ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ກາຊາຍ ເລື່ອນເວລາ ໃນການເຊັນ ຂໍ້ຕົກລົງ ກັບ ສຫລ (ວີດີໂອ)


ທ່ານ ຮາມິດ ກາຊາຍ ປະທານາທິບໍດີ ອັຟການີສຖານ
ທ່ານ ຮາມິດ ກາຊາຍ ປະທານາທິບໍດີ ອັຟການີສຖານ
ປະທານາທິບໍດີ​ອັຟກາ​ນີສຖານ ​ໄດ້​ເມີນ​ເສີຍ ​ຕໍ່​ການໃຫ້​ຄຳ​ແນະ​ນຳ​ ​ໂດຍກຸ່ມ​ສະມາຊິກ​ສະພາ​ໃຫຍ່ ​ຜູ້ນຳ​ຊົນ​ເຜົ່າຂອງ​ປະ​ເທດ ຫຼືສະພາ Loya Jirga ​ເພື່ອໃຫ້ເຊັນ​ຂໍ້​ຕົກລົງ​ຄວາມ​ໝັ້ນຄົງ​ສອງ​ຝ່າຍ​ສະບັບ​ໃໝ່​ກັບ​ສະຫະລັດໂດຍທັນທີນັ້ນ.

ທ່ານ ຮາ​ມິດ ກາ​ຊາຍ ​ເວົ້າ​ເມື່ອ​ວັນ​ອາທິດ​ມື້​ນີ້​ວ່າ ອັຟກາ​ນີສຖານ​ຕ້ອງ ການ​ເວລາ​ ​ເພື່ອ​ຮັບປະກັນ​ວ່າ ສະຫະລັດ​ມີ​ຄວາມ​ໝັ້ນ​ໝາຍ​ຕໍ່​ສັນຕິພາບ ​ໃນ​ອັຟກາ​ນີສຖານ​ຢ່າງ​ແທ້​ຈິງ ຫຼືບໍ່.

ສະພາ Loya Jirga ​ໄດ້​ຮັບຮອງ​ເອົາຂໍ້​ຕົກລົງຄວາມ​ໝັ້ນຄົງສອງ​ຝ່າຍ ກັບ​ສະຫະລັດ​ ​ໃນວັນ​ອາທິດ​ມື້​ນີ້ ​ແລະ​ຮຽກຮ້ອງ​ໃຫ້​ປະທານາທິບໍດີ ກາ​ຊາຍ ຈົ່ງ​ເຊັນ​ຂໍ້​ຕົກລົງ​ດັ່ງ ກ່າວ ນີ້ ​ໃນ​ທັນທີ.

ກ່ອນ​ໜ້ານີ້ ທ່ານ​ກາ​ຊາຍເວົ້າ​ວ່າ ທ່ານ​ຢາກ​ລໍຖ້າ​ເບິ່ງ ຈົນ​ກວ່າການ​ເລືອກ ຕັ້ງ​ປະທາ​ນາທິບໍດີ ​ໃນ​ເດືອນ​ເມສາ ປີໜ້າ​ນີ້ ​ເພື່ອ​ຈະເຊັນ​ໃນ​ຂໍ້​ຕົກລົງ​ດັ່ງ ກ່າວ ທີ່​ອະນຸຍາດ​ໃຫ້​ກອງ​ກໍາລັງ​ສະຫະລັດ​ບາງ​ໜ່ວຍ ສືບ​ຕໍ່​ການ​ມີໜ້າ ຢູ່​ໃນ​ອັຟກາ​ນີສຖານ ຫຼັງຈາກ​ປີ 2014 ​ແລ້ວ.

ທາງ​ຝ່າຍ​ເຈົ້າໜ້າ​ທີ່​ສະຫະລັດ ປະຕິ​ເສດ​ຕໍ່ການ​ຖ່ວງ​ເວລາ​ແບບ​ນັ້ນ ​ໂດຍ ກ່າວ​ວ່າ ສະ ຫະລັດ​ບໍ່​ສາມາດ​ທີ່​ຈະວາງ​ແຜນການ​ລະ​ຍະ​ຍາວ​ໄດ້ ​ສໍາລັບການ​ມີໜ້າທາງ​ທະຫານຢູ່​ໃນ​ອັຟກາ​ນີສຖານ​ຕໍ່ໄປ ​ໂດຍ​ປາດ​ສະ​ຈາກຂໍ້​ຕົກລົງ ທີ່​ໄດ້​ເຊັນ​ກັນ​ກ່ອນ​ສິ້ນ​ປີ​ນີ້. ກໍາລັງ​ສູ້​ລົບຂອງ​ນາໆ​ຊາດ ພາຍ​ໃຕ້​ການ​ນຳ ພາ​ສະຫະລັດທີ່​ປະຕິບັດ​ການ​ຢູ່​ໃນ​ອັຟກາ​ນີສ ຖານ​ໃນ​ປັດຈຸບັນ​ນີ້ ມີກໍາໜົດ ​ຈະ​ຖອນ​ອອກ​ໄປ ພາຍ​ໃນ​ທ້າຍ​ປີ 2014.

ທ່ານ Sibghatullah Mojaddedi ຫົວໜ້າ​ສະພາ ​ເວົ້າ​ເມື່ອ​ວັນ​ເສົາ​ວານ​ນີ້​ວ່າ ທ່ານ​ກາ​ຊາຍ ບໍ່​ມີ​ສິດ​ທີ່​ຈະ​ເລຶ່ອນ​ເວລາ ການ​ເຊັນສັນຍາ​ດັ່ງກ່າວ​ນີ້ ​ແລະ​ວ່າ ການ​ຖ່ວງ​ເວລາ ຈະ​ບໍ່​ຢູ່​ໃນ​ຜົນ​ປະ​ໂຫຍ​ດ ຂອງ​ອັ​ຟກາ​ນີສຖານ.

ຂໍ້​ຂັດ​ແຍ້​ງກັນນີ້ ​ແມ່ນ​ໄດ້​ບົດ​ບັງ ກອງ​ປະ​ຊຸມຂອງ​ພວກ​ຊົນ​ເຜົ່າ ປະຊາ​ຄົມ ​ແລະ​ບັນດາ​ຜູ້​ນໍາ​ທີ່​ຖືກ​ເລືອກ​ຕັ້ງປະມານ 2,500 ທີ່​ຖືກ​ຂໍ​ຮ້ອງໃຫ້​ອະນຸມັດ​ ຮ່າງ​ຂໍ້​ຕົກລົງ​ຄວາມ​ໝັ້ນ ຄົງ​ສອງ​ຝ່າຍ ທີ່ມີ​ຊື່​ຫຍໍ້​ວ່າ BSA ກ່ອນ​ທີ່​ຈະ​ຍື່ນ​ສະ​ເໜີ ​ຕໍ່ໜ້າ​ສະພາ​ອັຟກາ​ນີສຖານ.

ຮ່າງ​ສັນຍາ​ດັ່ງກ່າວ ມີ​ເນື້ອ​ໃນ​ຂອງ​ເງື່ອນ​ໄຂ​ຕ່າງໆ ທີ່​ບົ່ງ​ໄວ້​ວ່າ​ກໍາລັງ​ຂອງ​ນາໆ​ຊາດ ຍັງ​ຈະ​ຢູ່​ໃນ​ອັຟກາ​ນີສຖານ​ຕໍ່​ໄປ ​ເພື​ອຊ່ວຍ​ເຫຼືອລັດຖະບານອັ​ຟການີສຖານ ​ໃນ​ການເຮັດ​ສົງຄາມ​ ກັບ​ກຸ່ມ​ຕາ​ລິ​ບານ.

Afghanistan
please wait
Embed

No media source currently available

0:00 0:00:36 0:00
XS
SM
MD
LG