ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ການ​ເມືອງ ​ອັ​ຟ​ກາ​ນິ​ສ​ຖານ ພົບ​ປະ​ກັນ ຢູ່​ປາ​ກິ​ສ​ຖານ ເພື່ອ​ຫາ​ລື ການ​ເຈ​ລະ​ຈາ ສັນ​ຕິ​ພາບ


ທູດ​ພິ​ເສດຂອງ​ກະ​ຊວງ​ຕ່າງ​ປະ​ເທດ​ກາ​ຕ້າ ​ຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍ ແລະ​ແກ້​ໄຂ​ບັນ​ຫາ​ຂັດ​ແຍ້ງ ທ່ານ Mutlaq Bin Majid Al-Qahtanithe ປະ​ຊຸມ​ກັບ​ທູດ​ພິ​ເສດສະ​ຫະ​ລັດ​ ຮັບ​ຜິດ​ຊອບ
ເລື້ອງ​ ອັ​ຟ​ກາ​ນິ​ສ​ຖານ ​ທີ່​ນະ​ຄອນ Doha, Qatar, 25 ກຸມ​ພາ 2019.
ທູດ​ພິ​ເສດຂອງ​ກະ​ຊວງ​ຕ່າງ​ປະ​ເທດ​ກາ​ຕ້າ ​ຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍ ແລະ​ແກ້​ໄຂ​ບັນ​ຫາ​ຂັດ​ແຍ້ງ ທ່ານ Mutlaq Bin Majid Al-Qahtanithe ປະ​ຊຸມ​ກັບ​ທູດ​ພິ​ເສດສະ​ຫະ​ລັດ​ ຮັບ​ຜິດ​ຊອບ ເລື້ອງ​ ອັ​ຟ​ກາ​ນິ​ສ​ຖານ ​ທີ່​ນະ​ຄອນ Doha, Qatar, 25 ກຸມ​ພາ 2019.

ພວກ​ນັກ​ການເມືອງອະ​ວຸ​ໂສ​ຄົນ​ສຳ​ຄັນໆ ຈາກ​ອັ​ຟ​ກາ​ນິ​ສ​ຖານ ​ຮວມ​ທັງ​ບັນ​ດາ​ຜູ້​ທີ່​ສະ​ໝັກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີຫຼາຍ​ທ່ານ ຈະ​ເຂົ້າ​ຮວມ​ໃນ​ກອງ​ປະ​ຊຸມ ​ທີ່​ບໍ່​ສູ້​ຈະ​ມີ ແລະ​ບໍ່​ເປັນ​ທາງ​ການ ຢູ່ປາ​ກິ​ສ​ຖານ ​ຊຶ່ງ​ເປັນປະ​ເທດ​ເພື່ອ​ນ​ບ້ານ​ ໃນວັນ​ເສົາມື້ນີ້ ບ່ອນ​ທີ່​ພວກ​ເຂົາ​ເຈົ້າ ​ຈະ​ໂອ້​ລົມ​ສົນ​ທະ​ນາ​ກັນ​ກ່ຽວ​ກັບ​ວ່າ ຈະ​ສົ່ງ​ເສີມ​ຄວາມ​ພະຍາ​ຍາມ “ເພື່ອ​ສ້າງສັນ​ຕິ​ແລະ​ທ້ອນ​ໂຮມຊາດ” ​ແບບ​ໃດ ​ໃນ​ປະ​ເທດທີ່​ປະ​ສົບ​ກັບ​ໄພ​ສົງ​ຄາມ​ແຫ່ງ​ນີ້.

ກອງ​ປະ​ຊຸມ​ດັ່ງ​ກ່າວ​ ຈະ​ຈັດ​ຂຶ້ນ​ທີ່​ສະ​ຖານ​ທີ່​ຕາກ​ອາ​ກາດ Bhurban ປະ​ມານ 70 ກິ​ໂລ​ແມັດ ຫ່າງຈາກນະ​ຄອນ​ຫຼວງອິ​ສ​ລາມ​າ​ບັ​ດ ຂອງປາ​ກິ​ສ​ຖານ. ມີຊາວອັ​ຟ​ກາ​ນິ​ສ​ຖານປະ​ມານ 30 ​ຄົນ ສ່ວນ​ໃຫຍ່​ພວກ​ຜູ້​ນຳ​ຝ່າຍ​ຄ້ານ ໄດ້​ຮັບ​ການ​ເຊື້ອ​ເຊີນ ອີງ​ຕາມ​ຄຳ​ເວົ້າ​ຂອງຄະ​ນະ​ຈັດ​ງານ​ທີ່ໄດ້​ກ່າວ​ໄວ້. ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ການ​ປະ​ຊຸມ​ຄັ້ງ​ນີ້ ແມ່ນ​ຖືກ​ຈັດ​ຂຶ້ນ​ເພື່ອ​ໃຫ້ການ​ສະ​ໜັບ​ສະ​ໜຸນ ​ຕໍ່​ຄວາມພະ​ຍາ​ຍາມ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫະ​ລັດ ທີ່​ພວມ​ດຳ​ເນີນ​ຢູ່ ​ເພື່ອຈະ​ຍຸ​ຕິສົງ​ຄາມກັບ​ກຸ່ມ​ຕາ​ລີ​ບັນ ທີ່​ແກ່ຍາວ​ມາ​ໄດ້ 17 ປີ​ແລ້ວນັ້ນ.

