ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ ອັຟການິສຖານ ເລື່ອນການເຊັນ ສັນຍາ ຄວາມປອດໄພ ກັບ ສຫລ (ວີດີໂອ)


Afghanistan’s Loya Jirga Approves US Security Deal
please wait

No media source currently available

0:00 0:02:52 0:00
ລິງໂດຍກົງ
ປະທານາທິບໍດີ Hamid Karzai ບໍ່ໄດ້​ເອົາ​ຫົວຊາ​ນໍາ ຂໍ້​ສະ​ເໜີ
​ຂອງ​ສະພາ​ແຫ່ງ​ຊາດ ຫລື Loya Jirga ທີ່​ໄດ້ລົງ​ນາມໂດຍ​ທັນ​ທີ່
​ໃນ​ຂໍ້​ຕົກລົງ​ຄວາມ​ປອດ​ໄພ​ ​ສອງ​ຝ່າຍ ກັບສະຫະລັດ.

ທ່ານ Karzai ກ່າວ​ວ່າ ອັ​ຟກາ​ນິສຖານ ຕ້ອງການ​ເວລາ​ຕື່ມອີກ
​ເພື່ອ​ຄໍ້າປະກັນ ສະຫະລັດ ​ໃຫ້​ຄວາມ​ໝາ​ຍໝັ້ນ ​ຢ່າງ​ແທ້​ຈິງ ຕໍ່​
ຄວາມ​ປອດ​ໄພ.

ສະພາ Loya Jirga ​ໄດ້​ເຫັນພ້ອມກັບ​ຂໍ້ຕົກລົງ ຄວາມ​ປອດ​ໄພ
ຂອງສອງ​ຝ່າຍ ກັບສະຫະລັດ ​ໃນ​ວັນ​ອາທິດ​ວານ​ນີ້ ​ແລະຮຽກ​
ຮ້ອງ​ໃຫ້ ປະທານາທິບໍດີ ຂອງ​ຕົນລົງ​ນາມ​ໂດຍ​ທັນ​ທີ.

ທ່ານ Karzai ​ໄດ້ເວົ້າ​ຢ້ຳທ່າ​ທີ​ຂອງ​ຕົນທີ່​ຜ່ານ​ມາ ທີ່ວ່າ ຕົນ​ຈະ​ລໍ
ຖ້າ​ໄປຈົນ​ກວ່າຫລັງ​ຈາກການ​ເລືອກ​ຕັ້ງ​ທີ່​ຈະ​ມີ​ຂື້ນ​ໃນ​ເດືອນ​ເມສາ
ຈຶ່ງຈະ​ເຊັນ​ຂໍ້​ຕົກລົງ ​ດັ່ງກ່າວເພື່ອ​ອະນຸຍາດໃຫ້ທະຫານ​ ສະຫະລັດ
ຈໍານວນ​ນຶ່ງຢູ່ຕໍ່​ໄປ​ໃນ ອັຟກາ​ນິສຖານຈົນ​ຮອດ​ປີ 2014.

​ແຕ່​ວ່າ ລັດຖະມົນຕີ ຕ່າງປະ​ເທດ ສຫລ ທ່ານ John Kerry ກ່າວ​ວ່າ ມັນ​ເປັນ​ສິ່ງ​ຈຳ​ເປັນທີ່
​ ຂໍ້​ຕົກລົງ​ຄວາ​ມປອດ​ໄພຈະ​ຕ້ອງໂດຍ​ໄວ ​ເພຶຶ່ອ​ໃຫ້​ທັງ​ສອງ​ປະ​ເທດໄດ້ປະ​ຕິ​ບັດ​ງານ​ຮ່ວມ
​ກັນ ​ເພື່ອ​ໃຫ້​ມີ​ຄວາມ​ປອດ​ໄພ​ຫລາຍຂື້ນ ​ແລະ​ເພື່ອ​ຄວາມ​ອຸດົມ​ຮັ່ງ​ມີແກ່ ອັ​ຟກາ​ນິສຖານ.

ທ່ານ Kerry ກ່າວ​ວ່າ ທ່ານ ບໍ່​ສາມາດ​ຫລິງ​ເຫັນ​ການ​ຍິນ​ດີ​ຍິນ​ຊອບ​ໃດໆຈະ​ດີ​ໄປກວ່າ​ຄວາມ​
ໝາຍ​ໝັ້ນ​ຂອງ​ປະຊາຊົນ​ອັຟກາ​ນິສຖານ ທີ່​ມີ​ຕໍ່ ຄູ່ຮ່ວມ​ງານ ສະຫະລັດກັບ ສະພາ Loya Jirga
​ທີ່ເຫັນ​ພ້ອມນຳກັນນັ້ນ.


XS
SM
MD
LG