ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ອັຟການິສຖານ ທ່ານການີ ແລະຄູ່ແຂ່ງ ທ່ານອັບດູລາ ລົງນາມໃນຂໍ້ຕົກລົງແບ່ງປັນອຳນາດ


ຜູ້ສະໝັກເປັນປະທານາທິບໍດີ ອັຟການິສຖານ ແລະຄູ່ແຂ່ງໃນການເລືອກຕັ້ງ ທ່ານອັບດູລາ ອັບດູລາ (ຊ້າຍ) ແລະ ປະທານາທິບໍດີ ຂອງອັຟການິສຖານ ທ່ານອາສຣາຟ ການີ ເຫັນຢູ່ຮ່ວມກັນ ຫຼັງຈາກກອງປະຊຸມຖະແຫລງຂ່າວ ຢູ່ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງກາບູລ, ວັນທີ 29 ກຸມພາ 2020.
ຜູ້ສະໝັກເປັນປະທານາທິບໍດີ ອັຟການິສຖານ ແລະຄູ່ແຂ່ງໃນການເລືອກຕັ້ງ ທ່ານອັບດູລາ ອັບດູລາ (ຊ້າຍ) ແລະ ປະທານາທິບໍດີ ຂອງອັຟການິສຖານ ທ່ານອາສຣາຟ ການີ ເຫັນຢູ່ຮ່ວມກັນ ຫຼັງຈາກກອງປະຊຸມຖະແຫລງຂ່າວ ຢູ່ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງກາບູລ, ວັນທີ 29 ກຸມພາ 2020.

ປະທານາທິບໍດີຂອງອັຟການິສຖານ ທ່ານອາສຣາຟ ການີ ໄດ້ລົງນາມໃນຂໍ້ຕົກລົງ ວ່າດ້ວຍການແບ່ງປັນອຳນາດກັບຄູ່ແຂ່ງຂອງທ່ານ ຄື ທ່ານອັບດູລາ ອັບດູລາ ໃນວັນອາທິດວານນີ້ ຊຶ່ງເປັນຂີດໝາຍທີ່ອາດຈະຍຸຕິຄວາມວຸ້ນວາຍທາງດ້ານການເມືອງຫຼັງການເລືອກຕັ້ງປະທານາທິບໍດີ ທີ່ແກ່ຍາວມາໄດ້ຫຼາຍເດືອນ ແລະສົງຄາມແຍ່ງຊີງດ້ານການເມືອງລະຫວ່າງສອງຝ່າຍ ທີ່ດຳເນີນມາໄດ້ຫຼາຍປີແລ້ວນັ້ນ.

ໃນຂະນະທີ່ ທ່ານການີ ຍັງຈະດຳລົງຕຳແໜ່ງເປັນປະທານາທິບໍດີ ສ່ວນທ່ານອັບດູລາ ກໍຈະດຳລົງຕຳແໜ່ງເບີສອງທີ່ເປັນຢູ່ໃນປັດຈຸບັນນີ້ ກໍຈະນຳສະເໜີຊື່ບັນດາຜູ້ທີ່ຈະເຂົ້າມາຮ່ວມໃນຄະນະລັດຖະບານຂອງທ່ານ ໃນຈຳນວນ 50 ເປີເຊັນ ທີ່ປະກອບດ້ວຍ ກະຊວງຕ່າງໆທີ່ສຳຄັນ ແລະຈະຊ່ວຍວາງກົນໄກເພື່ອການແຕ່ງຕັ້ງບັນດາເຈົ້າແຂວງທັງຫຼາຍ.

ສ່ວນທ່ານອັບດູລາ ຍັງຈະນຳພາຂະບວນການສັນຕິພາບ ແລະການເຈລະຈາໃດໆໃນອະນາຄົດກັບກຸ່ມຕາລີບານ ໃນຖານະເປັນຫົວໜ້າສະພາປອງດອງຊາດສູງສຸດຊຸດໃໝ່.

ຄະນະດັ່ງກ່າວ ຈະຊີ້ນຳທີມງານຂອງອັຟການິສຖານໃນການເຈລະຈາກັບກຸ່ມຕາລີບານ, ສ້າງຄວາມເປັນເອກະພາບກ່ຽວກັບຂະບວນການສັນຕິພາບ ທັງພາຍໃນປະເທດແລະຕ່າງປະເທດ ແລະເຮັດວຽກທີ່ຈະນຳໄປສູ່ການສືບຕໍ່ໄດ້ຮັບການສະໜັບສະໜຸນ ແລະກາານຊ່ອຍເຫຼືອດ້ານການເງິນຈາກປະຊາຄົມ ນາໆຊາດ ຫຼັງຈາກທີ່ຫວັງວ່າ ຈະມີຂໍ້ຕົງລົງກັບກຸ່ມຕາລີບານໃນອະນາຄົດ.

ຂຸນເສີກຊາວອຸສເບັກທີ່ີມີອຳນາດ ແລະເປັນອະດີດຮອງປະທານາທິບໍດີ ຄື ນາຍພົນ ອັບດູລ ຣາຊີດ ໂດສຕຳ ໄດ້ຖືກມອບຕຳແໜ່ງ ໃຫ້ເປັນຈອມພົນ ຊຶ່ງເປັນຕຳແໜ່ງສູງສຸດໃນກອງທັບແຫ່ງຊາດ ດ້ວຍດຳລັດຂອງຂອງປະທາ ນາທິບໍດີ.

ໃນປີ 2016 ຄູ່ແຂ່ງດ້ານການເມືອງຄົນນຶ່ງ ໄດ້ກ່າວຫາ ທ່ານໂດສຕຳຜູ້ທີ່ຖືກມີກ່າວຫາວ່າມີປະຫວັດ ໃນການລະເມີດສິດທິມະນຸດຫຼາຍເທື່ອ ຍ້ອນການທຳ ຮ້າຍຜູ້ກ່ຽວ ແລະຖືກກ່າວຫາວ່າລວນລາມທາງເພດ. ທ່ານໂດສຕຳ ໄດ້ຫລົບໜີໄປຢູ່ປະເທດເທີກີ ເປັນເວລານຶ່ງປີ ກ່ອນຈະກັບຄືນມາເປັນຄູ່ຮ່ວມລົງແຂ່ງ ຂັນເລືອກຕັ້ງເປັນປະທານາທິບໍດີ ກັບທ່ານອັບດູລາ.

ທ່ານການີ ແລະທ່ານອັບດູລາ ຕ່າງກໍໄດ້ປະກາດຈັດຕັ້ງລັດຖະບານພ້ອມກັນ ໃນເດືອນກຸມພາ ຫຼັງຈາກເກີດບັນຫາຂັດແຍ້ງກັນຢ່າງຂົມຂື່ນ ຕໍ່ຜົນຂອງການເລືອກຕັ້ງປະທານາທິບໍດີ ທີ່ໄດ້ຈັດຂຶ້ນເມື່ອ 5 ເດືອນ ກ່ອນໜ້ານີ້.

ທັງສອງທ່ານຍັງໄດ້ເປັນຄູ່ແຂ່ງທີ່ສຳຄັນໃນການເລືອກຕັ້ງປະທານາທິບໍດີຄັ້ງກ່ອນໃນປີ 2014 ຊຶ່ງກໍ່ໃຫ້ເກີດບັນຫາຄວາມວຸ້ນວາຍແບບດຽວກັນນີ້ ແລະກົດດັນໃຫ້ ທ່ານຈອນ ແຄຣີ ຊຶ່ງໃນເວລານັ້ນ ເປັນລັດຖະມົນຕີກະຊວງການຕ່າງປະເທດ ຕ້ອງໄດ້ກ້າວເຂົ້າໄປ ແລະຊ່ອຍເຈລະຈາ ເພື່ອສ້າງຕັ້ງລັດຖະ ບານສາມັກຄີ ກັບທ່ານການີ ໃນຖານະໃຫ້ເປັນປະທານາທິບໍດີ ແລະ ທ່ານອັບດູລາ ໃຫ້ເປັນຫົວໜ້າຝ່າຍບໍລິຫານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG