ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ປະທານາທິບໍດີ ອັຟການິສຖານ ປະຕິເສດ ການລາອອກ ຂອງເຈົ້າໜ້າທີ່ ຮັກສາຄວາມປອດໄພລະດັບສູງ


ປະທານາທິບໍດີ ອັຟການິສຖານ ທ່ານ ໂມຮຳມັດ ອາຊຣາຟ ການີ ກ່າວຄຳປາໄສໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບປະທານາທິບໍດີ, ນະຄອນຫຼວງ ກາບູລ, 30 ມິຖຸນາ, 2018.
ປະທານາທິບໍດີ ອັຟການິສຖານ ທ່ານ ໂມຮຳມັດ ອາຊຣາຟ ການີ ກ່າວຄຳປາໄສໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບປະທານາທິບໍດີ, ນະຄອນຫຼວງ ກາບູລ, 30 ມິຖຸນາ, 2018.

ປະທານາທິບໍດີ ອັຟການິສຖານ ທ່ານ ອັຊຣາຟ ການີ ໄດ້ປະຕິເສດ ບໍ່ຮັບເອົາການລາ
ອອກຂອງພວກເຈົ້າໜ້າຂັ້ນສູງດ້ານການຮັກສາຄວາມປອດໄພສາມທ່ານ.

ໂຄສົກທ່ານນຶ່ງ ຂອງລັດຖະບານ ໄດ້ເວົ້າໃນວັນອາທິດມື້ນີ້ວ່າ ທ່ານ ການີ ໄດ້ຂໍຮ້ອງ
ໃຫ້ທັງສາມທ່ານ ດຳລົງຕໍ່າແໜ່ງຕໍ່ໄປ ທັງຂໍໃຫ້ພວກເພິ່ນ “ປັບປຸງສະພາບຄວາມປອດ
ໄພໃຫ້ດີຂຶ້ນ.”

ລັດຖະມົນຕີປ້ອງກັນປະເທດ ທ່ານ ຕາເຣັກ ຊາ ບັກຣາມີ, ທ່ານ ເວສ ອັກມັສ ບາກມັກ ລັດຖະມົນຕີ ກະຊວງພາຍໃນ ກັບທ່ານ ມາຊຸມ ຊຕາເນັກໄຊ ເຈົ້າໜ້າທີ່ຂັ້ນສູງຝ່າຍສືບ
ລັບ ໄດ້ພາກັນຍຶ່ນຄຳຮ້ອງຂໍລາອອກໃນວັນເສົາວານນີ້.

ຄຳຮ້ອງຂອງພວກເພິ່ນ ໄດ້ຖືກຍຶ່ນພຽງບໍ່ທໍ່ໃດຊົ່ວໂມງ ລຸນຫຼັງການລາອອກຢ່າງກະ
ທັນຫັນຂອງທ່ານ ໂມຮຳມັດ ຮານິຟ ອັດມາ ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ
ອັຟການິສຖານ ໃນທ່າມກາງຄວາມຮຸນແຮງທີ່ເກີດຂຶ້ນໃນທົ່ວປະເທດ ແລະ ການບາດ
ເຈັບ ແລະ ລົ້ມຕາຍໄດ້ເກີດຂຶ້ນໃນສະໜາມລົບຈຳນວນສູງຂຶ້ນ ຍ້ອນພວກກໍ່ການຮ້າຍ
ຂອງພວກ ຕາລີບານ ຕໍ່ກຳລັງຂອງລັດຖະບານ.

ທ່ານ ອັດມາ ໄດ້ເວົ້າຢູ່ໃນໃບລາອອກຂອງທ່ານ ທີ່ໄດ້ເວົ້າສູ່ ວີໂອເອ ຟັງວ່າ ທ່ານລາ
ອອກກໍເພາະວ່າ ໄດ້ມີການ “ຂັດແຍ້ງກັນຫຼາຍຂຶ້ນຢ່າງຮ້າຍແຮງ” ຢູ່ໃນຂັ້ນນຳພາຂອງ
ລັດຖະບານ “ເລື້ອງນະໂຍບາຍ ແລະ ຫຼັກການຕ່າງໆ.”

ທາງສຳນັກງານຂອງປະທານາທິບໍດີ ການີ ໄດ້ແຈ້ງທັນທີວ່າ ຕົນໄດ້ຮັບເອົາການລາ
ອອກດັ່ງກ່າວ ແລະໄດ້ເອົາທ່ານ ຮາມາດູລາ ໂມຮີບ ເອກອັກຄະລັດຖະທູດ ອັຟການິສ
ຖານ ປະຈຳ ສະຫະລັດ ໄປສັບປ່ຽນແທນທ່ານ ອັດມາ.

ໃນວັນອາທິດມື້ນີ້ ທ່ານ ການີ ໄດ້ປະກາດຢ່າງເປັນທາງການ ສະເໜີທ່ານ ໂມຮີບ ເປັນ
ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດຄົນໃໝ່ໃນພິທີພິເສດ ບ່ອນທີ່ທັງ ລັດຖະມົນຕີ
ປ້ອງກັນປະເທດ ແລະ ລັດຖະມົນຕີ ກະຊວງພາຍໃນກໍໄດ້ໄປຮ່ວມ.

ນອກນັ້ນປະທານາທິບໍດີ ອັຟການິສຖານ ທ່ານ ການີ ຍັງໄດ້ຂອບໃຈທ່ານ ອັດມາ ສຳ
ລັບການຮັບໃຊ້ຊາດຂອງທ່ານນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG