ປະທານາທິບໍດີ Ashraf Ghani ແລະຫົວໜ້າບໍລິຫານ ທ່ານ
Abdullah Abdullah ແຫ່ງອັຟການິສຖານ ທຳການຢ້ຽມ
ຢາມນະຄອນຫຼວງວໍຊິງຕັນໃນສັບປະດານີ້ ແລະຄາດວ່າ ພວກ
ທ່ານຈະຮຽກຮ້ອງໃຫ້ລັດຖະບານທ່ານບາຣັກ ໂອບາມາ ອະນຸ
ມັດໃຫ້ມີການຫລຸດຜ່ອນລົງ ໃນຈັງວະການຖອນທະຫານສະຫະ
ລັດ ອອກຈາກອັຟການິສຖານນັ້ນ. ການຢ້ຽມຢາມຂອງບັນດາ
ຜູ້ນຳຂັ້ນສູງສຸດຂອງອັຟການິສຖານ ມີຂຶ້ນໃນຂະນະທີ່ທຳນຽບ
ຂາວ ກ່າວວ່າ ພວກກຸ່ມຫົວຮຸນແຮງທີ່ປະຕິບັດງານຢູ່ໃນອັຟກາ
ນິສຖານ ສືບຕໍ່ເປັນໄພຂົ່ມຂູ່ຕໍ່ຜົນປະໂຫຍດແຫ່ງຊາດຂອງ
ສະຫະລັດ.
ທ່ານ Ghani ແລະທ່ານອັບດູລລາ ອັບດູລລາ ຫົວໜ້າບໍລິຫານປະເທດ ຈະພົບປະໃນວັນຈັນມື້ນີ້ ກັບ ທ່ານ Ashton Carterລັດຖະມົນຕີປ້ອງກັນປະເທດສະຫະລັດທີ່ທຳນຽບຫ້າແຈ. ຫຼັງຈາກນັ້ນ ພວກທ່ານຈະທຳການໂອ້ລົມສົນທະນາ ກັບບັນດາລັດຖະມົນຕີຂອງ
ສະຫະລັດ 3 ທ່ານ ຄື ລັດຖະມົນຕີປ້ອງກັນປະເທດ ການຕ່າງປະເທດ ແລະການເງິນ ແລະບັນດາເຈົ້າໜ້າທີ່ອື່ນໆດ້ານຄວາມໝັ້ນຄົງແຫ່ງຊາດ.
ໃນວັນອັງຄານມື້ອື່ນ ພວກຜູ້ນຳອັຟການິສຖານ ຈະພົບປະກັບປະທານາທິບໍດີ ບາຣັກ ໂອບາມາ ແລະຮອງປະທານາທິບໍດີ Joe Biden ແລະທຳການຢ້ຽມຢາມປ່າຊ້າແຫ່ງຊາດ Arlington ບ່ອນທີ່ພວກທະຫານຜ່ານເສິກເກົ່າຂອງສະຫະລັດໃນປາງສົງຄາມອັຟກາ ນິສຖານຖືກຝັງໄວ້. ໃນວັນພຸດ ທ່ານ Ghani ຈະກ່າວປາໄສຕໍ່ກອງປະຊຸມຮ່ວມ ຂອງສະ
ພາ Congress ຂອງສະຫະລັດ. ໃນວັນພະຫັດ ພວກຜູ້ນຳອັຟການິສຖານຈະເດີນທາງໄປຍັງນະຄອນນີວຢອກ ແລະພົບປະກັບບັນດາເຈົ້າໜ້າທີ່ສະຫະປະຊາຊາດ.
ກ່ອນເດີນທາງ ອອກຈາກນະຄອນຄາບູລ ໃນວັນເສົາມື້ກ່ອນນີ້ ຜູ້ນຳອັຟການິສຖານ ກ່າວວ່າ ທ່ານຮູ້ຈັກດີເຖິງຄວາມຫຼໍ່ແຫຼມ ຢູ່ໃນສະຫະລັດ ຂອງການຊັກຊ້າລົງໃນການຖອນທະຫານສະຫະລັດ ອອກຈາກອັຟການິສຖານ ຊຶ່ງໃນປັດຈຸບັນ ມີທະຫານສະຫະລັດເຫລືອຢູ່ 9 ພັນຄົນ ປະຕິບັດງານຢູ່ໃນອັຟການິສຖານ ຫຼັງຈາກທຳການສູ້ລົບມາດົນກວ່າ 13 ປີ.