ຕຳຫລວດອັຟການິສຖານ ຍິງປືນຂື້ນຟ້າໃນວັນອັງຄານວານນີ້
ເພື່ອຂັບໄລ່ພວກຊາວບ້ານທີ່ພາກັນຮ້ອງຂໍການຊ່ວຍເຫລືອ ຢູ່
ໃນບ່ອນທີ່ເກີດດິນເຈື່ອນຮ້າຍແຮງ ທາງພາກຕາເວັນອອກສຽງ
ເໜືອຂອງອັຟການິສຖານນັ້ນ.
ພວກເຈົ້າໜ້າທີ່ກ່າວວ່າ ບໍ່ມີໃຜໄດ້ຮັບບາດເຈັບເວລາຫລາຍໆ
ຄົນ ພາກັນແລ່ນໄປຫາລົດຂົນສົ່ງ ທີ່ນຳເອົາການຊ່ວຍເຫຼືອສຸກ
ເສີນໄປໃຫ້ແກ່ພວກທີ່ໄດ້ຮັບເຄາະຮ້າຍຈາກເຫດດິນເຈື່ອນໃນ
ອາທິດແລ້ວນີ້.
ຫລາຍຮ້ອຍຄົນໃນບ້ານ Abi Barik ໃນແຂວງ Badakhshan
ໄດ້ຖືກດິນທີ່ ເຈື່ອນລົງມາຖົມ ເວລາເບື້ອງນຶ່ງຂອງພູໄດ້ພັງລົງມາຫລັງຈາກມີຝົນຕົກໜັກ ມາໄດ້ຫລາຍມື້.
ຢ່າງໜ້ອຍ 2,000 ຄົນບໍ່ມີທີ່ຢູ່ອາໄສ ຍ້ອນໄພທຳມະຊາດທີ່ຮ້າຍແຮງທີ່ສຸດຄັ້ງນຶ່ງເທົ່າທີ່ເຄີຍ ມີມາ ຢູ່ໃນອັຟການິສຖານ.
ບັນດາເຈົ້າໜ້າທີ່ກຳລັງດິ້ນລົນ ໃນການຈັດສົ່ງການຊ່ວຍເຫຼືອໄປສູ່ເມືອງ Argo ທີ່
ສອກຫລີກຫ່າງໄກ. ສະພາບການຄວາມເຄັ່ງຕຶງແມ່ນມີສູງ ໃນຂະນະທີ່ຜູ້ເຫັນເຫດ
ການຈຳນວນນຶ່ງກ່າວວ່າ ພວກຊາວບ້ານທີ່ຢູ່ໃກ້ຄຽງໄດ້ພາກັນເດີີນທາງໄປຍັງ
ເມືອງດັ່ງກ່າວ ເພື່ອຮັບເອົາການແຈກຢາຍອາຫານ ແລະເຄື່ອງຂອງຕ່າງໆ.
ຮອງຜູ້ອຳນວຍການ ອົງການຄຸ້ມຄອງໄພພິບັດອັຟການິສຖານ ທ່ານ Moham-
mad Aslam Syass ກ່າວຕໍ່ວີໂອເອ ພະແນກພາສາອັຟການິສຖານວ່າ ເຖິງແມ່ນ
ວ່າ ບັນດາທີມງານຊ່ວຍເຫຼືອໄດ້ໄປຮອດບ່ອນເກີດເຫດແລ້ວກໍຕາມ “ພວກເຮົາຍັງ
ປະເຊີນໜ້າກັບບັນຫາຫລາຍຢ່າງ ແລະຄວາມຍາກລຳບາກ ໃນການຄຸ້ມຄອງ ແລະ
ແຈກຢາຍການຊ່ວຍເຫຼືອ ໃນເວລານີ້ ແລະຈົນເທົ່າໂສກນາດຕະກຳ ອັນໃຫຍ່ຄັ້ງນີ້ ສິ້ນສຸດລົງ.”