ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ອັຟການິສຖານ ເວົ້າວ່າ ການຢຸດຍິງ ກັບພວກຕາລິບານ ໄດ້ສິ້ນສຸດລົງ ແລ້ວ


ປະທານາທິບໍດີ ປາກິສຖານ ທ່ານ​ອາສຣັ​ຟ ກາ​ນີ ກ່າວຢູ່ກອງ ປະຊຸມ ໃນນະຄອນຄາບູລ, ອັຟການິສຖານ ໃນວັນທີ 30 ມິຖຸນາ 2018
ປະທານາທິບໍດີ ປາກິສຖານ ທ່ານ​ອາສຣັ​ຟ ກາ​ນີ ກ່າວຢູ່ກອງ ປະຊຸມ ໃນນະຄອນຄາບູລ, ອັຟການິສຖານ ໃນວັນທີ 30 ມິຖຸນາ 2018

ປະທານາທິບໍດີ​ອັຟກາ​ນິສຖານ​ກ່າວ​ວ່າ ການ​ຢຸດ​ຍິງແຕ່ພຽງຝ່າຍດຽວ​ຂອງລັດຖະບານ
ຕໍ່​ພວກ​ຫົວ​ຮຸນ​ແຮງ​ຕາ​ລິ​ບານ​ໄດ້ສິ້ນ​ສຸດ​ລົງແລ້ວ.

ທ່ານ​ອາສຣັ​ຟ ກາ​ນີ ກ່າວ​ໃນ​ວັນ​ເສົາມື້​ນີ້​ວ່າ “ການ​ຢຸດ​ຍິງໄດ້​ສິ້ນ​ສຸດ​ລົງແລ້ວ. ກຳລັງ​ປ້ອງ
ກັນຄວາມ​ປອດ​ໄພ ​ແລະ​ກຳລັງ​ປ້ອງ​ກັນຊາດ​ອັຟກາ​ນິສຖານ ​ໄດ້​ຮັບອະນຸຍາດ​ໃຫ້ເລີ້ມ
ປະຕິບັດງານທາງ​ທະຫານ​ຂອງ​ເຂົາ​ເຈົ້າ​ຄືນ​ໃໝ່ອີກ.”

ທ່ານ​ກ່າວອີກ​ວ່າ “ບັດ​ນີ້​ເປັນ​ການ​ຕັດສິນ​ໃຈ​ຂອງ​ພວກ​ຕາ​ລິ​ບານວ່າ ​ຈະສືບຕໍ່​ດຳ​ເນີນ​
ການຂ້າຟັນລັນແທງກັນບໍ່ ຫຼື​ຈະເຂົ້າ​ຮ່ວ​ມຂັ້ນຕອນສັນຕິ​ພາບ.”

ພວກ​ກະບົດ​ໄດ້​ສັງຫານ​ກຳລັງ​ອັ​ຟກາ​ນິສຖານ​ຫຼາຍ​ຄົນ​ຢູ່ໃນ​ການ​ໂຈມຕີ​ຢູ່​ທົ່ວປະ​ເທດ
ນັບ​ຕັ້ງ​ແຕ່​ພວກເຂົາໄດ້ຍຸຕິການ​ຢຸດ​ຍິງ​ຊົ່ວຄາວຂອງພວກເຂົາ​ລົງໃນໄລຍະ​ສະ​ຫຼອງ​ບຸນ
ປະຈຳ​ປີ ຖື​ສິນ​ອົດ ອີ​ອາດ​-ອາລ-​ເຟິຕສ໌ ເປັນເວລາ​ສາມ​ມື້​ໃນ​ເດືອນ​ນີ້.

ຄົນພາກັນສະຫຼອງການຢຸດຍິງ ຢູ່ເຂດໂຣດັຕ ຂອງແຂວງ ນັງກາຮາ ອັຟການິຖານ ໃນວັນທີ 16 ມິຖຸນາ 2018
ຄົນພາກັນສະຫຼອງການຢຸດຍິງ ຢູ່ເຂດໂຣດັຕ ຂອງແຂວງ ນັງກາຮາ ອັຟການິຖານ ໃນວັນທີ 16 ມິຖຸນາ 2018

ການ​ໂຈະການກໍ່ກວນ​ທີ່​ບໍ່ເຄີຍ​ມີ​ມາ​ກ່ອນ​ຂອງ​ພວກ​ກະບົດ ໄດ້​ເກີດ​ຂຶ້ນເພື່ອເປັນການ
ຕອບສະໜອງການ​ຢຸດ​ຍິງ​ຂອງ​ລັດຖະບານ​ອັ​ຟກາ​ນິສຖານເປັນເວລາ​ນຶ່ງ​ອາທິດ ຊຶ່ງ​ຕໍ່
​ມາ​ໄດ້​ຕໍ່ເວລາ​ອອກ​ໄປອີກ 10 ມື້ ແລະສິ້ນ​ສຸດ​ລົງ​ໃນ​ວັນ​ເສົາ​ມື້​ນີ້.

​ໃນ​ວັນ​ພຸດ​ທີ່​ຜ່າ​ມນມາ ປະທານາທິບໍດີ ກາ​ນີ​ ຮຽກຮ້ອງໃຫ້ພວກຕາລິບານຍືດເວລາ​ຢຸດ​
ຍິງຂອງພວກເຂົາອອກໄປ ​ແລະ​ກ່າວ​ວ່າ ທ່ານພ້ອມ​ແລ້ວ​ທີ່​ຈະ​ຈັດການເຈລະຈາ​ສັນ​ຕິ​
ພາບ​ກັບ​ ທ່ານ​ຮີ​ບາ​ທູລລາ ອາຄຸນ​ຊາ​ດາ, ຜູ້ນຳຂອງ​ກຸ່ມກະບົດ “ຢູ່​ແຫ່ງໃດກໍໄດ້ຕາມ​ທີ່
ທ່ານ​ຕ້ອງການ.”

ພວກຫົວຮຸນແຮງຕາລິບານໃນເຂດການິແກລ ຂອງແຂວງນັງກາຮາ ປະເທດອັຟການິສຖານ ພາກັນຍ່າງສະຫຼອງການຢຸດຍິງໃນວັນທີ 16 ມິຖຸນາ 2018
ພວກຫົວຮຸນແຮງຕາລິບານໃນເຂດການິແກລ ຂອງແຂວງນັງກາຮາ ປະເທດອັຟການິສຖານ ພາກັນຍ່າງສະຫຼອງການຢຸດຍິງໃນວັນທີ 16 ມິຖຸນາ 2018

​ແຕ່ວ່າ​ກຸ່ມຕາ​ລິ​ບານ​ໄດ້​ປະ​ຕິ​ເສດ​ຂໍ້ສະເໜີຂອງລັດຖະບານ​ອັຟກາ​ນິສຖານ ທີ່ກຸ່ມດັ່ງ
ກ່າວຖື​ວ່າ​ເປັນ “​ຫຸ່ນ” ຂອງອາ​ເມຣິກາ ​ແລະ​ໄດ້​ຮຽກຮ້ອງໃຫ້ມີ​ການເຈລະຈາ​ໂດຍ​ກົງ
​ກັບ​ສະຫະລັດ ​ເພື່ອ​ເຮັດໃຫ້​ການ​ຂັດ​ແຍ້​ງກັນສິ້ນ​ສຸດລົງ. ວໍ​ຊິງ​ຕັນ​ປະ​ຕິ​ເສດທີ່ຈະຈັດ
ໃຫ້ມີ​ການເຈລະຈາ​ກັບ​ພວກ​ກະບົດ ​ແລະ​ຢືນຢັດວ່າ ຂະບວນການ​ສັນ​ຕິ​ພາບ​ຈະຕ້ອງ
“ນຳພາ​ໂດຍ​ອັຟກາ​ນິສຖານ ​ແລະ​ອັຟການິສຖານ​ເປັນ​ເຈົ້​າຂອງ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG