການສະບັບນຶ່ງ
​ໃນ​ວັນ​ເສົາ​ມື້​ນີ້​ວ່າ ທ່ານ​ຈະ​ໄປສະແຫວງບຸນຢູ່ເມືອງ Mecca ທີ່​
ສາມາດ​ປະຕິບັດ​ໄດ້​ທຸກ​ເວ​ລາ​ໃນ​ຕະຫລອດ​ປີ ທີ່ເອີ້ນກັນວ່າ
Umrah ນັ້ນ.

ປະທານາທິບໍດີອັຟການິສຖານ ຍັງ​ຈະ​ພົບ​ປະ​ກັບກະ​ສັດ ​
Abdullah ​ແລະ​ບັນ ດາ​ເຈົ້າ​ໜ້າ​ທີ່​ອື່ນໆ ​ໃນ​ລະຫວ່າງ​ການ​ຢ້ຽມຢາມ ຊາ​ອຸ​ດີ ອາຣາ​ເບຍ.

ທ່ານ Ghani ​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ ​ໃນ​ລະຫວ່າງ​ ພິທີສາບານໂຕ ເຂົ້າ​ຮັບ​ຕຳ​ແໜ່​ງຂອງ​ທ່ານວ່າ ການເດີນທາງໄປ​ຢ້ຽມຢາມ​ຕ່າງປະ​ເທດເທື່ອທຳອິດໃນນາມ​ຂອງທ່ານ ຈະ​ແມ່ນ ການໄປສະແຫວງບຸນ ຢູ່ຊາ​ອຸ​ດີ ອາ​ຣາ​ເບຍ​.

ການໄປສະແຫວງບຸນ Umrah ຊຶ່ງບາງ​ຄັ້ງ​ ຮູ້​ກັນ​ໃນຖານະການ “ສະ​ແຫວ​ງບຸນ​ທີ່​ມີຄວາມ
ສຳຄັນຫລຸດລົງມາ” ​ເມື່ອປຽບທຽບ​ໃສ່ການ​ສະ​ແຫວ​ງບຸນ Hajj ຊຶ່ງ ເປັນການໄປສະແຫວງ
ບຸນປະຈຳ ​ປີ​ຂອງສາສະໜາ​ອິສລາມ.

ນີ້​ເປັນ​ການ​ຢ້ຽມຢາມ ທີ່ແຕ່ລະຄົນຕ້ອງ​ປະຕິ​ບັດ​ເທື່ອນຶ່ງ​ໃນ​ຊີວິດ ຢູ່​ທີ່ວັດໃຫຍ່ ສາສະໜາ
ອິສລາມ ຢູ່​ເມືອງ Mecca ນອກເໜືອກຳນົດເວລາ ໃນການໄປສະ​ແຫວ​ງບຸນ​ໃຫຍ່ປະຈຳປີ
Hajj​.

ຄຳ​ວ່າ “Umrah” ໝາຍ​ຄວາມ​ວ່າ ການໄປຢ້ຽມຢາມ​ສະຖານທີ່ໆສຳຄັນ.

XS
SM
MD
LG