ບໍ່​ມີຜູ້ແທນ​ຈາກ​ກຸ່ມ​ຕາ​ລີ​ບັນ ເຂົ້າ​ຮ່ວມກອງ​ປະ​ຊຸມ. ​ກອງ​ປະ​ຊຸມນີ້​ຈັດ​ຂຶ້ນ ກ່ອນໜ້າ​ການ​ຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການຕໍ່​ປາ​ກິ​ສ​ຖານ ໂດຍ​ປະ​ທາ​ນາ​ທິ​ບໍ​ດີ Ashraf Ghani ໃນ​ວັນ​ທີ 27 ມິຖຸ​ນາ ຊຶ່ງ​ທ່ານ​ຈະ​ຊອກ​ຫາຊ່ອງທາງ​ທີ່​ຈະ​ລົງສະໝັກອີກ​ຄັ້ງ​ນຶ່ງ ໃນ​ເດືອນ​ກັນ​ຍາ ​ໃນ​ການ​ເລືອກ​ຕັ້ງ​ຢູ່​ອັ​ຟ​ກາ​ນິ​ສ​ຖານ.

ຄູ່​ແຂ່ງ​ໃນ​ການ​ເລືອກ​ຕັ້ງ ຂອງ​ປະ​ທາ​ນາ​ທິ​ບໍ​ດີ Ghani ກໍ​ຄືທ່ານ Gulbadin Hekmatyar, ທ່ານ Haneef Atmar ແລະ​ທ່ານ Abdul Latif Pedram ແມ່ນຮວມ​ຢູ່​ໃນພວກ​ທີ່​ຄາດ​ວ່າ ຈະ​ເຂົ້າ​ຮ່ວມ​ປ​ະ​ຊຸມ. ໂຄ​ສົກ​ຂອງ​ທ່ານ Atmar ໄດ້​ກ່າວ​ວ່າ, ເຖິງ​ຢ່າງ​ໃດກໍ​ຕາມ ທ່ານ Atmar ໄດ້​ສົ່ງຜູ້​ແທນຂອງ​ທ່ານ 2 ຄົນໄປ​ຮ່ວມ ຍ້ອນ​ວ່າ ທ່ານ​ຕິດ​ພາ​ລະ​ກິດ​ທີ່​ສຳ​ຄັນ.

ທ່ານ Mohammad Karim Khalili ຫົວ​ໜ້າ​ສະ​ພາ​ສັນ​ຕິ​ພາບ​ຂັ້ນ​ສູງທີ່​ຖືກ​ແຕ່ງ ຕັ້ງ​ໂດຍລັດ​ຖະ​ບານ, ອະ​ດີດເຈົ້າ​ແຂວງສອງ​ທ່ານ ຄືທ່ານ Atta Mohammad Noor ແລະ​ທ່ານ Mohammad Ismail ແລະຮອງ​ຫົວ​ໜ້າ​ຜູ້ບໍ​ລິ​ຫານ ຄົນທີ 2 ຂອງ​ອັ​ຟ​ກາ​ນິ​ສ​ຖານ ທ່ານ Mohammad Mohaqiq ກໍ​ຈະເຂົ້າ​ຮ່ວມກອງ​ປະ​ຊຸມ​ດ້ວຍ.

“ນີ້​ແມ່ນກອງ​ປະ​ຊຸມ ກ່ຽວ​ກັບນະ​ໂຍ​ບາຍ​ສັນ​ຕິ​ພາບ​ທີ່​ສຳ​ຄັນ ​ທີ່​ແນ​ໃສ່ເພື່ອໃຫ້​ໂອ​ກາດ​ແກ່​ສັນ​ຕິ​ພາບ. ພວກ​ເຮົາ​ເປັນ​ຢືນ​ຢັດ​ຢູ່​ບົນ​ພື້ນ​ຖານ​ຂອງ​ສັນ​ຕິ​ພາບໃນ​ອັ​ຟ​ກາ​ນິ​ສ​ຖານ ແລະ​ເວ​ລາ​ກໍ​ມາ​ຮອດ ​ທີ່​ຈະ​ໄດ້​ຟັງການ​ແກ້​ໄຂເພື່ອ​ສ້າງ​ສັນ​ຕິພາບ, ບໍ່​ແມ່ນ​ເພື່ອ​ເຮັດ​ສົງ​ຄາມ,” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ Maria Sultan ຈາກ​ສະ​ຖາ​ບັນ​ຍຸດ​ທະ​ສາດ​ເພື່ອ​ສ້າງ​ສະ​ຖຽນ​ລະ​ພາບ​ແບບ​ຍືນ​ຍົງ​ໃນ​ເອ​ເຊຍ​ໃຕ້ ທີ່​ຜູ້​ ​ຈັດ​ກອງ​ປະ​ຊຸມ​ໃນ​ວັນ​ເສົາ​ມື້​ນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG